ຄະນະ​ໂຄສະນາ​ອົບຮົມ​ແຂວງ​ວຽງ​ຈັນ​​ລົງ​ເກັບ​ຂໍ້​ມູນ​ຄອບຄົວ​ຕົວ​ແບບ ​​ການ​ປູກຖົ່ວລຽນ

ໃນ​ວັນ​ທີ 12 ມິຖຸນາ 2025 ທີ​ມງານ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ວຽງ​ຈັນ ນຳ​ທີ​ມ​ໂດຍ ທ່ານ ນ. ມະນີ​ຈັນ ທຳ​ມະ​ໂຄດ ຮອງ​ເລຂາ​ໜ່ວຍ​ພັກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ ​ແຂວງ​ວຽງ​ຈັນ, ສົມທົບ​ກັບ​ຄະນະ​ໂຄສະນາ​ອົບຮົມ ​ເມືອງ​ທຸລະຄົມ ​​ລົງ​ເກັບ​ຂໍ້​ມູນ​ຄອບຄົວ ທ່ານ ປັນ​ຈາ ລາດ​ສະ​ວົງ ຊຶ່ງ​ທ່ານ​ແມ່ນ​ໜຶ່ງ​ໃນ​ຄອບຄົວ​ຕົວ​ແບບ ​​ການ​ປູກຖົ່ວລຽນ ບ້ານ​ນາ​ເຜີຍ ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ທ່ານ​ໄດ້​ໃຫ້​ຮູ້​ວ່າ: ສວນ​ແຫ່ງ​ນີ້​ມີ​ເນື້ອ​ທີ່​ທັງ​ໝົດ 25 ​ເຮັກຕ່າ, ​ໃນ​ນັ້ນ​ປູກ​ຖົ່ວລຽນ 20 ​ເຮັກ​ຕ່າ ​ແລະ 5 ​ເຮັກ​ຕ່າ ​ແມ່ນ​ປູກ​ຢາງພາລາ, ​ແຕ່​ກ່ອນ​ທ່ານ​ເຄີຍ​ເຮັດ​ວຽກ​ນຳ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ທ່ານ​ກໍ່​ໄດ້​ໝູນ​ໃຊ້​ເວລາຫ​ວ່າງ​ມາ​ເຮັດສວນ​; ​ເບື້ອງ​ຕົ້ນ​ປີ 2007 ​ແມ່ນ​ປູກ​ຕົ້ນ​ໄມ້​ກິນ​ໝາກ​ຫຼາຍ​ຊະນິດ​​ພໍ​ໄດ້​ເກັບ​ກິນ​ຕາມ​ລະດູ​ການ ​ໃນ​ນັ້ນ ​ໄດ້​ປູກ​ຕົ້ນ​ຖົ່ວລຽນ 3 ຕົ້ນ, ໄລຍະ 7 ປີ ຕໍ່​ມາ ຕົ້ນ​ໄມ້​ກໍ່​ໄດ້​ໃຫ້​ຜົນ​ຜະລິດ ພິ​ເສດ​ກໍ່​ແມ່ນ​ຕົ້ນ​ຖົ່ວລຽນ ​ໄດ້​ໃຫ້​ຜົນ​ຜະລິດ​ເປັນ​ທີ່​ໜ້າ​ພໍ​ໃຈ ​ເມື່ອ​ເອົາ​ມາ​ກິນ​ກໍ່​ເຫັນ​ວ່າ​ແຊບ​ຄື​ກັບ​ຂອງ​ປະ​ເທດ​ເພື່ອນ​ບ້ານ ທີ່​ນຳ​ເຂົ້າ​ມາ, ຕົກ​ມາ​ປີ 2017 ທ່ານ​ຈຶ່ງ​ຕັດສິນ​ໃຈ​ອອກ​ຈາກ​ວຽກ​ ​ແລ້ວ​ຫັນ​ມາ​ເຮັດ​ສວນ​ຖົ່ວລຽນ​ເປັນ​ຫຼັກ; ​ເລີ່​ມຕົ້ນ​ແມ່ນ​ປູກ 118 ຕົ້ນ ​ແລ້ວ​ຄ່ອຍ​ຂະຫຍາຍ​ໄປ​ເລື້ອຍໆ​ຈົນ​ມາ​ເຖິງ​ປັດຈຸບັນ ມີ​ຕົ້ນ​ຖົ່ວລຽນ​ທັງ​ນ້ອຍ ​ແລະ ​ໃຫຍ່ 250 ຕົ້ນ. ​ໂດຍ​ການ​ໃຊ້​ທຶນ​ຂອງ​ຕົນ​ເອງແຕ່ໜ້ອຍຫາຫຼາຍ ສ່ວນ​ຫຼາຍ​ແມ່ນ​ປູກ​ພັນ​ໝອນ​ທອງ ​ແລະ ຈະ​ມີ​ພັນ​ມູ​ຊັນ​ຄິງຈຳນວນ​ໜຶ່ງ, ການ​ບຳລຸງ​ຮັກສາ​ແມ່ນ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ໃນການກໍາຈັດ​​ສັດຕູ​ພືດ ​ແລະ ​ໂລກ​ພືດ ຕ້ອງ​ໄດ້​ໃຫ້​ຢາ​ເປັນ​ປະຈຳ ​ແລະ ​ໃຫ້​ນ້ຳ​ສະໜ່ຳສະ​ເໜີຢ່າງ​ເປັນ​ປົກກະຕິ ມາ​ຮອດປີ 2022 ​ໄດ້​ເລີ່​ມ​ເກັບ​ຜົນ​ຜະລິດ​ຂາຍ​ໄດ້​ປະມານ 3 ​ໂຕນ, ປີ 2023 ຂາຍ​ໄດ້​ປະມານ 5 ​ໂຕນ ​ແລະ ປີ 2024 ຂາຍ​ໄດ້ 8 ​ໂຕນ ຊ່ອງ​ທາງ​ການຈຳໜ່າຍ​ແມ່ນ​ຈະ​ຂາຍ​ທາງ​ອອນ​ລາຍ ສົ່ງ​ໃຫ້​ລູກ​ຄ້າ​ທາງ​ຂົນ​ສົ່ງ ​ແລະ ຂາຍ​ຢູ່​ໜ້າ​ສວນ ​ໂດຍ​ມີ​ການ​ເຊີນຊວນ​ໃຫ້​ລູກ​ຄ້າ​ມາ​ຢ້ຽມ​ຊົມ​ສວນ ​ເພື່ອ​ຊື້​ຜົນ​ຜະລິດ​ໄປ​ກິນ ​ແລະ ຈໍາໜ່າຍ​ຕໍ່​; ລາຍ​ຮັບ​ຈາກການ​ຂາຍໃນ​ປີ 2024 ສາມາດ​ປະ​ເມີນໄດ້​ປະມານ 1,480,000,000 ກີບ ​ໃນ​ລາຄາ​ຂາຍ 185,000 ກີບ/kg, ປັດຈຸບັນ ປີ 2025 ຄາດ​ວ່າ​ຈະ​ໃຫ້​ໄດ້​ຂາຍ 8 ​ໂຕນ ​ໃນ​ລາຄາ 150,000 ກີບ/kg.

​ແຮງ​ຈູງ​ໃຈ​ທີ່​ເຮັດ​ໃຫ້​ທ່ານປັນ​ຈາ​ເລືອກ​ໃນ​ອາຊີບ​ນີ້ ກໍ່​ຍ້ອນ​ທ່ານ​ເຫັນ​ວ່າ​ຖົ່ວລຽນ​ເປັນໝາກໄມ້ທີ່​ຫຼາຍ​ຄົນມັກກິນ ບວກ​ກັບ​​ດິນ​ກໍ່​ເໝາະ​ສົມ​ໃນ​ການ​ປູກ ທ່ານ​ໄດ້​ຊອກ​ຮູ້​ຮ່ຳຮຽນ​ວິທີ​ການ​ປູກ ​ແລະ ບຳລຸງ​ຮັກສາ​ຈາກ​ອິນ​ເຕີ​ເນັດ ​ເພື່ອ​ນຳ​ມາ​ໝູນ​ໃຊ້​ໃນ​ການ​ປູກ​ຖົ່ວລຽນ​ດັ່ງກ່າວ ​ເຮັດ​ໃຫ້​ທ່ານ​ໄດ້​ມີ​ຄວາມ​ຮູ້ ​ແລະ ປະສົບ​ການ​ໃນ​ການ​ປູກ​ຖົ່ວລຽນ ​ແລະ ທ່ານ​ຍັງ​ໄດ້​ເຊີນຊວນໃຫ້​ປະຊາຊົນ ​ຫຼື ວ່າ​ບຸກຄົນ​ໃດ​ທີ່​ມີ​ຄວາມ​ສົນ​ໃຈ ຄິດ​ຢາກ​ປູກ​ຖົ່ວລຽນ ກໍ່​ສາມາດ​ມາ​ຖອດ​ຖອນ​ບົດຮຽນ​ນຳ​ທ່ານ​ໄດ້ ​ແລະ ອີກ​ຢ່າງ​ໜຶ່ງການປູກ​ຖົ່ວ​ລຽນ ກໍ່​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ຄອບຄົວ​ຫຼາຍພໍ​ສົມຄວນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa