
ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ຕ້ອນຮັບຄະນະບໍລິຫານງານພັກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ
ວັນທີ 3 ກັນຍາ 2026 ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທີມງານຄົ້ນຄວ້າກ່ຽວກັບ ແນວຄິດໄກສອນພົມວິຫານ ນຳໂດຍ ທ່ານ ຮສ ປອ ນາງ ລຳພູນ ດວນສຸວັນ ຄະນະບໍລິຫານງານພັກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ທັງເປັນຫົວໜ້າສູນຄົ້ນຄວ້າແນວຄິດໄກສອນພົມວິຫານ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວວຽກຢູ່ແຂວງວຽງຈັນ.ທ່ານຫົວໜ້າສູນຄົ້ນຄວ້າແນວຄິດໄກສອນພົມວິຫານ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສູນຄົ້ນຄວ້າແນວຄິດໄກສອນພົມວິຫານ ແລະ ແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວຢູ່ແຂວງວຽງຈັນຄັ້ງນີ້ ໂດຍສະເພາະແມ່ນການລົງເກັບກຳຂໍ້ມູນ ການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ທີ່ມາເຄື່ອນໄຫວຢູ່ແຂວງວຽງຈັນ ພ້ອມທັງສຳພາດຄວາມຮູ້ສຶກຂອງອະດີດພະນັກງານ ກໍຄືພໍ່ແມ່ປະຊາຊົນທີ່ໄດ້ເຮັດວຽກຮ່ວມ ຫຼື ຕ້ອນຮັບ ປະທານໄກສອນ ພົມວິຫານ ໃນໄລຍະນັ້ນ.ໂອກາດນີ້ ທ່ານ ນາງ ຈັນທະຄອນ ສີອຳພອນ ກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນມາຍັງຄະນະຄົ້ນຄວ້າຂໍ້ມູນການເຄື່ອນໄຫວຂອງປະທານໄກສອນພົມວິຫານ ແລະລາຍງານຫຍໍ້ກ່ຽວກັບແຂວງວຽງຈັນ, ເຊິ່ງ ມີພົນລະເມືອງທັງໝົດ 4 ແສນກວ່າຄົນ, ມີ 11 ເມືອງ;ປະຈຸບັນແຂວງວຽງຈັນກຳລັງສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິ VII ຂອງແຂວງ, ໂດຍໄດ້ຫັນຈາກເຜີຍແຜ່ເຊື່ອມຊຶມໃນເມື່ອກ່ອນ ມາເປັນການຈັດຝຶກອົບຮົມເປັນຫົວຂໍ້ສະເພາະສຳເລັດແລ້ວ1ຊຸດ.ຫຼັງຈາກ ທີມງານຄົ້ນຄວ້າກ່ຽວກັບ ແນວຄິດ ໄກສອນ ພົມວິຫານ ໄດ້ເຂົ້າພົບການນຳແຂວງແລ້ວ ກໍໄດ້ລົງສຳພາດ ອະດີດ ພະນັກງານ ຢູ່ບ້ານນາຊອມ ເມືອງໂພນໂຮງ ເຊິ່ງເປັນຜູ້ທີ່ໄດ້ເຮັດວຽກ
