
ຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫລຸບຖອດຖອນບົດຮຽນ ຊຸດຝຶກອົບຮົມ ມະຕິXII ຂອງພັກ ແລະ ມະຕິ VII ຂອງແຂວງ ໃຫ້ແກ່ພະນັກງານຂັ້ນແຂວງ ຊຸດທີIກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 3 ກັນຍາ 2026 ໂດຍການເປັນປະທານຂອງທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ, ມີບັນດາທ່ານອານຸກຳມະການແຕ່ລະດ້ານ, ວິທະຍາກອນ ແລະ ຫົວຫນ້າ,ຮອງຫົວຫນ້າພະແນກການ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.ທ່ານ ນາງ ຮັ່ງລີ່ ແກ້ວວິໄລສັກ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫລຸບຜົນສຳເລັດຂອງຊຸດຝຶກອົບຮົມ ມະຕິ XII ຂອງພັກ ແລະ ມະຕິ VII ຂອງແຂວງ ໃຫ້ແກ່ພະນັກງານຂັ້ນແຂວງ ຊຸດທີI ປະຈຳປີ 2026 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24 -28 ສິງຫາ 2026ຜ່ານມານີ້, ມີຜູ້ເຂົ້າຮ່ວມທັງໝົດ 200ກວ່າທ່ານ, ມີ 19 ຫົວຂໍ້ບັນຍາຍ. ສຳລັບຜົນການປະເມີນຄວາມຮັບຮູ້ນັກສຳມະນາກອນເຫັນວ່າ ທຸກຫົວຂໍ້ໄດ້ຮັບຄະແນນຢູ່ໃນລະດັບດີ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງນັກສຳມະນາກອນຕໍ່ຫົວຂໍ້ບັນຍາຍ.ໃນກອງປະຊຸມຄັ້ງນີ້ ບັນດາອານຸກຳມະການ ແລະ ຜູ້ເຂົ້າຮ່ວມຫລາຍທ່ານ ໄດ້ຜັດປ່ຽນກັນມີຄຳເຫັນແລກປ່ຽນໃນຫລາຍບັນຫາເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຝຶກອົບຮົມກ່ຽວກັບ ມະຕິXII ຂອງພັກ ແລະ ມະຕິ VII ຂອງແຂວງໃນຊຸດຕໍ່ໄປໃຫ້ມີຫມາກຜົນດີຂຶ້ນຫວ່າເກົ່າ.ໂອກາດນີ້ ທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ ໄດ້ໃຫ້ທິດຊີ້ນຳເພີ່ມເຕີມ ໂດຍເນັ້ນໜັກໃຫ້ ວິທະຍາກອນແຕ່ທ່ານ ຕ້ອງໄດ້ສະຫລຸບສັງລວມບົດຂອງແຕ່ທ່ານທີ່ຈະມາບັນຍາຍໃຫ້ ສັ້ນ ກະທັດຮັດ ແຕ່ໄດ້ເນື້ອໃນສຳຄັນດີ, ເພີ່ມທະວີຂອດປະສານງານແຕ່ລະຫນ້າວຽກໃຫ້ສອດຄ່ອງ ແລະ ກົມກຽວກັນຕື່ມ, ໃຫ້ເອົາໃຈໃສ່ປະຕິບັດໂມງເວລາ ແລະ ລະບຽບຂອງຊຸດອົບຮົມຢ່າງເຄັ່ງຄັດ, ພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ການຈັດຕັ້ງຂັ້ນເທິງມອບຫມາຍໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ.
