Author Archives: admin

ແຂວງວຽງຈັນຈັດພິທີຖ່າຍທອດສົດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ

ວັນທີ 5 ກຸມພາ 2026 ແຂວງວຽງຈັນໄດ້ຈັດພິທີຖ່າຍທອດສົດການແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງວຽງຈັນ. ພິທີດັ່ງກ່າວ ແຂວງວຽງຈັນ ໄດ້ຮັບຊົມພິທີຖ່າຍທອດສົດ ໂດຍມີ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງວຽງຈັນ ພ້ອມດ້ວຍບັນດາຄະນະປະຈຳ, ກຳມະການພັກແຂວງ ແລະ ພະນັກງານທົ່ວແຂວງວຽງຈັນ ຕະຫຼອດຈົນບັນດາຫົວໜ້າພະແນກການ, ອົງການ, ກົມກອງ, ຫ້ອງການ, ໂຮງຮຽນ, ໂຮງໝໍ, ທະນາຄານ ແລະ ລັດວິສາຫາກິດເຂົ້າຮ່ວມ.

ພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະໂຄສະນາອົບຮົມ (ຜູ້ເກົ່າ) ແລະ (ຜູ້ໃໝ່)

ພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະໂຄສະນາອົບຮົມ (ຜູ້ເກົ່າ) ແລະ (ຜູ້ໃໝ່) ແລະ ມອບ-ຮັບໜ້າທີ່ ບັນດາຫົວໜ້າພະແນກການອ້ອມຂ້າງແຂວງວຽງຈັນ ຈັດຂຶ້ນໃນຕອນເຊົ້າ ວັນທີ 31 ທັນວາ 2025

ຄະນະໂຄສະນາອົບຮົມແຂວງວຽງຈັນ ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ4 ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານນາງ ຈັນທະຄອນ ສີອຳພອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຮອງຫົວໜ້າຄະນະ, ຫົວຫນ້າ-ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

ໃນຕອນເຊົ້າ ຂອງວັນທີ 23 ມັງກອນ 2026, ເວລາ 08:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ I ປີ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງຫ້ອງວ່າການແຂວງວຽງຈັນ ມີເຂົ້າຮຽນທັງໝົດ 9 ສະຫາຍ, ຍິງ 6 ສະຫາຍ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ ຮັ່ງລີ ແກ້ວວິໄລສັກ ຄະນະພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໃຫ້ກຽດເຜີຍແຜ່ເຊື່ອມຊຶມເອກະສານ 13 ຄໍາຖາມ-13 ຄໍາຕອບ ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບ ການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວ ໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

ແຂວງວຽງຈັນ ຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ພິທີຮັບຊົມການຖ່າຍທອດສົດພິທີດັ່ງກ່າວ ໄດ້ມີຂຶ້ນວັນທີ 9 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ສະຫາຍ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາການນຳອາວຸໂສບຳນານ, ພະນັກງານຫຼັກແຫຼ່ງພາຍໃນແຂວງເຂົ້າຮ່ວມ. ໃນພິທີໄດ້ຮັບຊົມການສະແດງສິລະປະວັນນະຄະດີ ຈາກນັ້ນສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວຈຸດປະສົງພິທີໂຮມຊຸມນຸມ.

ຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານຄະນະໂຄສະນາອົບຮົມ ຢູ່ແຂວງວຽງຈັນ ປະຈຳປີ 2025.

ຊຸດຝຶກອົບຮົມຄັ້ງນີ້ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 25-26 ທັນວາ 2025 ຢູ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີທົນ ແສງພະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າ ຄະນະໂຄສະນາອົບຮົມບັນດາເມືອງ, ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ພິທີຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ ສະໄໝທີ VII ທີ່ເມືອງວຽງຄຳ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2025 ທີ່ຫ້ອງປະຊຸມເມືອງວຽງຄໍາ ແຂວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສີທົນ ແສງພະຈັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສົມໝາຍ ໄຊຍະວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງວຽງຄຳ, ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພ້ອມດ້ວຍບັນດາຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານ, ໜ່ວຍພັກ, ກຸ່ມບ້ານ, ເລຂາພັກບ້ານ-ນາຍບ້ານ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງຂອງເມືອງວຽງຄໍາ ເຂົ້າຮ່ວມ.

ທ່ານເຈົ້າແຂວງວຽງຈັນ ພ້ອມດ້ວຍອະດີດການນຳອາວຸໂສບຳນານ ຢ້ຽມຊົມການກໍ່ສ້າງອານຸສອນສະຖານປະທານ ໄກສອນ ພົມວິຫານ ຂອງແຂວງ ແຫ່ງໃໝ່.

ໃນໂອກາດທີ່ແຂວງວຽງຈັນ ຈັດພິທີໂຮມຊຸມນຸມ ຮັບຊົມການຖ່າຍຖອດສົດສະເຫຼີມສະຫຼອງ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920-13 ທັນວາ 2025 ) ຈາກນະຄອນຫຼວງວຽງຈັນ ໃນວັນທີ 12 ທັນວາ 2025. ພາຍຫຼັງສຳເລັດພິທີໂຮມຊຸມນຸມ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເຈົ້າແຂວງວຽງຈັນ ພ້ອມດ້ວຍ ອະດີດການນໍາ, ພະນັກງານບຳນານ ຂອງແຂວງ ໄດ້ລົງຢ້ຽມຊົມການກໍ່ສ້າງ ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ຂອງແຂວງແຫ່ງໃໝ່ ທີ່ພວມດຳເນີນການກໍ່ສ້າງ ຄາດວ່າການກໍ່ສ້າງສະຖານທີ່ດັ່ງກ່າວຈະສຳເລັດໃນມໍ່ໆນີ້.

ແຂວງວຽງຈັນ ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920 – 13 ທັນວາ 2025 ) ຢູ່ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2025 ນີ້ ຢູ່ທີ່ ສະໂມສອນໃຫຍ່ຂອງແຂວງ. ໂດຍມີ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເຈົ້າແຂວງວຽງຈັນ, ມີບັນດາການນໍາພັກ-ລັດຂັ້ນແຂວງ, ຂັ້ນເມືອງ, ອະດີດການນໍາ, ພະນັກງານບຳນານ, ທະຫານ-ຕຳຫຼວດ,ພະນັກງານ-ລັດ ຖະກອນ, ພ້ອມດ້ວຍນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍຄະນະແອັດມິນ ເວັບໄຊ໌ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ໌) ປະຈຳໄຕມາດ 4 / 2025 ກໍຄືສະຫຼຸບລວມໝົດປີ 2025 ແລະ ວາງທິດທາງແຜນການ ໃນປີ 2026 ຂອງຄະນະໂຄສະນາອົບຮົມບັນດາແຂວງ ໃນທົ່ວປະເທດ

  ໃນວັນທີ 8 ທັນວາ 2025 ເວລາ 8:30 ໂມງ ທ່ານ ສຳພັນ ມະນີຈັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຫົວໜ້າຂະແໜງສື່ມວນຊົນ, ຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ແລະ ພະນັກງານທີ່ຮັບຜິດຊອບ ເວັບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ໌) ປະຈຳໄຕມາດ 4 / 2025 ກໍຄືສະຫຼຸບລວມໝົດປີ 2025 ແລະ ວາງທິດທາງແຜນການ ໃນປີ 2026 ຂອງຄະນະໂຄສະນາອົບຮົມບັນດາແຂວງ ໃນທົ່ວປະເທດ; ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານຂໍ້ມູນຂ່າວສານ.

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa