ແຂວງວຽງຈັນ ຈັດພິທີປາຖະກະຖາວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ປະຈຳເດືອນ ສິງຫາ 2025

ຕອນເຊົ້າວັນທີ 20 ສິງຫາ 2025 ເວລາ 8:00 ໂມງ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງວຽງຈັນ ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບແນວລາວສ້າງຊາດແຂວງ ແລະ ຫ້ອງວ່າການແຂວງ ຈັດພິທີປາຖະກະຖາ ວັນສໍາຄັນທາງປະຫວັດສາດ ຂອງພັກ, ຂອງຊາດ ພິທີໃນຄັ້ງນີ້ໄດ້ດໍາເນີນເປັນ 2 ວາລະ ຄື: ວາລະທີ 1: ຮັບຟັງການປາຖະກະຖາ ວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ; ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ; ວັນຢຶດອໍານາດ ຄົບຮອບ 80 ປີ ແລະ ຄົບຮອບ 50 ປີ; ວັນລັດຖະທໍາມະນູນ ຄົບຮອບ 34 ປີ; ວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 44 ປີ ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາ ໂດຍທ່ານ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງວຽງຈັນ ມີບັນດາທ່ານ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດການນໍາຂອງແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານຫຼັກແຫຼ່ງ ຂອງບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 154 ທ່ານ; ຍິງ 45 ທ່ານ.

ໃນພິທີດັ່ງກ່າວ ດໍາເນີນໄປດ້ວຍບັນຍາກາດ ອັນມີເນື້ອໃນ ແລະ ມີຄວາມໝາຍຄວາມສໍາຄັນ ທາງປະຫວັດສາດ ທ່ານໄດ້ຍົກໃຫ້ເຫັນເຖິງການກໍາເນີດ ແລະ ຜົນງານທີ່ພົ້ນເດັ່ນ ຂອງແນວລາວສ້າງຊາດ ໃນການປະຕິບັດນະໂຍບາຍສາມັກຄີລະຫວ່າງເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ, ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ທີ່ໄດ້ຮັບການພັດທະນາເປັນກ້າວໆ ເຊິ່ງໄດ້ກາຍເປັນເຄື່ອງມືອັນແຫຼມຄົມ ຂອງພັກ ໃນການໂຄສະນາເຜີຍແຜ່ ແລະ ສະໜອງດ້ານຂໍ້ມູນຂ່າວສານ ກໍ່​ຄືເຫດການສໍາຄັນຕ່າງໆ ຂອງພັກ, ຂອງຊາດ ໃຫ້ແກ່ສັງຄົມ, ມູນ​ເຊື້ອ ແລະ ປະຫວັດຄວາມເປັນມາ ຂອງການຢຶດອໍານາດ ທັງສອງໄລຍະ ເຊິ່ງ​ເປັນເຫດການປະຫວັດສາດຂອງຊາດລາວເຮົາ ທີ່ໄດ້ສະແດງໃຫ້ເຫັນການຕໍ່ສູ້ ຢ່າງພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ, ວັນທີ 23 ສິງຫາ ແມ່ນວັນມະຫາສາມັກຄີ ແມ່ນວັນແຫ່ງໄຊຊະນະ ຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ຍົກ​ໃຫ້ເຫັນຄວາມໝາຍຄວາມສໍາຄັນ ຂອງລັດຖະທໍາມະນູນ ພ້ອມ​ທັງຜົນງານທີ່ພົ້ນເດັ່ນຫຼາຍຢ່າງໃນການປະຕິບັດລັດຖະທໍາມະນູນ ຕະຫຼອດ​ໄລ​ຍະ 34 ປີ ແລະ ປະຫວັດຄວາມເປັນມາ ຂອງແຂວງວຽງຈັນ ຕັ້ງແຕ່ອາດີດຈົນເຖິງປັດຈຸບັນ. ໃນ​ຕອນ​ທ້າຍ​ຂອງ​ພິ​ທີ​ປາ​ຖະ​ກະ​ຖາ ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ ຂອງວັນ​ສຳ​ຄັນ​ຕ່າງໆ ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຢູ່​ໃນ​ຂົງ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ.

 

ວາລະທີ 2: ຫຼັງຈາກຈົບພິທີປາຖະກະຖາແລ້ວ ກໍໄດ້ມີການປະດັບຫຼຽນກາລະນຶກ 70 ປີ ຂອງພັກ ປະຊາຊົນປະຕິວັດລາວ ໃຫ້ແກ່ພະນັກງານຫຼັກແຫຼ່ງ ແລະ ພະນັກງານອາວຸໂສບໍານານ ປະດັບໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງວຽງຈັນ ; ພິທີດັ່ງກ່າວ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ເວລາ 12:00 ໂມງ ຂອງວັນດຽວກັນ.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa