Tag Archives: ຄະນະໂຄສະນາອົບຮົມ

ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ເພື່ອກະກຽມດຳເນີນຊີວິດການເມືອງທ້າຍສະໄໝ ແລະ ກອງປະຊຸມໃຫຍ່ ຂອງ 2 ໜ່ວຍພັກຮາກຖານ ຄື: ໜ່ວຍພັກຮາກຖານ ຄະນະກວດກາພັກແຂວງ ແລະ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ.

ໃນຕອນເຊົ້າ ວັນທີ 26 ກັນຍາ 2024, ເວລາ 8:30 ໂມງ ໄດ້ຈັດກອງປະຊຸມຂຶ້ນທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງວຽງຈັນ; ການເຂົ້າຮ່ວມຂອງ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ; ມີບັນດາສະຫາຍ ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນຄະນະກວດກາພັກແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 45 ສະຫາຍ, ຍິງ 20 ສະຫາຍ.

ແອັດມິນເວບໄຊສ ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມຝຶກອົບຮົມຜ່ານລະບົບທາງໄກ (video conference) ກ່ຽວກັບ ການຄຸ້ມຄອງບໍລິຫານຈັດການກະດານຂ່າວເອເລັກໂຕຼນິກ ຂອງຄະນະໂຄສະນາອົບຮົມບັນດາແຂວງ ທົ່ວປະເທດ

ພິທີຝຶກອົບຮົມຜ່ານລະບົບທາງໄກ (video conference) ກ່ຽວກັບ ການຄຸ້ມຄອງບໍລິຫານຈັດການກະດານຂ່າວເອເລັກໂຕຼນິກ ຂອງຄະນະໂຄສະນາອົບຮົມບັນດາແຂວງ ທົ່ວປະເທດ ໄດ້ຈັດຂຶ້ນໂດຍຄະນະໂຄສະນາອົບຮົມສູນກາງພັກ, ເລີ່ມແຕ່ວັນທີ 10 – 20 ມິຖຸນາ 2024 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມີຄວາມເຫັນກ່າວເປີດ ໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ການເຂົ້າຮ່ວມຂອງ ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາທ່ານ ຕາງໜ້າຄະນະໂຄສະນາອົບຮົມແຂວງ, ຄູອາຈານຂັ້ນສູນກາງ ແລະ ນັກຝຶກອົບຮົມ ຈາກບັນດາແຂວງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ຄະນະຮັບຜິດຊອບເວບໄຊສ ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານເວັບໄຊສ ຄະນະໂຄສະນາອົບຮົມທົ່ວປະເທດ (ຜ່ານລະບົບທາງໄກ) ປະຈໍາໄຕມາດ I / 2024

ໃນຕອນເຊົ້າ ວັນທີ 25 ມີນາ 2024, ເວລາ 8:00 ໂມງ, ໄດ້ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ ຢູ່ຫ້ອງປະຈຳການຂອງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ນຳພາເຂົ້າຮ່ວມ ໂດຍ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ (ເປັນຜູ້ຊີ້ນໍາ) ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມແຂວງ 4 ທ່ານ, ຍິງ 2 ທ່ານ, ມີບັນດາຄະນະຮັບຜິດຊອບເວັບໄຊສ ຂອງຄະນະໂຄສະນາອົບຮົມທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ແຂວງວຽງຈັນ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ເມືອງເຟືອງ

ໃນຕອນເຊົ້າວັນທີ 21 ມີນາ 2024 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ, ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ເມືອງເຟືອງ, ໃຫ້ກຽດເປັນປະທານ ແລະ ນຳພາເລົ່າປະຫວັດມູນເຊື້ອ ໂດຍທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງຂອງແຂວງ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມທັງໝົດ 213 ທ່ານ, ຍິງ 73 ທ່ານ.

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa