
ພິທີປາຖະກະຖາ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ( 2 ທັນວາ 1975 – 2 ທັນວາ 2025 ) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ( 13 ທັນວາ 1920 – 13 ທັນວາ 2025 ) ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ 2025, ໂດຍເລີ່ມຈາກການວາງພວງມາລາຢູ່ທີ່ອານຸສາວະລີນັກຮົບນິລະນາມ ກອງບັນຊາການທະຫານແຂວງ, ວາງກະຕ່າດອກໄມ້ຢູ່ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ, ເຊິ່ງນຳພາໂດຍທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເຈົ້າແຂວງໆວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາພັກແຂວງໆວຽງຈັນ, ພ້ອມດ້ວຍບັນດາການນຳຂອງແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ, ພ້ອມນີ້ຍັງໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອສອງວັນດັ່ງກ່າວຢູ່ທີ່ສະໂມສອນໃຫຍ່ຂອງແຂວງ. ໃຫ້ກຽດເລົ່າຄືນມູນເຊື້ອ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ເຊິ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ບັນດາພວກຈັກກະພັດຕ່າງດ້າວທີ່ເຂົ້າມາຮຸກຮານລາວ ພວກມັນໄດ້ກົດຂີ່ຂູດຮີດປະຊາຊົນລາວບັນດາເຜົ່າບັງຄັບໃຫ້ເປັນຂ້ອຍຂ້າ ມ້າຕ່າງຮັບໃຊ້ພວກເຂົາ, ແຕ່ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດອິນດູຈີນ ແລະ ພັກປະຊາຊົນ ປະຕິວັດລາວ ໄດ້ນຳພາປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນ ຕໍ່ສູ້ຕ້ານການຮຸກຮານຂອງບັນດາພວກຈັກກະພັດຕ່າງດ້າວຈົນໄດ້ຮັບໄຊຊະນະເປັນກ້າວໆມາ, ຈົນສາມາດສະຖາປານາ ສປປ ລາວໄດ້ໃນວັນທີ 2 ທັນວາ 1975. ຈາກນັ້ນກໍ່ໄດ້ສືບຕໍ່ຊີ້ນຳ ນຳພາປະຊາຊົນບັນດາເຜົ່າປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ສ້າງສາພັດທະນາປະເທດຊາດ ຈະເລີ່ນຮຸ່ງເຮືອງຂຶ້ນເລື້ອຍໆຈົນມາເຖິງປະຈຸບັນນີ້. ພ້ອມດຽວກັນນີ້, ທ່ານຍັງໄດ້ຫວນຄືນມູນເຊື້ອການນຳພາອັນສະຫຼາດສ່ອງໃສຂອງປະທານ ໄກສອນ ພົມວິຫານ ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ, ຊຶ່ງເພິ່ນໄດ້ສຸມທຸກສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດ ນຳພາປະຊາຊົນບັນດາເຜົ່າເຂົ້າໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ຈົນໄດ້ຮັບໄຊຊະນະຕະຫຼອດມາ, ເປັນຕົ້ນແມ່ນ ພາລະກິດສ້າງຕັ້ງກອງລາດຊະວົງໃນເມື່ອກ່ອນ ກໍຄື ກອງທັບປະຊາຊົນລາວໃນປະຈຸບັນ, ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ນຳໃຊ້ແນວທາງປ່ຽນແປງໃໝ່ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ກ້າວໄປສູ່ສັງຄົມນິຍົມເທື່ອລະກ້າວ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີ ຄຸນສົມບັດ, ສິນທຳປະຕິວັດ ແລະ ເປັນທີ່ເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ. ໃນຕອນທ້າຍຂອງພິທິ ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມຈົ່ງພ້ອມກັນຮ່ຳຮຽນເອົາຄຸນສົມບັດ, ສິນທຳປະຕິວັດ ແລະ ບົດຮຽນອັນສະຫຼາດສ່ອງໃສຂອງປະທານ ໄກສອນ ພົມວິຫານ ນຳໃຊ້ເຂົ້າໃນວຽກງານຕົວຈິງ, ໃຫ້ເກີດຜົນປະໂຫຍດສູງສຸດຮັບປະກັນໃຫ້ມີປະສິດຕິພາບ ແລະ ປະສິດທິຜົນສູງສຸດ.