ໃນຕອນເຊົ້າວັນທີ 21 ມີນາ 2024 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ, ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ເມືອງເຟືອງ, ໃຫ້ກຽດເປັນປະທານ ແລະ ນຳພາເລົ່າປະຫວັດມູນເຊື້ອ ໂດຍທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງຂອງແຂວງ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມທັງໝົດ 213 ທ່ານ, ຍິງ 73 ທ່ານ.
Author Archives: admin
ໃນວັນທີ 14 ກຸມພາ 2024 ໄດ້ເປີດກອງປະຊຸມໃຫຍ່ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ຂຶ້ນຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ, ປະທານກຳມະບານຮາກຖານ, ຫົວໜ້າຂະແໜງບໍລິຫານ ແລະ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ວໍຣະສອນ ສີອັກຄະສອນ ເລຂາໜ່ວຍພັກ, ປະທານສະຫະພັນກຳມະບານແຂວງ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ແລະ ສະມາຊິກ ກໍາມະບານພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 18 ສະຫາຍ.
ຄຳແນະນຳ ຄະນະໂຄສະນາອົບຮົມແຂວງວຽງຈັນ ເລກທີ 47 / ຄອຮຂຈ, ລົງວັນທີ 4 ມີນາ 2024 ກ່ຽວກັບ ການນຳໃຊ້ເອກະສານສຶກສາອົບຮົມປະຊາຊົນທົ່ວໄປ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ >>> ກົດດາວໂຫຼດ <<< ຕິດຕໍ່ແອັດມິນ ກ່ຽວກັບເນື້ອໃນເອກະສານການເຊື່ອມຊຶມ
ຄຳແນະນຳ ຄະນະປະຈຳພັກແຂວງວຽງຈັນ ເລກທີ 025 / ຄປພວຈ, ລົງວັນທີ 1 ທັນວາ 2023 ກ່ຽວກັບ ການສ້າງຂະບວນການ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ >>> ກົດດາວໂຫຼດ <<<
ຄຳແນະນຳ ຄະນະໂຄສະນາອົບຮົມແຂວງວຽງຈັນ ເລກທີ 328/ຄອຮວຈ, ລົງວັນທີ 9 ພະຈິກ 2023 ກ່ຽວກັບ ການນຳໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ສຳລັບສະມາຊິພັກ, ພະນັກງານຫຼັກແຫຼ່ງ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ >>> ກົດດາວໂຫຼດ <<< ຕິດຕໍ່ແອັດມິນ ກ່ຽວກັບເນື້ອໃນເອກະສານເຊື່ອມຊຶມ