ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບຄອມພິວເຕີ ແລະ ການບຳລຸງຮັກສາຄອມພິວເຕີ ໃຫ້ແກ່ພະນັກງານທີ່ເຮັດວຽກງານໄອທີ ຄະນະໂຄສະນາອົບຮົມທົ່ວແຂວງວຽງຈັນ

ໃນວັນທີ 29 – 30 ເມສາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຂອງຄະນະຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບຄອມພິວເຕີ ແລະ ການບຳລຸງຮັກສາຄອມພິວເຕີ, ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ຄອສພ), ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຂັ້ນສູນກາງ-ແຂວງ, ນັກຝຶກອົບຮົມຈາກ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມ 11 ເມືອງ ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 18 ທ່ານ, ເປັນນັກ​ສ​ຳມະ​ນາ​ກອນ 22 ທ່ານ, ຍິງ 15 ທ່ານ.

              

ການຈັດຊຸດຝຶກອົບຮົມດັ່ງກ່າວ ແມ່ນເພື່ອເປັນການຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານຄວາມຮູ້ພື້ນຖານ ກ່ຽວກັບຄອມພິວເຕີ, ການຕິດຕັ້ງລະບົບວິນໂດ້, ໂປຼແກຼມຕ່າງໆ ແລະ ການແກ້ໄຂບັນຫາ ຄອມພີວເຕີເບື້ອງຕົ້ນ ເພື່ອນຳໃຊ້ເຂົ້າໃນວຽກງານໂຄສະນາອົບຮົມ ແຕ່ລະຂັ້ນ, ເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃຫ້ມີປະສິດທິພາບ, ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ຕາມທິດຫັນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ທີ່ທັນສະໄໝ. ເນື່ອງຈາກວ່າ ປັດຈຸບັນ ຖັນແຖວພະນັກງານຈຳນວນໜຶ່ງ ທີ່ເຮັດວຽກງານໄອທີ ຂອງຄະນະໂຄສະນາອົບຮົມ ຍັງບໍ່ທັນມີຄວາມຊຳນິຊຳນານດ້ານຄອມພີວເຕີ, ຈຶ່ງເຫັນວ່າມີຄວາມຈຳເປັນຕ້ອງໄດ້ຈັດຝຶກອົບຮົມວຽກງານດັ່ງກ່າວນີ້ ເປັນເວລາ 2 ວັນ ແລະ ພາຍຫຼັງສຳເລັດການຝຶກຕົວຈິງສຳເລັດ ຈຶ່ງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ, ໃຫ້ກຽດມອບໂດຍທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ຄອສພ).

   

ຕອນທ້າຍພິທີ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຝຶກອົບຮົມ ຄັ້ງນີ້, ເພື່ອໃຫ້ນັກຝຶກອົບຮົມ ສືບຕໍ່ນຳເອົາຄວາມຮູ້ ແລະ ບົດຮຽນໄປໝູນໃຊ້ໃນການເຄື່ອນໄຫວ​ວຽກ​ງານ​ໄອ​ທີ ຢູ່ຂັ້ນແຂວງ ແລະ ເມືອງ ໃຫ້ມີປະສິດທິຜົນດີຂຶ້ນເລື້ອຍໆ. ທ່ານໄດ້ເນັ້ນໜັກຕື່ມບາງບັນຫາ ຄື: ນັກຝຶກອົບຮົມທຸກທ່ານ ຕ້ອງເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນບົດ​ຮຽນ, ບວກ​ໃສ່​ພາກ​ປະ​ຕິ​ບັດ​ຕົວ​ຈິງ ໂດຍສະເພາະແມ່ນ ບັນດາເນື້ອໃນເອກະສານທີ່ໄດ້ອົບຮົມ ຄັ້ງນີ້ ໄປຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ. ​ພ້ອມກັນນີ້ ກໍຕ້ອງເອົາໃຈໃສ່ປັບ​ປຸງ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ພະ​ນັກ​ງານ, ເຄື່ອງ​ມື​​ເຕັກ​ໂນໂລ​ຊີ​ທີ່​ທັນ​ສະ​ໄໝ, ​ຍົກ​ລະ​ດັບ​ຄວາມ​ຮູ້​​ທາງ​ດ້ານ​ໄອ​ທີ, ​ການ​ຮັກ​ສາ​ຄວາມ​ປອດ​ໄພຂອງ​ຂໍ້​ມູນ, ການ​ຄຸ້ມ​ຄອງ​ລະ​ບົບ​ເຄື່ອ​ຂ່າຍ​ອິນ​ເຕີ​ເນັດ ແລະ ບຳ​ລຸງ​ຮັກ​ສາ​ເຄື່ອ​ງມື​ເອ​ເລັກ​ໂຕ​ຼນິກ ເພື່ອ​ເຮັດ​ໃຫ້​ການ​ນຳ​ໃຊ້​ລະ​ບົບ​ຄອມ​ພິວ​ເຕີ ມີ​ຄວາມ​ສະ​ດວກ ວ່ອງ​ໄວ. ເພື່ອປັບ​ປຸງວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ ​​ໃຫ້​ມີ​ຄຸນ​ນະພາບ ແລະ ທົ່ວ​ເຖິງ​ເປົ້າ​ໝາຍ​ຕ່າງໆ ຢ່າງກວ້າງຂວາງ. ຊຸດຝຶກອົບຮົມໄດ້ປິດລົງ ດ້ວຍຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa