ວັນທີ 27 ເມສາ 2024 ຄະນະຜູ້ແທນພັກກອມມູນິດ ຊາວກອມມູນິດຣັດເຊຍ ນຳໂດຍ ສະຫາຍ ມາລິນໂກວິດເຊີເກ ອາເລັກແຊນໂດຣວິດ (Malinkovich sergey Aleksandrovich) ປະທານພັກກອມມູນິດ ຊາວກອມມູນິດຣັດເຊຍ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ເປັນກຽດຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ແລະ ສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຕ້ອນຮັບ, ຢູ່ທີ່ໂຮງແຮມ ເອັສວັງວຽງບູຕິກ ເມືອງວັງວຽງ ແຂວງວຽງຈັນ.
Author Archives: admin
ກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນ ໂຄງການການເມືອງ ຂອງພັກ (ບັນດາແຂວງພາກກາງ) ໄດ້ໄຂຂຶ້ນ ໃນເວລາ 8:00 ໂມງ, ຂອງວັນທີ 25 ເມສາ 2024 ຢູ່ທີ່ສະໂມສອນເມືອງວັງວຽງ, ແຂວງວຽງຈັນ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ແລະ ຄະນະຜູ້ແທນ ຈາກ 6 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ພ້ອມດ້ວຍການນຳຂອງແຂວງວຽງຈັນ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ ທັງໝົດ 86 ສະຫາຍ, ຍິງ 12 ສະຫາຍ.
ໃນຕອນເຊົ້າ ວັນທີ 25 ມີນາ 2024, ເວລາ 8:00 ໂມງ, ໄດ້ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ ຢູ່ຫ້ອງປະຈຳການຂອງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ນຳພາເຂົ້າຮ່ວມ ໂດຍ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ (ເປັນຜູ້ຊີ້ນໍາ) ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມແຂວງ 4 ທ່ານ, ຍິງ 2 ທ່ານ, ມີບັນດາຄະນະຮັບຜິດຊອບເວັບໄຊສ ຂອງຄະນະໂຄສະນາອົບຮົມທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນເຊົ້າວັນທີ 21 ມີນາ 2024 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ, ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ເມືອງເຟືອງ, ໃຫ້ກຽດເປັນປະທານ ແລະ ນຳພາເລົ່າປະຫວັດມູນເຊື້ອ ໂດຍທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງຂອງແຂວງ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມທັງໝົດ 213 ທ່ານ, ຍິງ 73 ທ່ານ.
ໃນວັນທີ 14 ກຸມພາ 2024 ໄດ້ເປີດກອງປະຊຸມໃຫຍ່ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ຂຶ້ນຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ, ປະທານກຳມະບານຮາກຖານ, ຫົວໜ້າຂະແໜງບໍລິຫານ ແລະ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ວໍຣະສອນ ສີອັກຄະສອນ ເລຂາໜ່ວຍພັກ, ປະທານສະຫະພັນກຳມະບານແຂວງ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາແຂກຖືກເຊີນ ແລະ ສະມາຊິກ ກໍາມະບານພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 32 ສະຫາຍ, ຍິງ 18 ສະຫາຍ.
ຄຳແນະນຳ ຄະນະໂຄສະນາອົບຮົມແຂວງວຽງຈັນ ເລກທີ 47 / ຄອຮຂຈ, ລົງວັນທີ 4 ມີນາ 2024 ກ່ຽວກັບ ການນຳໃຊ້ເອກະສານສຶກສາອົບຮົມປະຊາຊົນທົ່ວໄປ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ >>> ກົດດາວໂຫຼດ <<< ຕິດຕໍ່ພະນັກງານຮັບຜິດຊອບ ເພື່ອຮັບເນື້ອໃນເອກະສານຖາມ-ຕອບ ສຳລັບສຶກສາອົບຮົມປະຊາຊົນທົ່ວໄປ ເບີໂທ / ວັອດແອັບ: 020 98830280 ທ. ເສີດ ຢຳຢວນ
ຄຳແນະນຳ ຄະນະປະຈຳພັກແຂວງວຽງຈັນ ເລກທີ 025 / ຄປພວຈ, ລົງວັນທີ 1 ທັນວາ 2023 ກ່ຽວກັບ ການສ້າງຂະບວນການ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ >>> ກົດດາວໂຫຼດ <<<
ຄຳແນະນຳ ຄະນະໂຄສະນາອົບຮົມແຂວງວຽງຈັນ ເລກທີ 328/ຄອຮວຈ, ລົງວັນທີ 9 ພະຈິກ 2023 ກ່ຽວກັບ ການນຳໃຊ້ເອກະສານສຶກສາອົບຮົມການເມືອງ-ແນວຄິດ ສຳລັບສະມາຊິພັກ, ພະນັກງານຫຼັກແຫຼ່ງ ເພື່ອກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ >>> ກົດດາວໂຫຼດ <<< ຕິດຕໍ່ພະນັກງານຮັບຜິດຊອບ ເພື່ອຮັບເນື້ອໃນບົດຮຽນ 4 ບົດ ເບີໂທ / ວັອດແອັບ: 020 98830280 ທ. ເສີດ ຢຳຢວນ