ພິທີເປີດຮຽນສະໜັບສະໜູນ ໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2024.

 

ໃນຕອນເຊົ້າ ຂອງວັນທີ 13 ກັນຍາ 2024, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2024, ຂຶ້ນຢູ່ທີ່ສະໂມສອນ ວິທະຍາໄລເຕັກນິກແຂວງວຽງຈັນ ພາຍໃຕ້ການເປັນປະທານ ແລະ ບັນຍາຍເອກະສານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມີຄະນະຮັບຜິດຊອບ ຄະນະໂຄສະນາອົບຮົມແຂວງ (ຂະແໜງອົບຮົມ) ແລະ ມະຫາຊົນຜູ້ກ້າວໜ້າ ຈາກ 11 ພາກສ່ວນ ຈໍານວນ 38 ສະຫາຍ, ຍິງ 11 ສະຫາຍ ຄື: ໜ່ວຍພັກ ສະຫະພັນກຳມະບານແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງ, ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ, ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ໜ່ວຍພັກ ທະນາຄານການຄ້າ, ໜ່ວຍພັກ ສານປະຊາຊົນແຂວງ, ໜ່ວຍພັກ ອົງການກາແດງແຂວງ , ໜ່ວຍພັກ ພະແນກການຕ່າງປະເທດແຂວງ, ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຄະນະພັກຮາກຖານ ວິທະຍາໄລເຕັກນິກແຂວງ.

ຈຸດປະສົງລະດັບຄາດໝາຍ: ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງຈະແຈ້ງ ໃຫ້ແກ່ບັນດາສະຫາຍມະຫາຊົນຜູ້ກ້າວໜ້າ ກ່ຽວກັບ ປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ ຂອງພັກປະຊາຊົນປະຕິວັດລາວ, ສິດ-ຜົນປະໂຫຍດ ຂອງສະມາຊິກພັກ ທີ່ຈະໄດ້ຮັບກຽດອັນສະຫງ່າໃນການເສີມຂະຫຍາຍ, ປົກປ້ອງແນວທາງນະໂຍບາຍ ແລະ ຍົກສູງບົດບາດການນໍາພາຂອງພັກ, ພ້ອມກັນນີ້ກໍໄດ້ຜ່ານ ມາດຕະຖານ ແລະ ເງື່ອນໄຂ ຂອງມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ເຊື່ອມຊຶມເອກະສານ 13 ຄໍາຖາມ – 13 ຄໍາຕອບ ຕາມຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ໃນການສຶກສາອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ, ໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນຢ່າງມີບັນຍາກາດຟົດຟື້ນ.

ໃນຕອນທ້າຍພິທີ ສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ແລະ ໂອ້ລົມຕໍ່ບັນດາສະຫາຍ ມະຫາຊົນຜູ້ກ້າວໜ້າ ໃຫ້ເອົາໃຈໃສ່ປະຕິບັດສິດ, ໜ້າທີ່ ແລະ ຂໍ້ຫ້າມຂອງສະມາຊິກພັກ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າ ແລະ ຮອບດ້ານ ກາຍເປັນມະຫາຊົນຜທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ, ເໝາະສົມ ໃນການກໍ່ສ້າງຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ; ພິທີໄດ້ປິດລົງຢ່າງເປັນທາງການ ເວລາ 11:30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa