ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

 

ໃນຕອນເຊົ້າ ຂອງວັນທີ 08 ພຶດສະພາ 2026, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈຳປີ 2026, ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງຫ້ອງວ່າການປົກຄອງແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໂດຍມີມະຫາຊົນຜູ້ກ້າວໜ້າເຂົ້າຮຽນຕົວຈິງມາຈາກ 3 ພາກສ່ວນເຊິ່ງມີ 11 ສະຫາຍ, ຍິງ 08 ສະຫາຍ.

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ນັ້ນໄດ້ດໍາເນີນໄປດ້ວຍບັນຍາກາດອັນມີເນື້ອໃນ ແລະ ມີຄວາມໝາຍຄວາມສໍາຄັນ ເຊິ່ງເອກະສານທີ່ນໍາມາຮຽນໃນຄັ້ງນີ້ ປະກອບມີ 13 ຄໍາຖາມ-13 ຄໍາຕອບ ໂດຍອີງຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.ຈຸດປະສົງລະດັບຄາດໝາຍ: ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກໍາແໜ້ນມາດຕະຖານ, ເງື່ອນໄຂສິດ ແລະ ພັນທະ, ຂໍ້ກໍານົດຂອງສະມາຊິກພັກ, ເພື່ອເປັນບ່ອນອີງໃນການ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ຄົບຖ້ວນຕາມເງື່ອນໄຂ.

ພາຍຫຼັງສໍາເລັດການຮຽນແລ້ວ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ກໍ່ໄດ້ມອບໃບຢັ້ງຢືນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນນອກນັ້ນສະຫາຍກໍ່ໄດ້ໃຫ້ທີດໂອ້ລົມຕໍ່ມະຫາຊົນຜູ້ກ້າວໜ້າ ທີ່ຮຽນສະໜັບສະໜູນໃນຄັ້ງນີ້ໃຫ້ເອົາໃຈໃສ່,ມີຄວາມຕື່ນຕົວໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ພັດທະນາຕົນເອງໃນທຸກດ້ານ ສ້າງຜົນງານຕົວວຈິງ ໃຫ້ມີມາດຖານເງື່ອນໄຂຄົບຖ້ວນ ແລະ ຕະຫຼອດເຖິງການເປັນທີ່ຍອມຮັບ ໄວ້ວາງໃຈ ຂອງການຈັດຕັ້ງ ຂັ້ນເທີງພິທີໄດ້ປິດລົງຢ່າງເປັນທາງການໃນເວລາ 11: 30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa