ເເຂວງວຽງຈັນ ຈັດຕັ້ງ ພິທີປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 65 ປີ, ວິລະກຳໂຕນຄຸກຢ່າງ ມະຫັດສະຈັນຂອງບັນດາຜູ້ນຳພັກ ເເລະ ເເນວລາວຮັກຊາດ ຄົບຮອບ 64 ປີ, ວັນໄຊຊະນະບັ້ນ ຮົບດຽນບຽນຟູ ຄົບຮອບ 70 ປີ.

ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2024 ເວລາ 8:30 ໂມງ ທີ່ຫ້ອງປະຊຸມໃ ຫຍ່ຫ້ອງວ່າການແຂວງ, ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ, ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ ແລະ ຂອງສາກົນ ຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ, ວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ, ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາໂດຍ ທ່ານ ທອງສະຫວັນ ວົງສໍາພັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ-ລັດຖະກອນ, ມີບັນດາທ່ານ ກຳມະການພັກແຂວງ, ນາຍ ແລະ ພົນທະ ຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງ ຂອງບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ພ້ອມດ້ວຍນັກຮຽນ-ນັກສຶກສາ ເຂົ້າຮ່ວມທັງໝົດ 235 ທ່ານ, ຍິງ 133 ທ່ານ.

ພິທີດັ່ງກ່າວ ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ ໄດ້ຫວນຄືນມູນເຊື້ອສໍາຄັນທາງປະຫວັດສາດຂອງຊາດ, ຂອງພັກ ແລະ ຂອງສາກົນ ທ່ານໄດ້ຍົກໃຫ້ເຫັນ ແລະ ເນັ້ນໜັກໃຫ້ກຳໄດ້ເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ຄື:

  1. ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18 ພຶດສະພາ 1959-18 ພຶດສະພາ 2024).

ທ່ານໄດ້ຍົກໃຫ້ເຫັນ: ສະພາບຖືກປິດລ້ອມ ຂອງກອງພັນທີ 2; ການຜ່າວົງປິດລ້ອມ ຂອງກອງພັນທີ 2 (ວັນທີ 18 ພຶດສະພາ-2 ມິຖຸນາ 1959); ຄວາມສໍາຄັນ ແລະ ປັດໄຈພື້ນ ຖານການຜ່າວົງປິດລ້ອມ ຂອງກອງພັນທີ 2 ມີ 5 ຄວາມໝາຍສໍາຄັນ ແລະ 5 ປັດໄຈພື້ນຖານ ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ ຊຶ່ງສະ ແດງເຖິງ:

ການສູ້ຮົບຢ່າງນອງເລືອດ ລະຫວ່າງຝ່າຍປະຕິວັດ ແລະ ຈັກກະພັດຜູ້ຮຸກຮານຢ່າງຕໍ່ເນື່ອງ ສະໜາມຮົບທີ່ມີການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ຂອງກອງທັບ ແລະ ປະຊາຊົນລາວ ແມ່ນເກີດຂຶ້ນຢູ່ ທົ່ງໄຫຫີນແຫ່ງນີ້ຫຼາຍກວ່າໝູ່.

ກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ 10 ຄັ້ງ ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວໄດ້ຜ່າວົງປິດລ້ອມທີ່ໜາແໜ້ນຂອງສັດຕູໄປສູ່ເຂດທີ່ໝັ້ນ ດ້ວຍຄວາມປອດໄພ, ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຈຶ່ງມີຄວາມໝາຍສໍາຄັນ ສໍາລັບປະຊາຊົນທັງຊາດ ເພາະໄຊຊະນະດັ່ງກ່າວມັນສ່ອງແສງໃຫ້ເຫັນການນໍາພາຂອງພັກ ທີ່ຖືກຕ້ອງສະຫຼາດສ່ອງໃສ.

  1. ວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24 ພຶດສະພາ 1960-24 ພຶດສະພາ 2024).

ທ່ານໄດ້ຍົກໃຫ້ເຫັນ 4 ບັນຫາໃຫຍ່ສໍາຄັນ ຄື: ສະພາບການ ແລະ ການເຄື່ອນໄຫວປະຕິວັດ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດໄລຍະ 1957-1959; ແຜນການໂຕນອອກຈາກຄຸກ ໃນນັ້ນ ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ ໄດ້ຄົ້ນຄວ້າວາງແຜນ ເພື່ອປົດປ່ອຍຜູ້ນໍາອອກຈາກຄຸກ ໄດ້ເລືອກເອົາວິທີການປຸກລຸກຂົນຂວາຍ ສຶກສາອົບຮົມ ສາລະວັດທີ່ຍາມຄຸກ ໃຫ້ມີຄວາມຮັກຊາດ ແລະ ຕື່ນຕົວການເມືອງ ບໍ່ມີວິທີອື່ນໃດທີ່ດີກວ່ານັ້ນ ແລະ ບວກກັບການເຄື່ອນໄຫວ ຂອງບັນດາຜູ້ນໍາປະຕິວັດ ໃນເວລາຖືກກັກຂັງ; ການກະກຽມໂຕນອອກຈາກຄຸກໂພນເຄັງ ຂອງບັນດາທ່ານ ຜູ້ນໍາ; 8 ສາຍເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ ໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ, ເຫດການໃນການໂຕນອອກຈາກຄຸກ ຂອງບັນດາຜູ້ນໍາທັງ 16 ທ່ານ, ໃນວັນທີ 23 ເວລາ 12 ໂມງທ່ຽງຄືນ ຫາ 00 ໂມງ ຂອງວັນທີ 24 ເດືອນ ພຶດສະພາ ປີ 1960 ຜູ້ນໍາທຸກຄົນໄດ້ປອມຕົວ ເປັນສາລະວັດທະຫານຈັດຕັ້ງເປັນ 3 ຈຸ ແຕ່ລະຈຸມີສາລະວັດທະຫານ 2-3 ຄົນ ພາທາງ ແລະ ປ້ອງກັນຍ່າງອອກຈາກປະຕູຄຸກ ເບື້ອງທາງເລກທີ 13 ໃຕ້ ຮອດຕອນຄໍ່າຂອງວັນທີ 24 ພຶດສະພາ 1960 ເດີນທາງຕໍ່ຂ້າມທາງເລກທີ 13 ເໜືອ ບ່ອນທາງໂຄງໃກ້ທາງເຂົ້າດ່ານສູງ ປະມານ 100 ແມັດ ໄປເຖິງ ຕາດຊອນ ແລ້ວນອນຕາກຝົນຢູ່ທີ່ນັ້ນ; ການໂຕນອອກຈາກຄຸກແບບຮ່ວມໝູ່ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດຄັ້ງມະຫັດສະຈັນນີ້ ແມ່ນມີຄວາມສ່ຽງສູງທີ່ສຸດ ບໍ່ມີຜູ້ໃດຄິດວ່າຈະເປັນໄປໄດ້ ແຕ່ສຸດທ້າຍກໍປະສົບຜົນສໍາເລັດ.

