ກອງປະຊຸມເຊື່ອມຊຶມເອກະສານ ເພື່ອກະກຽມການປະເມີນຜົນການປະຕິບັດວຽກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ

ໃນວັນທີ 24 ກັນຍາ 2024 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເຊື່ອມຊຶມເອກະສານທີ່ສຳຄັນ, ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ, ພາຍໃຕ້ການເປັນປະທານ ຂອງທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍພັກ, ຄະນະນໍາ ພ້ອມດ້ວຍພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 12 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານທີ່ສຳຄັນຂອງຂັ້ນເທິງ ເປັນຕົ້ນແມ່ນ: ດໍາລັດ ເລກທີ 300/ລບ, ລົງວັນທີ 13 ກຸມພາ 2027 ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະເໜີໂດຍ ທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ;

ຄໍາແນະນໍາ ເລກທີ 06/ພນ, ລົງວັນທີ 2 ພຶດສະພາ 2024 ວ່າດ້ວຍ ການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະເໜີໂດຍ ທ່ານ ນາງ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ, ຫົວໜ້າຂະແໜງບໍລິຫານ;

 

ດໍາລັດ ເລກທີ 283/ລບ, ລົງວັນທີ 22 ພຶດສະພາ 2018 ວ່າດ້ວຍ ພາລະກອນ ສະເໜີໂດຍ ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ;

 

ໃນຕອນທ້າຍກອງປະຊຸມ ທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອ້ລົມໃຫ້ທິດຊີ້ນຳຕໍ່ບັນດາສະຫາຍສະມາຊິກພັກ, ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ຈົ່ງເອົາໃຈໃສ່ຄົ້ນຄວ້າ, ກຳແໜ້ນເນື້ອໃນເອກະສານ ທີ່ໄດ້ຜ່ານການເຜີຍແຜ່ເຊື່ອມຊຶມຄັ້ງນີ້ ຢ່າງເລິກເຊິ່ງ, ເພື່ອຮັບປະກັນເຮັດໃຫ້ການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2024 ຂອງຄະນະໂຄສະນາອົບຮົມແຂວງ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ; ກອງປະຊຸມໄດ້ປິດລົງຢ່າງເປັນທາງການ ເວລາ 11:30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa