Category Archives: ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ

ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມພິທີມອບ-ຮັບ ຄອມພີວເຕີໂນດບຸກ ເພື່ອຮັບໃຊ້ວຽກງານຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ

ວັນທີ13 ພຶດສະພາ 2024, ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດພິທີມອບ-ຮັບອຸປະກອນຮັບໃຊ້ວຽກງານ ຕິດຕາມ, ກວດກາ ແລະ ຕອບແກ້ຫາງສຽງບໍ່ດີໃນສັງຄົມ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ, ພາຍໃຕ້ການເປັນປະທານພິທີມອບ-ຮັບ ໂດຍທ່ານ ພົມມະລາ ນັນທະວົງ ກຳມະການພັກແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທັງເປັນຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ, ມີທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາທ່ານ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຕາງໜ້າ ກອງບັນຊາການ ປກສ ແຂວງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ຊຸດທີ I / 2024

ໃນຕອນເຊົ້າ ຂອງວັນທີ 3 ພຶດສະພາ 2024, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ I ປະຈຳປີ 2024, ຢູ່ທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນຜູ້ກ້າວໜ້າມາຈາກ 8 ພາກສ່ວນ ທັງໝົດ 21 ສະຫາຍ, ຍິງ 9 ສະຫາຍ. ໃນນັ້ນມາຈາກ ຄະນະພັກຮາກຖານພະແນກກະສິກຳ ແລະ ປ່າໄມ້, ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງ, ຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່, ຄະນະພັກຮາກຖານພະແນກພາຍໃນ, ຄະນະພັກຮາກຖານຫ້ອງວ່າການແຂວງ, ໜ່ວຍພັກຄະນະກວດກາພັກແຂວງ, ໜ່ວຍພັກທະນາຄານນະໂຍບາຍ ຫ້ອງການປະສານງານແຂວງວຽງຈັນ, ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ.

ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບຄອມພິວເຕີ ແລະ ການບຳລຸງຮັກສາຄອມພິວເຕີ ໃຫ້ແກ່ພະນັກງານທີ່ເຮັດວຽກງານໄອທີ ຄະນະໂຄສະນາອົບຮົມທົ່ວແຂວງວຽງຈັນ

ໃນວັນທີ 29 – 30 ເມສາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຂອງຄະນະຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບຄອມພິວເຕີ ແລະ ການບຳລຸງຮັກສາຄອມພິວເຕີ, ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ຄອສພ), ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຂັ້ນສູນກາງ-ແຂວງ, ນັກຝຶກອົບຮົມຈາກ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມ 11 ເມືອງ ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 18 ທ່ານ, ເປັນນັກ​ສ​ຳມະ​ນາ​ກອນ 22 ທ່ານ, ຍິງ 15 ທ່ານ.

ແຂວງວຽງຈັນ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ເມືອງເຟືອງ

ໃນຕອນເຊົ້າວັນທີ 21 ມີນາ 2024 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ, ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ປະຫວັດຄວາມເປັນມາຂອງຕົ້ນແຕ້ຈາລຶກຄວາມແຄ້ນ ເມືອງເຟືອງ, ໃຫ້ກຽດເປັນປະທານ ແລະ ນຳພາເລົ່າປະຫວັດມູນເຊື້ອ ໂດຍທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງຂອງແຂວງ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມທັງໝົດ 213 ທ່ານ, ຍິງ 73 ທ່ານ.

ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ (ຄອຮຂຈ) ເຂົ້າຮ່ວມ ກອງປະຊຸມວຽກງານຂໍ້ມູນຂ່າວສານ ແລະ ສື່ເອເລັກໂຕຼນິກ (ເວັບໄຊ໌) ປະຈໍາໄຕມາດ IV ແລະ ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2023 ຜ່ານລະບົບ (VIDEO CONFERENCE)

ກອງປະຊຸມໄດ້ຈັດຂຶ້ນ ໃນເຊົ້າວັນທີ 13 ທັນວາ 2023 ໂດຍກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ຄອສພ), ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະຮັບຜິດຊອບຂັ້ນສູນກາງ ແລະ ຄະນະຮັບຜິດຊອບເວບໄຊ໌ ບັນດາໂຄສະນາອົບຮົມແຂວງ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີມອບ – ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີໄດ້ຈັດຂຶ້ນໃນເຊົ້າວັນທີ 21 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ແລະ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາແຂວງວຽງຈັນ, ມີຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍພັກ ແລະ ແຂກຕາງໜ້າຄະນະພັກຮາກຖານ, ໜ່ວຍພັກ ພະແນກການອ້ອມຂ້າງ ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 15 ສະຫາຍ.

ແຂວງວຽງຈັນ ຈັດພິທິປາຖະກະຖາ 3 ວັນປະຫວັດສາດຂອງຊາດ ຂຶ້ນໃນວັນທີ 9 ສິງຫາ 2023

ໃນວັນທີ 9 ສິງຫາ 2023, ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ ຈັດພິທີປາຖະກະຖາ 3 ວັນ ສຳຄັນປະຫວັດສາດ ຂອງຊາດ ຂຶ້ນທີ່ສະໂມສອນຫ້ອງວ່າການແຂວງວຽງຈັນ ຄື: ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909 – 13 ກໍລະກົດ 2023), ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 46 ປີ (18 ສິງຫາ 1977 – 18 ສິງຫາ 2023) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 61 ປີ (5 ກັນຍາ 1962 – 5 ກັນຍາ 2023)

ຄະນະໂຄສະນາອົບຮົມແຂວງງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບ (ແອັດມິນເວບໄຊ໌) ເຂົ້າຮ່ວມກອງປະຊຸມ ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ໌) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ II /2023

ຄະນະໂຄສະນາອົບຮົມແຂວງງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບ (ແອັດມິນເວບໄຊ໌) ເຂົ້າຮ່ວມກອງປະຊຸມ ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ໌) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ II /2023 (4-5-6) ແລະ ທິດທາງແຜນການປະຈຳໄຕມາດ III /2023 (7-8-9) ຜ່ານລະບົບທາງໄກ

ພິທີປະກາດ ການຈັດຕັ້ງຄະນະໂຄສະນາອົບຮົມ ແຂວງວຽງຈັນ

ຕອນເຊົ້າ ວັນທີ 20 ມິຖຸນາ 2023,​ ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງຂອງຄະນະໂຄສະນາອົບຮົມ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງວຽງຈັນ, ມີຮອງເລຂາໜ່ວຍພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 13 ສະຫາຍ.

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa