ໃນວັນທີ 24 ກັນຍາ 2024 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເຊື່ອມຊຶມເອກະສານທີ່ສຳຄັນ, ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ, ພາຍໃຕ້ການເປັນປະທານ ຂອງທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍພັກ, ຄະນະນໍາ ພ້ອມດ້ວຍພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 12 ທ່ານ. ກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານທີ່ສຳຄັນຂອງຂັ້ນເທິງ ເປັນຕົ້ນແມ່ນ: ດໍາລັດ ເລກທີ 300/ລບ, ລົງວັນທີ 13 ກຸມພາ 2027 ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະເໜີໂດຍ ທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ;
Category Archives: ບັນດາຂະແໜງການພາຍໃນ ຄອຮ.ຂ
ໃນຕອນເຊົ້າ ຂອງວັນທີ 13 ກັນຍາ 2024, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2024, ຂຶ້ນຢູ່ທີ່ສະໂມສອນ ວິທະຍາໄລເຕັກນິກແຂວງວຽງຈັນ ພາຍໃຕ້ການເປັນປະທານ ແລະ ບັນຍາຍເອກະສານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມີຄະນະຮັບຜິດຊອບ ຄະນະໂຄສະນາອົບຮົມແຂວງ (ຂະແໜງອົບຮົມ) ແລະ ມະຫາຊົນຜູ້ກ້າວໜ້າ ຈາກ 11 ພາກສ່ວນ ຈໍານວນ 38 ສະຫາຍ, ຍິງ 11 ສະຫາຍ ຄື: ໜ່ວຍພັກ ສະຫະພັນກຳມະບານແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງ, ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ, ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ໜ່ວຍພັກ ທະນາຄານການຄ້າ, ໜ່ວຍພັກ […]
ໃນວັນທີ 1 ກໍລະກົດ 2024 ຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ລົງຕິດຕາມຊຸກຍູ້ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເພື່ອດໍາເນີນກອງປະຊຸມທາບທາມ ຮ່າງລາຍງານການເມືອງ, ບົດສໍາຫຼວດນໍາພາຊີ້ນໍາລວມຂອງໜ່ວຍພັກ, ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ແລະ ທາບທາມບຸກຄະລາກອນທີ່ອອກຮັບສະໝັກເລືອກຕັ້ງ ຄະນະພັກຊຸດໃໝ່ ຄັ້ງທີ VIII ຮອບທີ I ຢູ່ທີ່ຫ້ອງປະຊຸມກວດກາພັກແຂວງ
ໃນຕອນເຊົ້າເວລາ 08:30 ໂມງ ຂອງວັນທີວັນທີ 11 ກໍລະກົດ 2024, ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມເມືອງກາສີ ເປີດຊຸດອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ເມືອງກາສີ ປະຈໍາປີ 2024, ຢູ່ທີ່ສະໂມສອນເມືອງກາສີ, ໂດຍເປັນປະທານຮ່ວມຂອງທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ, ເຈົ້າເມືອງກາສີ, ທ່ານ ນ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ,
ວັນທີ 10 ກໍລະກົດ 2024 ເວລາ 6:00 ໂມງ ຕອນແລງທີ່ຜ່ານມາ ກອງໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໄຫວສາຍໂປຼເຈັກເຕີ ແລະ ສ້າງກິດຈະກຳຖາມ-ຕອບ ຢູ່ບ້ານນາຊາຍຂາວ ເມືອງກາສີ ການເຄື່ອນໄຫວວຽກງານໃນຄັ້ງນີ້ ນໍາພາໂດຍ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານຈາກ ຂັ້ນແຂວງ ແລະ ເມືອງ ການລົງຄັ້ງນີ້ແມ່ນນໍາໃຊ້ສາລະຄະດີຈໍານວນ 4 ເລື່ອງຄື: 1. ຜົນງານ 40 ປີ ແຂວງວຽງຈັນ, 2. ເສັ້ນທາງລົດໄຟລາວ-ຈີນ, 3. ການຄ້າມະນຸດ, 4. ຜົນຮ້າຍຂອງຢາເສບຕິດ, ມີຜູ້ເຂົ້າຮ່ວມທັງໝົດ168 ຄົນ, ຍິງ 87 ຄົນ. ພາຍຫຼັງຮັບຊົມສາລະຄະດີກໍ່ຍັງມີກິດຈະກຳຖາມ-ຕອບກ່ຽວກັບເນື້ອໃນ-ສາລະຄະດີຕ່າງໆ. ຜ່ານການລົງເຄື່ອນໄຫວຂອງກອງໂຄສະນາເຄື່ອນທີ່ໃນຄັ້ງນີ້ ເຫັນວ່າ ການນໍາຂັ້ນເມືອງ, ອໍານາດການປົກຄອງບ້ານ ໄດ້ພ້ອມກັນໃຫ້ຄວາມສໍາຄັນ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເອົາໃຈໃສ່ໃນການຕິດຕາມ, ຮ່ວມກິດຈະກຳຖາມ-ຕອບ […]
ພິທີຝຶກອົບຮົມຜ່ານລະບົບທາງໄກ (video conference) ກ່ຽວກັບ ການຄຸ້ມຄອງບໍລິຫານຈັດການກະດານຂ່າວເອເລັກໂຕຼນິກ ຂອງຄະນະໂຄສະນາອົບຮົມບັນດາແຂວງ ທົ່ວປະເທດ ໄດ້ຈັດຂຶ້ນໂດຍຄະນະໂຄສະນາອົບຮົມສູນກາງພັກ, ເລີ່ມແຕ່ວັນທີ 10 – 20 ມິຖຸນາ 2024 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມີຄວາມເຫັນກ່າວເປີດ ໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ການເຂົ້າຮ່ວມຂອງ ທ່ານ ວັນຕຸລາ ຣັກນຸດ ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາທ່ານ ຕາງໜ້າຄະນະໂຄສະນາອົບຮົມແຂວງ, ຄູອາຈານຂັ້ນສູນກາງ ແລະ ນັກຝຶກອົບຮົມ ຈາກບັນດາແຂວງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນວັນທີ 15-16 ພຶດສະພາ 2024 ທີ່ສະໂມສອນຫ້ອງວ່າການເມືອງໝື່ນ ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການກໍ່ສ້າງບ້ານພັດທະນາ ໃຫ້ກັບເລຂາພັກບ້ານ ໃນທົ່ວເມືອງ. ເປັນກຽດເຂົ້າຮ່ວມເປັນປະທານໃນພິທີຂອງ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ທ່ານ ສອນໄຊ ຫຼວງອາໄພ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານກໍ່ສ້າງພັກ-ພະນັກງານ, ມີບັນດາ ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ເລຂາພັກບ້ານ 22 ບ້ານ ທົ່ວເມືອງໝື່ນເຂົ້າຮ່ວມ.
ໃນຕອນເຊົ້າ ຂອງວັນທີ 3 ພຶດສະພາ 2024, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ I ປະຈຳປີ 2024, ຢູ່ທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນຜູ້ກ້າວໜ້າມາຈາກ 8 ພາກສ່ວນ ທັງໝົດ 21 ສະຫາຍ, ຍິງ 9 ສະຫາຍ. ໃນນັ້ນມາຈາກ ຄະນະພັກຮາກຖານພະແນກກະສິກຳ ແລະ ປ່າໄມ້, ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງ, ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່, ຄະນະພັກຮາກຖານພະແນກພາຍໃນ, ຄະນະພັກຮາກຖານຫ້ອງວ່າການແຂວງ, ໜ່ວຍພັກຄະນະກວດກາພັກແຂວງ, ໜ່ວຍພັກທະນາຄານນະໂຍບາຍ ຫ້ອງການປະສານງານແຂວງວຽງຈັນ, ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ.
ໃນຕອນເຊົ້າ ວັນທີ 25 ມີນາ 2024, ເວລາ 8:00 ໂມງ, ໄດ້ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ ຢູ່ຫ້ອງປະຈຳການຂອງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ນຳພາເຂົ້າຮ່ວມ ໂດຍ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ (ເປັນຜູ້ຊີ້ນໍາ) ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມແຂວງ 4 ທ່ານ, ຍິງ 2 ທ່ານ, ມີບັນດາຄະນະຮັບຜິດຊອບເວັບໄຊສ ຂອງຄະນະໂຄສະນາອົບຮົມທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນເຊົ້າວັນທີ 21 ມີນາ 2024 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ, ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ເມືອງເຟືອງ, ໃຫ້ກຽດເປັນປະທານ ແລະ ນຳພາເລົ່າປະຫວັດມູນເຊື້ອ ໂດຍທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງຂອງແຂວງ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມທັງໝົດ 213 ທ່ານ, ຍິງ 73 ທ່ານ.
- 1
- 2