ໃນວັນທີ 30 ມິຖຸນາ 2026, ເວລາ 08:00 ໂມງ ທີ່ຜ່ານມາຄະນະໂຄສະນາອົບຮົມແຂວງວຽງຈັນ ນໍາພາໂດຍ ທ່ານ ຂັນໄຊ ຫລວງຜ່ານ, ຄະນະພັກ, ຮອງຫົວໜ້າຄະນະ
ໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍພະນັກງານ 8 ທ່ານ, ຍິງ 4 ທ່ານ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊສ໌) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ II/(4-5-6)/2026 ແລະ ທິດທາງແຜນການ ປະຈຳໄຕມາດ III/(7-8-9)/2026 ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ (ຜ່ານລະບົບທາງໄກ). ໂດຍການກ່າວເປີ ແລະ ເປັນປະທານຂອງ ທ່ານ ສົມປະສົງ ພົງປະເສີດ ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມຂໍ້ມູນຂ່າວສານ.
ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບສັງລວມການເຄື່ອນໄຫວຂອງວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ(ເວັບໄຊ໌) ປະຈໍາໄຕມາດ II/(4-5-6)/2026 ແລະ ທິດທາງໄຕມາດ III/(7-8-9)/2026 ຂອງວຽກງານໂຄສະນາອົບຮົມ ທົ່ວປະເທດ ຫຼັງຈາກນັ້ນຕາງໜ້າຄະນະຮັບຜິດຊອບເວັບໄຊ໌ ແຕ່ລະແຂວງ ກໍ່ໄດ້ຂື້ນລາຍງານຫຍໍ້ຕໍ່ການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ(ເວັບໄຊ໌) ປະຈໍາໄຕມາດII ເຊິ່ງມີຂໍ້ດີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີແກ້ໄຂ ພ້ອມທັງວາງທິດທາງແຜນການປະຈໍາໄຕມາດ III/(7-8-9)/2026. 
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມປະສົງ ພົງປະເສີດ ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມຂໍ້ມູນຂ່າວສານໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນໍາບາງຈຸດເພີ່ມເຕີມດັ່ງນີ້: 1) ແກ້ໄຂບັນບັນຫາການສັບປຽ່ນບຸກຄະລາກອນ ໃຫ້ບັນດາແຂວງເອົາໃຈໃສ່ແບ່ງງານ ແລະ ສົ່ງຕໍ່ບົດຮຽນຢ່າງເປັນລະບົບເພື່ອບໍ່ໃຫ້ວຽກງານເວັບໄຊ໌ເກີດຄວາມສະດຸດ. 2) ຍົກສູງຄຸນນະພາບເນື້ອໃນ ແລະ ຮູບແບບການຂຽນຂ່າວບໍ່ສະເພາະແຕ່ເນັ້ນປະລິມານ, ແຕ່ຕ້ອງເນັ້ນຄຸນນະພາບ,ຄວາມຖືກຕ້ອງຂອງຄໍາສັບ, ຫຼັກການ ການເມືອງ ແລະ ຕ້ອງມີຄວາມຫຼາກຫຼາຍສີສັນ. 3) ເພີ່ມທະວີການປະສານງານ ແລະ ລະບຽບການລາຍງານ: ເອົາໃຈໃສ່ຕື່ມໃນການສົ່ງບົດລາຍງານເວັບໄຊ໌ປະຈໍາເດືອນຕາມກໍານົດເວລາ. 4) ການຂະຫຍາຍຕາໜ່າງຮ່ວມກັບຂັ້ນເມືອງ: ຕ້ອງຊຸກຍູ້ ແລະ ດຶງດູດໃຫ້ໂຄສະນາອົບຮົມເມືອງເຂົ້າມາມີສ່ວນຮ່ວມໃນການສົ່ງຂ່າວໃຫ້ຫຼາຍຂຶ້ນ.
ນອກນັ້ນທ່ານຍັງໄດ້ໃຫ້ທິດຕື່ມອີກວ່າ: ຕໍ່ກັບບັນຫາຂໍ້ສະເໜີຂອງທ້ອງຖິ່ນນັ້ນ ຈະຂໍໄປສະເໜີຕໍ່ຄະນະນໍາຄະນະໂຄສະນາອົບຮົມສູນກາງພັກ ເພື່ອຄົ້ນຄວ້າພິຈາລະນາຊອກຫາແຫຼ່ງທຶນ, ງົບປະມານຕາມຄວາມເໝາະສົມ, ພ້ອມດຽວກັນນັ້ນໃນແຜນການຕໍ່ໜ້າຈະພະຍາຍາມຈັດຝຶກອົບຮົມທາງດ້ານເຕັກນິກໄອທີ, ການຂຽນຂ່າວ ແລະ ການຕັດຕໍ່ວີດີໂອ ໃຫ້ໄດ້ຢ່າງເປັນຮູບປະທໍາ.