ວັນທີ 29 ສິງຫາ 2025 ແຂວວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ໂອນວຽກງານສື່ມວນຊົນ (ຖະແຫຼງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງທ່ານ ນາງ ພວງມະລີ ອັກຄະມົນຕີ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ; ມີຄະນະຮັບຜິດຊອບປັບປຸງການຈັດຕັ້ງຂອງແຂວງ, ແຂກຖືກເຊີນທີ່ຈາກບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ເຄນ ເຮືອງຄຳແສງ ຮອງປະທານກວດກາພັກແຂວງວຽງຈັນ ຕາງໜ້າຄະນະປັບປຸງການຈັດຕັ້ງຂັ້ນແຂວງ ໄດ້ຂຶ້ນຜ່ານນິຕິກຳກ່ຽວກັບການປັບປຸງການຈັດຕັ້ງ ເປັນຕົ້ນແມ່ນ ຂໍ້ຕົກລົງ ສະບັບເລກທີ 1194/ຈຂ ວຈ, ລົງວັນທີ 19 ສິງຫາ 2025 ວ່າດ້ວຍ ການໂອນວຽກຖະແຫຼງຂ່າວ-ສື່ມວນຊົນ ແລະ ບຸກຄະລາກອນຈຳນວນ 21 ຄົນ, ຍີງ 6 ຄົນ ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງວຽງຈັນ, ຂໍ້ຕົກລົງສະບັບເລກທີ 1231/ຈຂ ວຈ, ລົງວັນທີ 26 ສິງຫາ 2025 ວ່າດ້ວຍ ການແຕ່ງຕັ້ງ ທ່ານ ສຳພັນ ມະນີຈັນ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມະຕິຕົກລົງແຕ່ງຕັ້ງ ທ່ານ ຂັນໄຊ ຫຼວງຜ່ານ ແລະ ທ່ານ ສຳພັນ ມະນີຈັນ ເປັນຄະນະໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ຂໍ້ຕົກລົງ ສະບັບເລກທີ 1193/ຈຂວຈ, ລົງວັນທີ 19 ສິງຫາ 2025 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງສື່ມວນຊົນ: ເຫັນດີແຕ່ງຕັ້ງ ທ່ານ ພູຂອງ ສີຫຼວງລາດ ເປັນຫົວໜ້າຂະແໜງສື່ມວນຊົນ; ແຕ່ງຕັ້ງ ທ່ານ ແກ້ວອຸດົມ ໄຊຍະລາດ, ທ່ານ ເສິກ ພົມມະຈັນ, ທ່ານ ສອນໄຊ ວິໄລວົງ, ທ່ານ ນາງ ຄຳສະຫວົງ ບົວລະພັນ ແລະ ທ່ານ ກິ່ງແກ້ວ ຈັນທະບູລີ ເປັນຮອງຫົວໜ້າຂະແໜງສື່ມວນຊົນ.
ພິທີໄດ້ເຊັນບົດບັນທຶກ ການມອບ-ຮັບເອົາວຽກງານສື່ມວນຊົນ (ຖະແຫຼງຂ່າວ) ລະຫວ່າງ ທ່ານ ສີສະຫວາດ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແລະ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໃນພິທີອັນມີຄວາມໝາຍສຳຄັນຄັ້ງນີ້ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ໄດ້ມອບມະຕິຕົກລົງແຕ່ງຕັ້ງ ໃຫ້ຄະນະໜ່ວຍພັກໃໝ່ 2 ທ່ານ ແລະ ມີຄຳເຫັນໂອ້ລົມຕໍ່ພິທີຄື: ການປັບປຸງກົງຈັກການຈັດຕັ້ງ ແມ່ນແນໃສໃຫ້ສອດຄ່ອງກັບນະໂຍບາຍຂອງພັກ-ລັດ, ເປັນສ່ວນໜຶ່ງຂອງການປະຕິຮູບລະບົບບໍລິຫານລັດ ທີ່ໃຫຍ່ໂຕໃຫ້ກະທັດຮັດ ເພື່ອເພີ່ມປະສິດທິພາບ ແລະ ປະສິດທິຜົນ ໃນການຮັບໃຊ້ປະຊາຊົນເວົ້າລວມ, ເວົ້າສະເພາະ ໃນການພັດທະນາລະບົບຂ່າວສານ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການເຜີຍແຜ່ຂໍ້ມູນຂ່າວສານໃຫ້ມີປະສິດທິຜົນ ຈຶ່ງໄດ້ມີການໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ຮັບຜິດຊອບ ເພື່ອສ້າງຄວາມເຂັ້ມແຂງໃນການຜະລິດ-ເຜີຍແຜ່ຂ່າວສານ, ພັດທະນາວຽກງານສື່ມວນຊົນ ແລະ ຍົກສູງພາລະບົດບາດຂອງວຽກງານໂຄສະນາອົບຮົມ, ສ້າງຄວາມເຂົ້າໃຈໃຫ້ປະຊາຊົນຮັບຮູ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງກວ້າງຂວາງ, ພ້ອມທັງສ້າງວຽກຖະແຫຼງຂ່າວ-ສື່ມວນຊົນ ໃຫ້ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ໃຫ້ດີຂຶ້ນກວ່າເກົ່າ.