  1. ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (07 ພຶດສະພາ 1954-07 ພຶດສະພາ 2024).

ທ່ານໄດ້ຍົກໃຫ້ເຫັນສະພາບແວດລ້ອມຢູ່ອິນດູຈີນ; ສະພາບແວດລ້ອມ ຂອງສັດຕູ; ແຜນຍຸດທະສາດປົດປ່ອຍດຽນບຽນຟູ ຂອງພັກກອມມູນິດຫວຽດນາມ ແຜນຍຸດທະສາດ ຂອງພັກກອມມູນິດຫວຽດນາມ ໃນການປົດປ່ອຍດຽນບຽນຟູ ດ້ວຍ 5 ບາດຄ້ອນຍຸດທະສາດ ແລະ ໃຊ້ເວລາ 55 ວັນ-ຄືນ ແບ່ງອອກເປັນ 3 ຄັ້ງໃຫຍ່; ບັ້ນຮົບດຽນບຽນຟູຍາດໄດ້ໄຊຊະນະຍິ່ງໃຫຍ່ດັບສູນສັດຕູ 16.200 ຄົນ, ຍິງເຮືອບິນຕົກ 62 ລຳ, ຢຶດ ແລະ ທໍາລາຍອາວຸດຍຸດໂທບາຍ, ອຸປະກອນ ແລະ ພາຫະນະ ສົງຄາມ ຂອງສັດຕູໄດ້ທັງໝົດ; ຄວາມໝາຍສໍາຄັນ ຂອງໄຊຊະນະດຽນບຽນຟູ, ການຕໍ່ສູ້ຂອງ ປະຊາຊົນ 3 ປະເທດອິນດູຈີນຕ້ານພວກລ່າເມືອງຂຶ້ນຝຣັ່ງ ໄດ້ກ້າວເຂົ້າສູ່ປີທີ 8, ກຳລັງປະຕິວັດ ຍິ່ງຕີ ກໍຍິ່ງເຂັ້ມແຂງ ແລະ ຍິ່ງຍາດເອົາທ່າເປັນເຈົ້າການ, ກຳລັງປະກອບອາວຸດໄດ້ເຕີບໃຫຍ່ທາງດ້ານຈໍານວນ ແລະ ຄຸນນະພາບ; ຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ 3 ຊາດອິນດູຈີນ ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ໄຊຊະນະດຽນບຽນຟູບໍ່ພຽງແຕ່ແມ່ນ ໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈຳນົງ ແລະ ການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງຈໍາຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຫວຽດນາມ, ລາວ ແລະ ກຳປູເຈຍ. ພາກເໜືອຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກາຍເປັນຖານທີ່ໝັ້ນຂອງການປະຕິວັດທີ່ເຂັ້ມແຂງ ທັງເປັນແນວຫຼັງທີ່ແໜ້ນແກ່ນ ໃຫ້ແກ່ການ ດໍາເນີນການຕໍ່ສູ້ຕ້ານຈັກກະພັດອາເມລິກາຢູ່ພາກໃຕ້ຫວຽດນາມ.

   

   

ໃນຕອນທ້າຍ ທ່ານໄດ້ເນັ້ນໜັກເຖິງຄວາມເປັນເຈົ້າການໂຄສະນາສຶກສາອົບຮົມການເມືອງ- ແນວຄິດ, ໂຄສະນາເຜີຍແຜ່ອຸດົມການຂອງພັກ, ຜົນງານການເຄື່ອນໄຫວພາລະກິດປະຕິວັດ ໃນການຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນບົດຮຽນອັນລໍ້າຄ່າທີ່ພວກເຮົາຈະຕ້ອງພ້ອມກັນສືບຕໍ່ຮໍ່າຮຽນເອົາ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ພ້ອມດຽວກັນນັ້ນ ກໍເປັນຂໍ້ມູນອັນໜຶ່ງທີ່ສໍາຄັນໃຫ້ກັບຄະນະພັກແຕ່ລະຂັ້ນ ເພື່ອເປັນບ່ອນອີງໃນການຈັດ ຕັ້ງເຜີຍແຜ່ ໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ.

ພິທີດັ່ງກ່າວ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ເວລາ 11:30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa