ພິທີຮັບຮອງໜ່ວຍ 3 ດີ ຄັ້ງທີ 4 ສະໄໝທີ VIII

ໃນ​ວັນ​ທີ 29 ພຶດ​ສະ​ພາ 2025 ຢູ​ທີ່​ຫ້ອງ​ປະ​ຊຸ​ມກວດ​ກາ​ພັກ​ແຂວງ ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນ ໄດ້​ຈັດ​ພິ​ທີ​ຮັບ​ຮອງ​ໜ່ວຍ 3 ດີ ຄັ້ງ​ທີ 4 ສະ​ໄໝ​ທີ VIII ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ກົງ​ທອງ ແກ້ວ​ວົ​ງ​ເດືອນ ຫົວ​ໜ້າ​ໜ່ວຍ​ສະ​ຫະ​ພັ​ນ​ແມ່​ຍິງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ ສົມ​ພາ​ວັນ ເພັດ​ລາ​ວັນ ຄະ​ນະ​ພັກ, ຮອງ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ແຂວງ, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ວຽງ​ຈັນ ແລະ ທ່ານ ນາງ ມະ​ນີ​ຈັນ ທຳ​ມະ​ໂຄດ ຮອງ​ເລ​ຂາ​ໜ່ວຍ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນ, ມີ​ບັນ​ດາ​​​ທ່ານແຂກ​ຖືກ​ເຊີນຈາກ​ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ອ້ອມ​ຂ້າງ, ຕາງ​ໜ້າ​ໜ່ວຍ​ກຳ​ມະ​ບານ​ຮາກ​ຖານ, ໜ່ວຍ​ຊາວ​ໜຸ່ມ​ຮາກ​ຖານ ຕະຫຼອດ​ຮອດ​ສະ​ມາ​ຊິກ​ສະ​ຫະ​ພັນ​ແມ່​ຍິງ​ໃນ​ໜ່ວຍ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງເຂົ້າ​ຮ່ວມ​ທັງ​ໝົດ 24 ທ່ານ, ຍິງ 21 ທ່ານ.

 

ຫົວ​ໜ້າ​ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ໄດ້​ກ່າວ​ວ່າ: ໃນ​ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ມີ​ສະ​ມາ​ຊິກ​ທັງ​ໝົດ 14 ສະ​ຫາຍ, ປະ​ກອບ​ເປັນ​ຄະ​ນະ​ພັກ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ 2 ​ສະ​ຫາຍ,  ຫົວ​ໜ້າ​ຂະ​ແໜງ 2 ສະ​ຫາຍ,  ຮອງ​ຫົວ​ໜ້າ​ຂະ

​ແໜງ 6 ສະ​ຫາຍ, ​ລະ​ດັບ​ທິດ​ສະ​ດີ ຂັ້ນ​ສູງ 2 ສະ​ຫາຍ, ຂັ້ນ​ກາງ 7 ສະ​ຫາຍ, ກຳ​ລັງຮຽນ​ຢູ່ 1 ສະ​ຫາຍ, ໃນ​ບົດ​ສະ

ຫຼຸບ​ຕີ​ລາ​ຄາການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ໃນ​ໄລ​ຍະ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​​ຜົນ​ງານ​ການ​ເຄື່ອນ​ໄຫວ​ຂອງ​ໜ່ວຍ, ດ້ານ​ດີ, ດ້ານ​ອ່ອນ, ຂໍ້​ຄົງ​ຄ້າງ, ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້;  ຜົນ​ການ​ປະ​ເມີນ​ບຸກ​ຄົນ 3 ດີ​  ສາ​ມາດ​ຕີ​ລາ​ຄາໄດ້ ພົນ​ລະ​ເມືອງ​ດີ 14 ສະ​ຫາຍ, ພັດ​ທະ​ນາ​ດີ 14 ສະ​ຫາຍ, ສ້າງ​ຄອບ​ຄົວ​ດີ 14 ສະ​ຫາຍ, ​ຖືກ​ຕ້ອງ​ຕາມມາດ​ຖານ​ເງື່ອນ​ໄຂ​ຮັບ​ຮອງ​ເປັນ​ໜ່ວຍ​ 3 ດີ​ ໃນ​​ເອ​ກະ​ສານແນະ​ນຳ ຂອງ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ​ສະ​ບັບ​ເລກ​ທີ 369/ສ​ສຍ​ລ, ລົງ​ວັນ​ທີ 18 ກໍ​ລະ​ກົດ 2022 ແລະ ແຈ້ງ​ການ​​ຂອງສະ​ຫ​ະ​ພັນ​ແມ່​ຍິງ​ແຂວງວຽງ​ຈັນກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ​ສະ​ບັບ​ເລກ​ທີ 313/ສຍ​ຂ, ລົງ​ວັນ​ທີ 9 ສິງ​ຫາ 2022, ພ້ອມ​ກັນ​ນັ້ນ​ກໍໄດ້​ຜ່ານ​ທິດ​ທາງ​ແຜນ​ການ​ເຄື່ອນ​ໄຫວ​ໃນ​ຕໍ່​ໜ້າ​ຂອງ​ໜ່ວຍ​ສະ​ຫະ​ພັນແມ່​ຍິງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ.

ໃນ​ພິ​ທີ​ໄດ້​​ຢັ້ງ​ຢືນ​ບຸກ​ຄົນ 3 ດີ ແລະ ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ 3 ດີ ໂດຍ​ໃຫ້​ກຽດ​ຂຶ້ນ​ມອບ​ຂອງ​ທ່ານນາງ ສົມ​ພາ​ວັນ ເພັດ​ລາ​ວັນ ຄະ​ນະ​ພັກ, ຮອງ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ແຂວງ, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂວງ  ແລະ ກ່າວ​ຮັບ​ໂດຍ ນາງ  ກົງ​ທອງ ແກ້ວ​ວົ​ງ​ເດືອນ ຫົວ​ໜ້າ​ໜ່ວຍ​ສະ​ຫະ​ພັ​ນ​ແມ່​ຍິງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ  ຫຼັງ​ຈາກນັ້ນ​ກໍ​ໄດ້​ຜ່ານ​ມາດ​ຖານ​ເງ​ື່ອນ​ໄຂ​ໃນ​ການ​ປະ​ເມີນ​ບຸກ​ຄົນ 3 ດີ, ມາດ​ຖານ​ຄັດ​ເລືອກໜ່ວຍ 3 ດີ ແລະ ສະ​ມາ​ຊິກ​ສະ​ຫະ​ພັນ​ແມ່​ຍິງ​ໃນ​ໜ່ວຍ​ກໍ​ໄດ້​ຂຶ້​ນ​ຈັບ​ມື​ຮັບ​ຮອງ​ເອົາ​ຂໍ້​ແຂ່ງ​ຂັນ 3 ດີ ໃນ​ຊຸມ​ປີ​ຕໍ່​ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa