Category Archives: ຮູບພາບການເຄື່ອນໄຫວ

ຝຶກອົບຮົມຄວວຽກງານໂຄສະນາປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ ປະຈຳປີ 2024 ວັນທີ 27-29 ສິງຫາ 2024

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2024 ເວລາ 8:00 ໂມງ ຢູ່ທີ່ສະໂມສອນຫ້ອງ ວ່າການ ແຂວງ ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ ປະຈຳປີ 2024. ໂດຍໄດ້ຮັບຕ້ອນ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ເຂົ້າຮ່ວມໃນຄັ້ງນີ້ມີ ສະຫາຍ ອານົງສັກ ອິນທະວົງ ກຳມະການພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ,

ກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຄັ້ງທີ VIII

ໃນວັນທີ 1 ກໍລະກົດ 2024 ຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ລົງຕິດຕາມຊຸກຍູ້ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເພື່ອດໍາເນີນກອງປະຊຸມທາບທາມ ຮ່າງລາຍງານການເມືອງ, ບົດສໍາຫຼວດນໍາພາຊີ້ນໍາລວມຂອງໜ່ວຍພັກ, ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ແລະ ທາບທາມບຸກຄະລາກອນທີ່ອອກຮັບສະໝັກເລືອກຕັ້ງ ຄະນະພັກຊຸດໃໝ່ ຄັ້ງທີ VIII ຮອບທີ I ຢູ່ທີ່ຫ້ອງປະຊຸມກວດກາພັກແຂວງ

ຊຸດອົບຮົມການເມືອງແນວຄິດ-ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ, ຢູ່ເມືອງກາສີແຂວງວຽງຈັນ ປະຈຳປີ 2024

ໃນຕອນເຊົ້າເວລາ 08:30 ໂມງ ຂອງວັນທີວັນທີ 11 ກໍລະກົດ 2024, ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມເມືອງກາສີ ເປີດຊຸດອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ເມືອງກາສີ ປະຈໍາປີ 2024, ຢູ່ທີ່ສະໂມສອນເມືອງກາສີ, ໂດຍເປັນປະທານຮ່ວມຂອງທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ, ເຈົ້າເມືອງກາສີ, ທ່ານ ນ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ,

ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວວຽກ ສາຍໂປຼເຈັກເຕີ ແລະ ສ້າງກິດຈະກຳຖາມ-ຕອບ ຢູ່ເມືອງ ກາສີ ແຂວງວຽງຈັນ

ວັນທີ 10 ກໍລະກົດ 2024 ເວລາ 6:00 ໂມງ ຕອນແລງທີ່ຜ່ານມາ ກອງໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໄຫວສາຍໂປຼເຈັກເຕີ ແລະ ສ້າງກິດຈະກຳຖາມ-ຕອບ ຢູ່ບ້ານນາຊາຍຂາວ ເມືອງກາສີ ການເຄື່ອນໄຫວວຽກງານໃນຄັ້ງນີ້ ນໍາພາໂດຍ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານຈາກ ຂັ້ນແຂວງ ແລະ ເມືອງ ການລົງຄັ້ງນີ້ແມ່ນນໍາໃຊ້ສາລະຄະດີຈໍານວນ 4 ເລື່ອງຄື: 1. ຜົນງານ 40 ປີ ແຂວງວຽງຈັນ, 2. ເສັ້ນທາງລົດໄຟລາວ-ຈີນ, 3. ການຄ້າມະນຸດ, 4. ຜົນຮ້າຍຂອງຢາເສບຕິດ, ມີຜູ້ເຂົ້າຮ່ວມທັງໝົດ168 ຄົນ, ຍິງ 87 ຄົນ. ພາຍຫຼັງຮັບຊົມສາລະຄະດີກໍ່ຍັງມີກິດຈະກຳຖາມ-ຕອບກ່ຽວກັບເນື້ອໃນ-ສາລະຄະດີຕ່າງໆ. ຜ່ານການລົງເຄື່ອນໄຫວຂອງກອງໂຄສະນາເຄື່ອນທີ່ໃນຄັ້ງນີ້ ເຫັນວ່າ ການນໍາຂັ້ນເມືອງ, ອໍານາດການປົກຄອງບ້ານ ໄດ້ພ້ອມກັນໃຫ້ຄວາມສໍາຄັນ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເອົາໃຈໃສ່ໃນການຕິດຕາມ, ຮ່ວມກິດຈະກຳຖາມ-ຕອບ […]

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa