ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 15-16 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ ພາຍໃຕ້ການເປັນຄະນະປະທານ ຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາຕາງໜ້າຄະນະຮັບຜິດຊອບຂັ້ນສູນກາງ, ເລຂາພັກແຂວງອ້ອມຂ້າງ, ພ້ອມດ້ວຍບັນດາຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 263 ສະຫາຍ, ຍິງ 36 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 22,864 ສະຫາຍ.
Author Archives: admin
ໃນວັນທີ 11 ກັນຍາ 2025 ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ຂອງຄະນະໂຄສະນາອົບຮົມແຂວງ 3 ທ່ານ ໄດ້ລົງຊຸກຍູ້ຕິດຕາມການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງໂພນໂຮງ; ໃນໂອກາດທີ່ສຳຄັນນີ້ໄດ້ຮັບກຽດຕ້ອນຮັບຈາກການນຳຂອງເມືອງ ຄື: ທ່ານ ກົງເພັດ ສໍປະດິດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂພນໂຮງ ທີ່ໄດ້ຕ້ອນຮັບ ແລະ ລາຍງານສະພາບວຽກງານການເມືອງ-ແນວຄິດ ໂດຍລວມຂອງເມືອງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຮັບຮູ້ຢ່າງຈະແຈ້ງ; ຫຼັງຈາກນັ້ນ ຄະນະຮັບຜິດຊອບຂອງແຂວງ ຈຶ່ງໄດ້ເຂົ້າຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງໂພນໂຮງ ຊຶ່ງປະກອບມີ ທ່ານ ນາງ ແສງວອນ ສີປະເສີດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງໂພນໂຮງ ເຂົ້າຮ່ວມ 2 ທ່ານ.
ໃນວັນທີ 10 ກັນຍາ 2025 ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ຂອງຄະນະໂຄສະນາອົບຮົມແຂວງ 3 ທ່ານ ໄດ້ລົງຊຸກຍູ້ຕິດຕາມການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງວັງວຽງ; ໃນໂອກາດທີ່ສຳຄັນນີ້ໄດ້ຮັບກຽດຕ້ອນຮັບຈາກການນຳຂອງເມືອງ ຄື: ທ່ານ ບຸນສີ ລັດດາວົງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງວັງວຽງ ທີ່ໄດ້ຕ້ອນຮັບ ແລະ ລາຍງານສະພາບວຽກງານການເມືອງ-ແນວຄິດ ໂດຍລວມຂອງເມືອງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຮັບຮູ້ຢ່າງຈະແຈ້ງ; ຫຼັງຈາກນັ້ນ ຄະນະຮັບຜິດຊອບຂອງແຂວງ ຈຶ່ງໄດ້ເຂົ້າຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງວັງວຽງ ຊຶ່ງປະກອບມີ ທ່ານ ອຳພອນ ອຸໄທທິດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງວັງວຽງ ເຂົ້າຮ່ວມທັງໝົດ 7 ທ່ານ.
ໃນວັນທີ 10-11 ກັນຍາ 2025 ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນໄດ້ລົງຕິດຕາມ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະຢູ່ 2 ເມືອງຄື: ເມືອງເຟືອງ ແລະ ທຸລະຄົມ ນໍາພາໂດຍທ່ານ ຂັນໄຊ ຫຼວງຜ່ານ ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນ. ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 244/ຄອຮ ຂຈ, ລົງ ວັນທີ 05 ກັນຍາ 2025 ແລະ ຂໍ້ຕົກລົງຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 245/ຄອຮ ຂຈ, ລົງວັນທີ 05 ກັນຍາ 2025 ເຊິ່ງແບ່ງອອກເປັນ 2 ຈຸໃນການແບ່ງຄວາມຮັບຜິດຊອບລົງຊຸກຍູ້ວຽກງານວິຊາສະເພາະຢູ່ບັນດາເມືອງ ແລະ ໄດ້ນຳເອົາເອກະສານທີ່ກ່ຽວຂ້ອງນຳລົງໄປເຜີຍແຜ່ຊຸກຍູ້ຄື:
ກອງປະຊຸມສ່ອງແສງລາຍງານ ວຽກຄຸ້ມຄອງລະບົບເວບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ (ຜ່ານລະບົບທາງໄກ) ປະຈຳໄຕມາດ III / 2025 ໄດ້ໄຂຂຶ້ນໃນວັນທີ 4 ກັນຍາ 2025 ເວລາ 8:00 ໂມງ, ພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ (ຄອສພ), ມີຄະນະຮັບຜິດຊອບຄຸ້ມຄອງເວບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມ 6 ທ່ານ, ຍິງ 3 ທ່ານ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ກ່ຽວກັບການເຄື່ອນໄຫວຄຸ້ມຄອງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ລົງເວບໄຊ໌ www.ptvtp.gov.la ໄລຍະ 3 ເດືອນຜ່ານມາ ແລະ ປັບປຸງການຈັດຕັ້ງ ໂຮມເອົາວຽກງານສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມ ເພື່ອຖອດຖອນບົດຮຽນຮ່ວມກັບບັນດາແຂວງທົ່ວປະເທດ ໃນການສືບຕໍ່ວາງທິດທາງແຜນການເຄື່ອນໄຫວວຽກງານ ປະຈຳໄຕມາດ IV/2025
ວັນທີ 29 ສິງຫາ 2025 ແຂວວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ໂອນວຽກງານສື່ມວນຊົນ (ຖະແຫຼງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງທ່ານ ນາງ ພວງມະລີ ອັກຄະມົນຕີ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ; ມີຄະນະຮັບຜິດຊອບປັບປຸງການຈັດຕັ້ງຂອງແຂວງ, ແຂກຖືກເຊີນທີ່ຈາກບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຕອນເຊົ້າວັນທີ 20 ສິງຫາ 2025 ເວລາ 8:00 ໂມງ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງວຽງຈັນ ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບແນວລາວສ້າງຊາດແຂວງ ແລະ ຫ້ອງວ່າການແຂວງ ຈັດພິທີປາຖະກະຖາ ວັນສໍາຄັນທາງປະຫວັດສາດ ຂອງພັກ, ຂອງຊາດ ພິທີໃນຄັ້ງນີ້ໄດ້ດໍາເນີນເປັນ 2 ວາລະ ຄື: ວາລະທີ 1: ຮັບຟັງການປາຖະກະຖາ ວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ; ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ; ວັນຢຶດອໍານາດ ຄົບຮອບ 80 ປີ ແລະ ຄົບຮອບ 50 ປີ; ວັນລັດຖະທໍາມະນູນ ຄົບຮອບ 34 ປີ; ວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 44 ປີ ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາ ໂດຍທ່ານ ພູທະນູເພັດ […]
ບົດແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 58/ຄອສພ, ລົງວັນທີ 30 ເມສາ 2025 ວ່າດ້ວຍ ການສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ ໃນໄລຍະໃໝ່ ກົດບ່ອນນີ້ເພື່ອອ່ານ ຫຼື ດາວໂຫຼດເອກະສານ
ແຈ້ງການແນະນຳຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ເລກທີ 186/ຄອຮຂຈ, ລົງວັນທີ 28 ກໍລະກົດ 2025 ເລື່ອງ: ການເຜີຍແຜ່ ແລະ ຄຸ້ມຄອງການນຳໃຊ້ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມ ແລະ ການສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຕ່ລະເມືອງໃນທົ່ວແຂວງວຽງຈັນ (ກົດບ່ອນນີ້ເພື່ອອ່ານ ຫຼື ດາວໂຫຼດ)
ຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ເວລາ 8:00 ໂມງ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງວຽງຈັນ ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຫ້ອງວ່າການແຂວງ ແລະ ສະຫະພັນແມ່ຍິງແຂວງ ຈັດພິທີສະເຫຼີມສະຫຼອງ ວັນສໍາຄັນທາງປະຫວັດສາດ ຢູ່ແຂວງວຽງຈັນ ໃນການສະເຫຼີມສະຫຼອງຄັ້ງນີ້ ດໍາເນີນເປັນ 2 ວາລະຄື: