ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ ແລະ ໄດ້ປະກອບຄໍາເຫັນ ໃນຫົວຂໍ້: ການສຶກສາອົບຮົມການເມືືອງ-ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກໃນໄລຍະໃໝ່ ຕໍ່ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງວຽງຈັນ

ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ ແລະ ໄດ້ປະກອບຄໍາເຫັນ ໃນຫົວຂໍ້: ການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກໃນໄລຍະໃໝ່ ຕໍ່ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງວຽງຈັນ

ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ,ຮອງເລຂາພັກເມືອງ,ຄະນະພັກຮາກຖານ,ໜ່ວຍພັກຮາກຖານ ແລະ ພະນັກງານຫຼັກແຫຼ່ງພາຍໃນແຂວງເຂົ້າຮ່ວມ. ຈາກນັ້ນ ສະຫາຍ ຄຳເພັດ ຈັນສົມພູ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກ ຄອງ ໄລຍະ 5 ປີ (2021-2025) ແລະ ທິດທາງ 5 ປີ (2026-2030) ໄລຍະ 5 ປີຜ່ານມາ

ຄະນະພັກ, ຄະນະນຳຂັ້ນຕ່າງໆ ຂອງແຂວງວຽງຈັນ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານຈັດຕັ້ງ ແລະ ການປົກຄອງ ຕາມແນວທາງ, ມະຕິ, ຄຳສັ່ງ ແລະ ນະໂຍບາຍຂອງພັກ ສາມາດບັນລຸຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ສົ່ງເສີມການສຶກສາອົບຮົມ, ເຜີຍແຜ່ແນວ ທາງ ແລະ ມະຕິຂອງພັກ, ສ້າງຄວາມເຂົ້າໃຈເອກະພາບໃນບັນດາສະມາຊິກພັກ ແລະ ພະນັກງານ.

ອ່ານຂ່າວເພີ່ມເຕີມ https://www.facebook.com/share/p/1FGcASxWS6/

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa