ໃນວັນທີ 7 ພຶດສະພາ 2026, ຢູທີ່ຫ້ອງປະຊຸມຊັ້ນ4 ຫ້ອງວ່າການແຂວງ ຄະນະໂຄສະນາອົບຮົມແຂວງ ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2025 ໂດຍການເຂົ້າຮ່ວມຂອງທ່ານ ຄໍາເພັດ ຈັນຊົມພູ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຊີ້ນຳລວມ ແລະ ຄະນະຮັບຜິດຊອບປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຂັ້ນແຂວງ, ພ້ອມດ້ວຍຄະນະຮັບຜິດຊອບຊີ້ນຳລວມປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຂັ້ນແຂວງ, ມີຄະນະພັກ, ຄະນະນຳ ແລະ ຫົວໜ້າຂະແໜງ ຂອງຄະນະໂຄສະນາອົບຮົມແຂວງ.
ໃນພິທີ ທ່ານ ພວງພັນ ຈັນທະລັງສີ ຮອງປະທານແນວລາວສ້າງຊາດແຂວງ, ຄະນະຮັບຜິດຊອບຊີ້ນຳລວມປະ

ເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນຂັ້ນແຂວງ ໄດ້ຂຶ້ນຜ່ານບາງເນື້ອໃນໂດຍຫຍໍ້ຂອງ ດຳລັດ 300/ລບ, ລົງວັນທີ 13 ກັນຍາ2017 ແລະ ບາງເນື້ອໃນສໍາຄັນຂອງຄໍາແນະນໍາ ເລກທີ 06/ພນ, ລົງວັນທີ 2 ພຶດສະພາ 2018. ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈເລິກເຊິ່ງຕໍ່ເນື້ອໃນເອກະສານດັ່ງກ່າວ ເພື່ອເປັນບ່ອນອີງໃນການປະເມີນໃນຄັ້ງນີ້.
ໂອກາດນີ້ ທ່ານ ຄຳເພັດ ຈັນສົມພູ ຍັງໄດ້ມີຄໍາເຫັນໂອ້ລົມຊີ້ນໍາກອງປະຊຸມຄັ້ງນີ້ ຊຶ່ງທ່ານໄດ້ກ່າວບາງຕອນວ່າ: ການປະເມີນຜົນການປະຕິບັດງານ ປະຈຳປີຂອງພະນັກງານ-ລັດຖະກອນ ເພື່ອຕີລາຄາ ແລະ ປະເມີນຜົນ ຕາມມາດຕະຖານວັດແທກ ການປະເມີນຜົນ ແລະ ຜົນສໍາເລັດໃນ ການປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ; ການປະເມີນການນໍາ ໃນຄັ້ງນີ້ກໍ່ເປັນການຕີລາຄາ ການປະຕິບັດໜ້າທີ່ວຽກງານ ການບໍລິຫານຄຸ້ມຄອງ ກົມກອງທາງດ້ານວຽກງານວິຊາສະເພາະພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; ເປັນການກວດກາ ຕີລາຄາຄືນ ການປະຕິບັດວຽກງານຂອງແຕ່ລະສະຫາຍທີ່ໄດ້ຮັບຜິດຊອບ ໃນໄລຍະເວລາ 1 ປີຜ່ານມາ ເຊິ່ງມີຜົນສໍາເລັດໜ້ອຍຫຼາຍແນວໃດ? ມີຂໍ້ຂາດຕົກບົກຜ່ອງ ແນວໃດ? ມີຈຸດອ່ອນ ຂໍ້ຄົງຂ້າງ ເພື່ອຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ; ບັນຫາສໍາຄັນ ແມ່ນໃຫ້ຕີລາຄາຕາມ 3 ເນື້ອໃນ ຄື: ຄຸນທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ; ຄວາມຮູ້ ຄວາມສາມາດ ແລະ ປະສົບການ; ຜົນສໍາເລັດໃນການປະຕິບັດໜ້າ ທີ່ວຽກງານ. ພ້ອມນີ້ທ່ານຍັງເນັ້ນໃຫ້ເອົາໃຈໃສ່ໃນການໃຫ້ຄະແນນ ໃຫ້ເບິ່ງການປະຕິບັດໜ້າທີ່ວຽກງານຕົວຈິງ ຕາມການມອບໝາຍ ຕາມຄວາມຮັບຜິດຊອບ ມີຜົນສໍາເລັດໜ້ອຍຫຼາຍສຳໃດ, ໝາກຜົນທີ່ໄດ້ຮັບ ມີຄຸນນະພາບສູງ ຫຼື ຄຸນນະພາບຕໍ່າ ແລະ ຫຼີກລ້ຽງການສ່ວຍໃຊ້ ໂອກາດເລື່ອງສ່ວນຕົວ ທີ່ເປັນການໂຄ່ນລົ້ມຈົມຕີ ໃຫ້ຄະແນນທີ່ບໍ່ ເໝາະສົມ.
ພ້ອມນີ້, ຄະນະນຳ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານໃບເກັບກ່ຽວຜົນງານ ປະຈຳປີ, ຜ່ານຄະແນນຕົນເອງ ແລະ ບັນດາຜູ້ເຂົ້າຮ່ວມຍັງໄດ້ໃຫ້ຄະແນນ ແລະ ຄະນະຮັບຜິດຊອບໄດ້ສະຫຼຸບຄະແນນ ພ້ອມທັງແຈ້ງຜົນຄະແນນໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້.