ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ ປະຈຳປີ 2025

ພິທີໄດ້ຈັດຂຶ້ນໃນ ວັນທີ 4 ທັນວາ 2025 ຢູທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ນາງ ມະໄລພອນ ພວງຈັນລາ ເລຂາໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ອິນມະສອນ ສຸທຳມະວົງ ຮອງເລຂາໜ່ວຍພັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງວຽງຈັນ ແລະ ສະຫາຍ ນາງ ມະນີຈັນ ທຳມະໂຄດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີບັນດາແຂກເຊີນໜ່ວຍຊາວໜຸ່ມອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພາຍໃນຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ສະຫາຍ ນາງ ມະໄລພອນ ພວງຈັນລາ ໄດ້ກ່າວບາງຕອນວ່າ: ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ມີຄວາມເຂັ້ມແຂງໃນການປະຕິບັດໜ້າທີ່ຜ່ານກິດຈະກຳທີ່ຫຼາກຫຼາຍ ເຊັ່ນ ການຈັດກິດຈະກຳໂຄສະນາອົບຮົມອຸດົມການແນວຄວາມຄິດໃຫ້ແກ່ຊາວໜຸ່ມ, ການສົ່ງເສີມຄຸນນະທຳແລະຄຸນຄ່າຂອງຊາວໜຸ່ມລາວໃນຍຸກໃໝ່, ການຊຸກຍູ້ໃຫ້ຊາວໜຸ່ມມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ແລະການເປັນແບບຢ່າງທີ່ດີໃນການປະຕິບັດພາລະບົດບາດຂອງຊາວໜຸ່ມຍຸກໃໝ່.
ຜົນການປະເມີນທີ່ໂດດເດັ່ນທັງ 4 ດ້ານ ສາມາດປະຕິບັດໄດ້ຄື:

  • ບຸກດ້ານແນວຄິດ ຕີລາຄາໄດ້ 9.18%
  • ບຸກດ້ານຝຶກຝົນຫຼໍ່ຫຼອມ, ຮຽນຮູ້ ຕີລາຄາໄດ້ 9.05%
  • ບຸກດ້ານພັດທະນາວິຊາຊີບ, ສ້າງວຽກເຮັດງານທຳ ຕີລາຄາໄດ້ 9%
  • ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງຊາວໜຸ່ມ ຕີລາຄາໄດ້ 9%.

ຜ່ານການສະຫຼຸບຕີລາຄາ ແລະ ປະເມີນຜົນຕົວຈິງ ເຫັນວ່າ ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ແມ່ນຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂຂອງການສ້າງຕົວແບບດີເດັ່ນ ໂດຍສະເພາະສະມາຊິກຊາວໜຸ່ມ 100% ຖືກຈັດຢູ່ໃນປະເພດແຂງ.

ໃນໂອກາດນີ້ ຍັງໄດ້ມີການມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ໃຫ້ແກ່ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໃບຍ້ອງຍໍ ແລະ ຫຼຽນທີ່ລະນຶກວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ໃຫ້ແກ່ບັນດາຜູ້ທີ່ມີຜົນງານພົ້ນເດັ່ນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa