ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

 ໃນຕອນບ່າຍ ຂອງວັນທີ 23 ຕຸລາ 2025, ເວລາ 13:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ III ປີ 2025 ຢູ່ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງ ມີມະຫາຊົນຜູ້ກ້າວໜ້າມາຈາກ 1 ໜ່ວຍພັກຮາກຖານ ແລະ 5 ຄະນະພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮຽນທັງໝົດ 17 ສະຫາຍ, ຍິງ 08 ສະຫາຍ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ ຮັ່ງລີ ແກ້ວວິໄລສັກ ຄະນະພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໃຫ້ກຽດເຜີຍແຜ່ເຊື່ອມຊຶມເອກະສານ 13 ຄໍາຖາມ-13 ຄໍາຕອບ ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບ ການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວ ໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

      ເຊີ່ງຈຸດປະສົງຂອງການເປີດຮຽນໃນຄັ້ງນີ້: ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ພັນທະ ແລະ ຜົນປະໂຫຍດ, ຂໍ້ຫ້າມຂອງສະມາຊິກພັກ ແລະ ການປົກປ້ອງບົດບາດ, ກຽດສັກສີຂອງພັກ ເພື່ອເປັນບ່ອນອີງໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານເງື່ອນໄຂຄົບຖ້ວນ.

ພາຍຫຼັງສໍາເລັດການຮຽນແລ້ວ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ມີໃບຢັ້ງຢືນໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນໃນຄັ້ງນີ້, ໃຫ້ກຽດມອບໂດຍ ສະຫາຍ ນ ຮັ່ງລີ ແກ້ວວິໄລສັກ ຄະນະພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໂອ້ລົມຕໍ່ມະຫາຊົນຜູ້ກ້າວໜ້າ ທີ່ຮຽນສະໜັບສະໜູນແລ້ວໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ພ້ອມກັນນັ້ນ ກໍ່ເອົາໃຈໃສ່ປະຕິບັດບັນດາສິດ, ໜ້າທີ່, ຂໍ້ຫ້າມຕ່າງໆ ຂອງສະມາຊິກພັກ ເພື່ອໃຫ້ຕົນເອງມີມາດຖານເງື່ອນໄຂຄົບຖ້ວນ ແລະ ເປັນທີ່ໄວ້ວາງໃຈຈາກມະຫາຊົນ ແລະ ຄະນະພັກຂັ້ນເທິງ, ພິທີໄດ້ປິດລົງຢ່າງເປັນທາງການໃນເວລາ 16: 30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa