ໃນຕອນເຊົ້າ ຂອງວັນທີ 6 ພຶດສະພາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ 140 ປີ (01 ພຶດສະພາ 1886-01 ພຶດສະພາ 2026) ໂດຍການເຂົ້າຮ່ວມຂອງ ທ່ານ ພອນແກ້ວ ຂຸນພົນ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ທ່ານ ສອນໄຊ ຫຼວງອາໄພ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າ ແລະ ບັນດາສະມາຊິກກໍາມະບານຈາກບັນດາພະແນກການ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງແຂວງວຽງຈັນ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ພອນແກ້ວ ຂຸນພົນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ວັນທີ 1 ພຶດສະພາ ເຊິ່ງໄດ້ເກີດຂຶ້ນມາຈາກຂະບວນການຕໍ່ສູ້ອັນກ້າຫານຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນທ້າຍສະຕະວັດທີ XVIII ຫາ ຕົ້ນສະຕະວັດທີ XIX ເມື່ອຫຼາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ໂຄ່ນລົ້ມລະບອບສັກດີນາ ແລະ ກ້າວສູ່ລະບອບນາຍທຶນ. ໃນໄລຍະນັ້ນ ຄວາມຕ້ອງການທາງດ້ານວັດຖຸສິ່ງຂອງ ແລະ ການດຳລົງຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ຫຼາຍປະເທດ ຍັງບໍ່ສາມາດຕອບສະໜອງໄດ້ທັນກັບຄວາມເຕີບໂຕຂອງສັງຄົມ ຈຶ່ງຜັນຕົວເຂົ້າສູ່ການຜະລິດແບບອຸດສາຫະກຳ ສ້າງໂຮງຈັກ, ໂຮງງານຈຳນວນຫຼາຍ. ຫຼັງຈາກນັ້ນ ຈໍານວນກຳມະກອນໄດ້ເພີ່ມຂຶ້ນພ້ອມກັບການຂະຫຍາຍຕົວຂອງການຜະລິດ ແລະ ກາຍເປັນກຳລັງສໍາຄັນໃນສັງຄົມນາຍທຶນ, ການຕໍ່ສູ້ອັນດຸເດືອດຂອງຊົນຊັ້ນກຳມະກອນ ໃນເມືອງຫຼວງຊິກາໂກ ປະເທດອາເມລິກາ ໃນປີ 1884 ແລະ 1886 ຊຶ່ງເປັນຈຸດປ່ຽນສຳຄັນຂອງປະຫວັດການຕໍ່ສູ້ຂອງຜູ້ອອກແຮງງານໃນໂລກ. ໃນເວລານັ້ນ, ກໍາມະກອນໄດ້ລຸກຂຶ້ນຮຽກຮ້ອງໃຫ້ເພີ່ມຄ່າແຮງງານ, ຫຼຸດຜ່ອນຊົ່ວໂມງເຮັດວຽກ ແລະ ຮັບປະກັນສິດອັນທີ່ເປັນພື້ນຖານຂອງຕົນ. ການລຸກຮືຂຶ້ນດັ່ງກ່າວ ບໍ່ແມ່ນພຽງແຕ່ເປັນການປະທ້ວງຮ້ອງຂໍຄວາມເປັນທຳໃຫ້ຕົນເອງເທົ່ານັ້ນ ແຕ່ຍັງເປັນສັນຍານສໍາຄັນທີ່ສະແດງໃຫ້ເຫັນພະລັງຂອງຊົນຊັ້ນກຳມະກອນໃນການລຸກຂຶ້ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ. ໃນວັນທີ 1 ພຶດສະພາ 1886 ທີ່ເມືອງຫຼວງຊິກາໂກ ໄດ້ເກີດຂະບວນການຕໍ່ສູ້ຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ພ້ອມພຽງກັນຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ວ່າ: “ຕ້ອງເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້”. ຊົນຊັ້ນກໍາມະກອນແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີິ່ກ້າວໜ້າສີວິໄລ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ. ຈາກຂະບວນການຕໍ່ສູ້ດັ່ງກ່າວ ໄດ້ກາຍເປັນມໍຣະດົກທາງປະຫວັດສາດ ແລະ ຖືກຍົກຍ້ອງໃຫ້ເປັນວັນກຳມະກອນສາກົນ 1 ພຶດສະພາ ເປັນຕົ້ນມາ.
ໃນພິທີດັ່ງກ່າວບັນດາສະມາຊິກກຳມະບານຈາກບັນດາພະແນກການ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງແຂວງວຽງຈັນ ຍັງໄດ້ຮ່ວມໃຈກັນບໍລິຈາກເລືອດໂດຍບໍ່ໄດ້ຮຽກຮ້ອງຄ່າຕອບແທນ ເພື່ອຊ່ວຍຍເຫຼືອສັງຄົມ
