ໃນວັນທີ 11 ກັນຍາ 2025 ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ຂອງຄະນະໂຄສະນາອົບຮົມແຂວງ 3 ທ່ານ ໄດ້ລົງຊຸກຍູ້ຕິດຕາມການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງໂພນໂຮງ; ໃນໂອກາດທີ່ສຳຄັນນີ້ໄດ້ຮັບກຽດຕ້ອນຮັບຈາກການນຳຂອງເມືອງ ຄື: ທ່ານ ກົງເພັດ ສໍປະດິດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂພນໂຮງ ທີ່ໄດ້ຕ້ອນຮັບ ແລະ ລາຍງານສະພາບວຽກງານການເມືອງ-ແນວຄິດ ໂດຍລວມຂອງເມືອງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຮັບຮູ້ຢ່າງຈະແຈ້ງ; ຫຼັງຈາກນັ້ນ ຄະນະຮັບຜິດຊອບຂອງແຂວງ ຈຶ່ງໄດ້ເຂົ້າຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງໂພນໂຮງ ຊຶ່ງປະກອບມີ ທ່ານ ນາງ ແສງວອນ ສີປະເສີດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງໂພນໂຮງ ເຂົ້າຮ່ວມ 2 ທ່ານ.
ພິທີການດັ່ງກ່າວ ໄດ້ພ້ອມກັນຮັບຟັງການສະຫຼຸບລາຍງານ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານຮອບດ້ານ ໃນ 1 ປີຜ່ານມາ ແລະ ລາຍງານການກະກຽມປັບປຸງການຈັດຕັ້ງ ໂຮມເອົາວຽກງານຖະແຫຼງຂ່າວ ແລະ ບຸກຄະລາກອນຈຳນວນໜຶ່ງ ມາຂຶ້ນກັບຄະນະໂຄສະນາອົບຮົມເມືອງ; ລາຍງານຜົນການເຜີຍແຜ່ເຊື່ອມຊຶມເອກະສານ ແລະ ການຈັດຕັ້ງປະຕິບັດວຽກງານທີ່ສຳຄັນ ເປັນຕົ້ນ: ເອກະສານສ້າງຈິດໃຈເອກະລາດເປັນເຈົ້າຕົນເອງໃນວຽກງານໂຄສະນາອົບຮົມ, ວຽກງານໂຄສະນາປາຖະກະຖາວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ, ການເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າພັກ, ການຕິດຕາມເກັບກຳສະພາບແນວຄິດ-ຫາງສຽງສັງຄົມ, ການສະໜອງ ແລະ ຊົມໃຊ້ຂໍ້ມູນຂ່າວສານ ຢູ່ເວບໄຊ໌ຄະນະໂຄສະນາອົບຮົມ ໂດຍມີການຄົ້ນຄ້ວາແລກປ່ຽນຄຳຄິດຄຳເຫັນ ລະຫວ່າງ ຄະນະຮັບຜິດຊອບຂັ້ນແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ເພື່ອຊອກຫາວິທີການແກ້ໄຂບັນຫາຕ່າງໆ ທີ່ເປັນຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃຫ້ຫັນປ່ຽນໄປສູ່ມາດຕະການຈັດຕັ້ງປະຕິບັດແບບໃໝ່ ທີ່ສາມາດບັນລຸຜົນສຳເລັດໃນຕໍ່ໜ້າ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ຍັງໄດ້ໂອ້ລົມເນັ້ນໜັກຕໍ່ຄະນະໂຄສະນາອົບຮົມເມືອງໂພນໂຮງ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ຄົ້ນຄວ້າປັບປຸງແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ເອົາໃຈໃສ່ປະສານສົມທົບແໜ້ນກັບຕາໜ່າງເພື່ອນຮ່ວມງານ ເພື່ອສ້າງຄວາມໂລ່ງລ່ຽນໃນການເຄື່ອນໄຫວວຽກງານຂອງໂຄສະນາອົບຮົມ ໃຫ້ມີຄວາມສະດວກວ່ອງໄວ ກວ່າເກ່ົາ ແລະ ຂໍຮຽກຮ້ອງມາຍັງ ພະນັກງານຂອງຄະນະໂຄສະນາອົບຮົມ ຈົ່ງເພີ່ມທະວີຄວາມສາມັກຄີ, ບຸກບືນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ ເພື່ອສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໃຫ້ກ້າວໄປສູ່ຄຸນນະພາບໃໝ່ທີ່ທັນສະໄໝ ແລະ ມີຜົນສຳເລັດຫຼາຍຂຶ້ນກວ່າເກົ່າ ເພື່ອຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ.
ພາຍຫຼັງສຳເລັດການເຮັດວຽກ ຄະນະຮັບຜິດຊອບ-ຄະນະໂຄສະນາອົບຮົມແຂວງ ໄດ້ເດີນທາງກັບຄືນສຳນັກງານຂອງແຂວງວຽງຈັນ ໃນເວລາ 15:00 ໂມງ ຂອງວັນດຽວກັນ.