Category Archives: ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມເມືອງ

ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວວຽກ ສາຍໂປຼເຈັກເຕີ ແລະ ສ້າງກິດຈະກຳຖາມ-ຕອບ ຢູ່ເມືອງ ກາສີ ແຂວງວຽງຈັນ

ວັນທີ 10 ກໍລະກົດ 2024 ເວລາ 6:00 ໂມງ ຕອນແລງທີ່ຜ່ານມາ ກອງໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໄຫວສາຍໂປຼເຈັກເຕີ ແລະ ສ້າງກິດຈະກຳຖາມ-ຕອບ ຢູ່ບ້ານນາຊາຍຂາວ ເມືອງກາສີ ການເຄື່ອນໄຫວວຽກງານໃນຄັ້ງນີ້ ນໍາພາໂດຍ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານຈາກ ຂັ້ນແຂວງ ແລະ ເມືອງ ການລົງຄັ້ງນີ້ແມ່ນນໍາໃຊ້ສາລະຄະດີຈໍານວນ 4 ເລື່ອງຄື: 1. ຜົນງານ 40 ປີ ແຂວງວຽງຈັນ, 2. ເສັ້ນທາງລົດໄຟລາວ-ຈີນ, 3. ການຄ້າມະນຸດ, 4. ຜົນຮ້າຍຂອງຢາເສບຕິດ, ມີຜູ້ເຂົ້າຮ່ວມທັງໝົດ168 ຄົນ, ຍິງ 87 ຄົນ. ພາຍຫຼັງຮັບຊົມສາລະຄະດີກໍ່ຍັງມີກິດຈະກຳຖາມ-ຕອບກ່ຽວກັບເນື້ອໃນ-ສາລະຄະດີຕ່າງໆ. ຜ່ານການລົງເຄື່ອນໄຫວຂອງກອງໂຄສະນາເຄື່ອນທີ່ໃນຄັ້ງນີ້ ເຫັນວ່າ ການນໍາຂັ້ນເມືອງ, ອໍານາດການປົກຄອງບ້ານ ໄດ້ພ້ອມກັນໃຫ້ຄວາມສໍາຄັນ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເອົາໃຈໃສ່ໃນການຕິດຕາມ, ຮ່ວມກິດຈະກຳຖາມ-ຕອບ […]

ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍຄະນະ ລົງສົມທົບຄະນະໂຄສະນາອົບຮົມເມືອງໝື່ນ ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການກໍ່ສ້າງບ້ານພັດທະນາ ໃຫ້ກັບເລຂາພັກບ້ານທົ່ວເມືອງໝື່ນ

ໃນວັນທີ 15-16 ພຶດສະພາ 2024 ທີ່ສະໂມສອນຫ້ອງວ່າການເມືອງໝື່ນ ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການກໍ່ສ້າງບ້ານພັດທະນາ ໃຫ້ກັບເລຂາພັກບ້ານ ໃນທົ່ວເມືອງ. ເປັນກຽດເຂົ້າຮ່ວມເປັນປະທານໃນພິທີຂອງ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ທ່ານ ສອນໄຊ ຫຼວງອາໄພ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານກໍ່ສ້າງພັກ-ພະນັກງານ, ມີບັນດາ ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ເລຂາພັກບ້ານ 22 ບ້ານ ທົ່ວເມືອງໝື່ນເຂົ້າຮ່ວມ.

ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບຄອມພິວເຕີ ແລະ ການບຳລຸງຮັກສາຄອມພິວເຕີ ໃຫ້ແກ່ພະນັກງານທີ່ເຮັດວຽກງານໄອທີ ຄະນະໂຄສະນາອົບຮົມທົ່ວແຂວງວຽງຈັນ

ໃນວັນທີ 29 – 30 ເມສາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຂອງຄະນະຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບຄອມພິວເຕີ ແລະ ການບຳລຸງຮັກສາຄອມພິວເຕີ, ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ຄອສພ), ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຂັ້ນສູນກາງ-ແຂວງ, ນັກຝຶກອົບຮົມຈາກ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມ 11 ເມືອງ ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 18 ທ່ານ, ເປັນນັກ​ສ​ຳມະ​ນາ​ກອນ 22 ທ່ານ, ຍິງ 15 ທ່ານ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ລົງສົມທົບກັບ ຄະນະໂຄສະນາອົບຮົມເມືອງໂພນໂຮງ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບໃນທົ່ວເມືອງ

ໃນວັນທີ 19 ພຶດສະພາ 2023 ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຄະນະໂຄສະນາອົບຮົມເມືອງ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບທົ່ວເມືອງໂພນໂຮງ ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ບຸນແທນ ແກ້ວປະເສີດ, ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ການເຂົ້າຮ່ວມຂອງ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າບັນດາຫ້ອງການອ້ອມຂ້າງເມືອງ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ຄະນະຮັບຜິດຊອບຂັ້ນເມືອງ ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 8 ທ່ານ, ໃນນີ້ ເປັນນັກສຳມະນາກອນ ຈຳນວນ 29 ທ່ານ, ຍິງ 7 ທ່ານ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ເມືອງຫີນເຫີບ (4-5 ພຶດສະພາ 2023)

ໃນວັນທີ 4-5 ພຶດສະພາ 2023 ຄະນະຮັບຜິດຊອບວຽກໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງຫີນເຫີບ ເພື່ອລົງເຄື່ອນໄຫວສາຍສາລະຄະດີ ແລະ ສ້າງກິດຈະກໍາ ຖາມ-ຕອບ ຢູ່ບັນດາກຸ່ມບ້ານ ຂອງເມືອງ ຄື: ກຸ່ມບ້ານນໍ້າໂທ່ມ ແລະ ກຸ່ມບ້ານວັງຄີ ນໍາພາໂດຍ ທ່ານ ນ. ມະໄລພອນ ພວງຈັນລາ ຫົວໜ້າຂະແໜງໂຄສະນາ, ຄະນະໂຄສະນາອົບຮົມແຂວງວຽງຈັນ ແລະ ທ່ານ ບຸນຊູ ສີວົງເພັດ ຮອງຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ-ເມືອງ 2 ທ່ານ.

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa