ໃນຕອນເຊົ້າ ຂອງວັນທີ 13 ກັນຍາ 2024, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2024, ຂຶ້ນຢູ່ທີ່ສະໂມສອນ ວິທະຍາໄລເຕັກນິກແຂວງວຽງຈັນ ພາຍໃຕ້ການເປັນປະທານ ແລະ ບັນຍາຍເອກະສານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມີຄະນະຮັບຜິດຊອບ ຄະນະໂຄສະນາອົບຮົມແຂວງ (ຂະແໜງອົບຮົມ) ແລະ ມະຫາຊົນຜູ້ກ້າວໜ້າ ຈາກ 11 ພາກສ່ວນ ຈໍານວນ 38 ສະຫາຍ, ຍິງ 11 ສະຫາຍ ຄື: ໜ່ວຍພັກ ສະຫະພັນກຳມະບານແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງ, ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ, ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ໜ່ວຍພັກ ທະນາຄານການຄ້າ, ໜ່ວຍພັກ […]
Category Archives: ຮູບພາບການເຄື່ອນໄຫວ
ໃນຕອນເຊົ້າຂອງວັນທີ 27 ສິງຫາ 2024 ເວລາ 8:00 ໂມງ ຢູ່ທີ່ສະໂມສອນຫ້ອງວ່າການແຂວງ ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແຂວງວຽງຈັນ ປະຈຳປີ 2024 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ສະຫາຍ ອານົງສັກ ອິນທະວົງ ກຳມະການພັກ, ຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ, ມີ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ ແລະ ຫົວໜ້າ-ຮອງຫົວໜ້າ ຄະນະໂຄສະນາອົບຮົມ 11 ເມືອງ ພ້ອມດ້ວຍພະນັກ ງານພາຍໃນຄະນະໂຄສະນາອົບແຂວງ ເຂົ້າຮ່ວມທັງໝົດ 63 ທ່ານ, ຍິງ 19 ທ່ານ.
ໃນວັນທີ 1 ກໍລະກົດ 2024 ຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ລົງຕິດຕາມຊຸກຍູ້ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເພື່ອດໍາເນີນກອງປະຊຸມທາບທາມ ຮ່າງລາຍງານການເມືອງ, ບົດສໍາຫຼວດນໍາພາຊີ້ນໍາລວມຂອງໜ່ວຍພັກ, ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ແລະ ທາບທາມບຸກຄະລາກອນທີ່ອອກຮັບສະໝັກເລືອກຕັ້ງ ຄະນະພັກຊຸດໃໝ່ ຄັ້ງທີ VIII ຮອບທີ I ຢູ່ທີ່ຫ້ອງປະຊຸມກວດກາພັກແຂວງ
ໃນຕອນເຊົ້າເວລາ 08:30 ໂມງ ຂອງວັນທີວັນທີ 11 ກໍລະກົດ 2024, ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມເມືອງກາສີ ເປີດຊຸດອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ເມືອງກາສີ ປະຈໍາປີ 2024, ຢູ່ທີ່ສະໂມສອນເມືອງກາສີ, ໂດຍເປັນປະທານຮ່ວມຂອງທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ, ເຈົ້າເມືອງກາສີ, ທ່ານ ນ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ,
- 1
- 2