I. ທີ່ຕັ້ງ: ຄະນະໂຄສະນາອົບຮົມແຂວງ ຂຽນຊື່ຫຍໍ້ ດ້ວຍຕົວອັກສອນ (ຄອຮ.ຂຈ) ແມ່ນອົງການຈັດຕັ້ງໜຶ່ງຂອງພັກ, ມີຖານະທຽບເທົ່າພະແນກການ ແລະ ອົງການຕ່າງໆ ຂັ້ນແຂວງ.
II. ພາລະບົດບາດ: ຄະນະໂຄສະນາອົບຮົມແຂວງ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານບໍລິຫານ, ວຽກງານໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ ແລະ ຂໍ້ມູນຂ່າວສານ.
III. ໜ້າທີ່:
-
ຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ບັນດາມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິ, ຄໍາສັ່ງຕ່າງໆ ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ຖະບານ, ຂອງແຂວງ ໃຫ້ແກ່ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ຊັ້ນຄົນປັນຍາຊົນ, ນັກທຸລະ ກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ.
-
ຄົ້ນຄວ້າ ຫັນເອົາແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ມາເປັນແຜນການ, ແຜນງານ, ໂຄງການລະອຽດຂອງຕົນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
-
ຄົ້ນຄວ້າຮ່າງແຜນຍຸດທະສາດ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ ແລະ ຂໍ້ມູນຂ່າວສານ ໄລຍະຍາວ ເພື່ອສະເໜີຄະນະປະຈໍາພັກແຂວງ ພິຈາລະນາ.
-
ສ້າງແຜນການ, ໂຄງການລະອຽດ ໃນການບໍາລຸງສ້າງຖັນແຖວພະນັກງານ ຜູ້ທີ່ເຮັດວຽກງານການ ເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ, ວຽກງານເກັບກໍາຫາງສຽງສັງຄົມ, ນັກໂຄສະນາປາຖະກະຖາ ຂອງ ບັນດາຂະແໜງການອ້ອມຂ້າງແຂວງ ແລະ ຂັ້ນເມືອງ ພ້ອມທັງຈັດຕັ້ງຝຶກອົບຮົມ.
-
ຈັດຕັ້ງການໂຄສະນາປາຖະກະຖາ ໃນໂອກາດວັນສໍາຄັນຂອງຊາດ, ຂອງພັກ, ຂອງທ່ານຜູ້ນໍາ, ສະພາບການທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ພະນັກງານ, ສະມາຊິກພັກ, ຊັ້ນຄົນປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງ.
-
ກໍາແໜ້ນສະພາບແນວຄິດ ແລະ ເກັບກໍາຫາງສຽງສັງຄົມ ນໍາເປົ້າໝາຍຕ່າງໆ ໃນສັງຄົມ ຕາມໜ້າທີ່, ຂອບເຂດສິດຂອງຕົນ ພ້ອມທັງຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ສະເໜີວິທີການແກ້ໄຂ ຕໍ່ຄະນະປະຈໍາພັກແຂວງ ໃຫ້ທິດຊີ້ນໍາໃນການແກ້ໄຂໃຫ້ຖືກຕ້ອງ ແລະ ທັນເວລາ.
-
ຄຸ້ມຄອງລະບົບໄອທີ, ເຕັກນິກ, ຂໍ້ມູນຂ່າວສານ, ເວບໄຊສ໌ ຂອງຄະນະໂຄສະນາອົບຮົມແຂວງ ເພື່ອຮັບໃຊ້ໜ້າທີ່ວຽກງານໃຫ້ວ່ອງໄວ ແລະ ທັນການ.
-
ຈັດຕັ້ງໂຄສະນາເຄື່ອນທີ່, ການໂຄສະນາຜ່ານສື່ ຕິດພັນກັບການແຈກຢາຍ ວາລະສານໂຄສະນາ ແລະ ວາລະສານອະລຸນໃໝ່ ເພື່ອເຄື່ອນໄຫວໂຄສະນາ-ນໍາພາແນວຄິດປະຊາຊົນໃຫ້ໄດ້ຢ່າງກວ້າງຂວາງ, ທົ່ວເຖິງ.
-
ປະສານສົມທົບກັບບັນດາພະແນກການ, ອົງການ, ກົມກອງພາຍໃນແຂວງ ແລະ ຄະນະພັກເມືອງ, ຄະນະໂຄສະນາອົບຮົມເມືອງ ເພື່ອສຶກສາອົບຮົມວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ ແລະ ຂໍ້ມູນຂ່າວສານ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາ ເຜົ່າ ຢ່າງທົ່ວເຖິງ.
-
ສະຫຼຸບຕີລາຄາ ວຽກງານການເມືອງ-ແນວຄິດ, ຈັດຕັ້ງບໍາລຸງ ແນະນໍາດ້ານວິຊາການ, ສະໜອງເອກະສານທີ່ຈໍາເປັນໃຫ້ພະແນກການ, ອົງການ, ກົມກອງພາຍໃນແຂວງ ແລະ ຄະນະໂຄສະນາອົບຮົມເມືອງ
-
ຂຶ້ນແຜນງົບປະມານ, ຄຸ້ມຄອງຊັບສິນ, ເຮັດວຽກງານບໍລິຫານ-ພິທີການ, ການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ແຜນບໍາລຸງກໍ່ສ້າງພະນັກງານ, ແຜນກໍານົດຕໍາ ແໜ່ງງານ, ການປະຕິບັດນະໂຍບາຍ, ການປະສານງານ, ພົວພັນ ແລະ ສະຫຼຸບວຽກງານຂອງຄະນະໂຄສະນາອົບຮົມແຂວງ ເປັນປົກກະຕິ.
-
ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂຶ້ນແຜນຝຶກອົບຮົມເປົ້າໝາຍຕ່າງໆ ຕາມທິດຊີ້ນຳຂອງຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
-
ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
IV. ຂອບເຂດສິດ:
-
ເຂົ້າຮ່ວມກອງປະຊຸມຄະນະບໍລິງານພັກແຂວງ, ອົງການປົກຄອງແຂວງ, ກອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ, ກອງປະຊຸມອື່ນໆ ຕາມການຕົກລົງ ຂອງຄະນະປະຈໍາພັກແຂວງ ແລະ ຕາມການເຊີນຂອງອົງການກ່ຽວຂ້ອງ, ປະກອບຄໍາຄິດ ຄໍາເຫັນທີ່ພົວພັນເຖິງວຽກງານການເມືອງ-ແນວຄິດ ແລະ ວຽກງານອື່ນໆ ຕາມຄວາມເປັນຈິງ.
-
ອອກຄໍາແນະນໍາ ແລະ ແຈ້ງການຕ່າງໆ ເຖິງຄະນະພັກຮາກຖານ, ໜ່ວຍພັກພະແນກການ-ອົງການຂອງແຂວງ ແລະ ຄະນະພັກເມືອງ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ ແລະ ຂໍ້ມູນຂ່າວສານ ຕາມຄວາມຮັບຜິດຊອບຂອງຕົນ.
-
ສະເໜີການປັບປຸງກົງຈັກການຈັດຕັ້ງ, ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ຕາມລະບຽບຫຼັກການກໍານົດໄວ້.
-
ສະເໜີປັບປຸງ ຫຼື ລົບລ້າງມະຕິຕົກລົງ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ແລະ ນິຕິກໍາອື່ນໆ ກ່ຽວກັບວຽກງານໂຄສະນາອົບຮົມທີ່ຂັດກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ທີບໍ່ສອດຄ່ອງກັບພາລະບົດບາດ ແລະ ສະພາບຄວາມເປັນຈິງຂອງວຽກງານ.
-
ເຊັນເອກະສານທາງການໄດ້ຕາມພາລະບົດບາດ, ໜ້າທີ່, ສິດ ແລະ ຄວາມຮັບຜິດຊອບຂອງຕົນທີ່ກໍານົດໄວ້.
-
ຈັດຕັ້ງປະຕິບັດງົບປະມານຂອງຂະແໜງການຕົນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ການນໍາໃຊ້ພາຫະນະ, ວັດຖຸອຸປະກອນຕ່າງໆ ທີ່ພັກ-ລັດ ມອບໝາຍໃຫ້ມີປະສິດທິຜົນສູງ.
V. ກົງຈັກການຈັດຕັ້ງ ແລະ ບຸກຄະລາການ.
ກ. ໂຄງປະກອບການຈັດຕັ້ງ ປະກອບມີ 4 ຂະແໜງ ຄື:
-
ຂະແໜງບໍລິຫານ.
-
ຂະແໜງໂຄສະນາ.
-
ຂະແໜງອົບຮົມ.
-
ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ.
ຂ. ໂຄງປະກອບບຸກຄະລາກອນ.
-
ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີ 1 ທ່ານ, ມີຄວາມຮັບຜິດຊອບຕໍ່ຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ ກ່ຽວກັບວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມ; ການຄຸ້ມຄອງພະນັກງານ ຕາມຄວາມຮັບຜິດຊອບ ແລະ ມີສິດໜ້າທີ່ຕາມພາລະບົດບາດທີ່ໄດ້ກໍານົດໄວ້, ໃນເວລາຕິດຂັດພາລະກິດ ຕ້ອງມອບໃຫ້ຮອງຫົວໜ້າຄະນະໂຄສະນາອົບຮົມສະຫາຍໃດໜຶ່ງ ເປັນຜູ້ຮັກສາການແທນ.
-
ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຈໍານວນໜຶ່ງ ເປັນຜູ້ຊ່ວຍ ຫົວໜ້າຄະນະໂຄສະນາອົບ ຮົມ ໃນການຊີ້ນໍາວຽກງານຂອງຕົນ, ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍຂອງຫົວໜ້າຄະນະໂຄສະນາອົບຮົມ, ມີຄວາມຮັບຜິດຊອບໂດຍກົງຕໍ່ຜົນສໍາເລັດ, ຂໍ້ຂາດຕົກບົກຜ່ອງໃນວຽກງານທີ່ຕົນເອງຊີ້ນໍາ ແລະ ເປັນຜູ້ຮັກສາການແທນໃນເວລາຫົວໜ້າຕິດຂັດ.
-
ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ຈໍານວນໜຶ່ງ ຕາມການກໍານົດຕໍາແໜ່ງງານ.
VI. ໜ້າທີ່ຂອງແຕ່ລະຂະແໜງ.
ກ ໜ້າທີ່ຂອງຂະແໜງບໍລິຫານ.
-
ຄຸ້ມຄອງພະນັກງານ-ລັດຖະກອນ, ບັນຈຸຊັບຊ້ອນ, ຍົກຍ້າຍ, ຍ້ອງຍໍ, ເກັບກຳສະຖິຕິ, ຂຶ້ນແຜນກໍານົດສ້າງພະນັກງານນໍາພາ-ຄຸ້ມຄອງ, ແຜນບໍາລຸງ-ກໍ່ສ້າງພະນັກງານ, ແຜນກໍານົດຕໍາແໜ່ງງານ, ປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ການປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານ-ລັດຖະກອນ ພາຍໃນຄວາມຮັບຜິດຊອບຂອງຕົນ.
-
ຂຶ້ນແຜນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ ຄະນະ, ພະນັກງານ-ລັດຖະກອນ ໄດ້ເຄື່ອນໄຫວໜ້າທີ່ ຕາມພາລະບົດບາດຂອງຕົນ ແລະ ສະໜອງວັດຖຸອຸປະກອນ, ເຄື່ອງຮັບໃຊ້ຫ້ອງການ, ຄຸ້ມຄອງພາຫະນະຮັບໃຊ້, ວຽກງານຂາເຂົ້າ-ຂາອອກ, ວຽກງານສໍາເນົາເອກະສານ, ການຈັດພິມເອກະສານ, ວຽກງານ ປະຊາສໍາພັນ, ວຽກງານບໍລິຫານ, ບໍລິການປິ່ນອ້ອມວຽກງານວິຊາສະເພາະ, ການປ້ອງກັນເວນຍາມ, ຄວາມເປັນ ລະບຽບຮຽບຮ້ອຍ ພາຍໃນຄວາມຮັບຜິດຊອບຂອງຕົນ ແລະ ເຮັດວຽກງານອື່ນໆ ຕາມການມອບໝາຍ.
-
ຂຶ້ນແຜນງົບປະມານ, ຄຸ້ມຄອງນໍາໃຊ້ງົບປະມານເຂົ້າໃນວຽກງານຕ່າງໆ; ສະຫຼຸບລາຍຮັບ-ລາຍຈ່າຍ ໃຫ້ພາກສ່ວນທີ່ກ່ຽວຂ້ອງ; ພ້ອມທັງຄິດໄລ່ເງິນເດືອນ, ເງິນອຸດໜຸນ, ລະບອບປະກັນສັງຄົມ, ການສະ ເໜີເລື່ອນຊັ້ນ-ຂັ້ນ ແລະ ນະໂຍບາຍຕ່າງໆ ທີ່ຖືກຕ້ອງຕາມລະບຽບຫຼັກການ.
-
ເປັນເຈົ້າການປະສານສົມທົບ ກັບບັນດາພະແນກການ, ອົງການ ໃນການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ແລະ ສະຫຼຸບໜ້າວຽກປະຈຳເດືອນ, ປະຈຳງວດ ລາຍງານໃຫ້ຄະນະ ແລະ ຂັ້ນເທິງ.
-
ເປັນໃຈກາງປະສານສົມທົບກັບ ພະແນກແຜນການ ແລະ ການລົງທຶນແຂວງ ໃນການຂຽນບົດສະເໜີໂຄງການລົງທຶນຂອງລັດ ແຕ່ລະຂະແໜງພາຍໃນຄະນະໂຄສະນາອົບຮົມແຂວງ.
-
ຂຶ້ນແຜນການ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະຂອງຄະນະໂຄສະນາອົບຮົມແຂວງ.
-
ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະໂຄສະນາອົບຮົມແຂວງ.
ຂ ໜ້າທີ່ຂອງຂະແໜງໂຄສະນາ.
-
ຄົ້ນຄວ້ານຳສະເໜີ ຄະນະໂຄສະນາອົບຮົມແຂວງ ເພື່ອສະເໜີຄະນະປະຈຳພັກແຂວງ ພິຈາລະນາອອກນິຕິກຳຕ່າງໆ ເປັນຕົ້ນ ມະຕິຕົກລົງ, ຄຳສັ່ງແນະນຳ, ຄຳແນະນຳ, ແຈ້ງການແນະນຳ ເພື່ອເປັນບ່ອນອີງໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບການ, ກົດໝາຍຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ຂອງທ່ານຜູ້ນໍາ ຜົນສໍາເລັດຂອງການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ-ລັດ ແລະ ຂອງທ້ອງຖິ່ນຕົນ, ສະພາບການທີ່ພົ້ນເດັ່ນທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະຕາມຄວາມ ເໝາະສົມ.
-
ເປັນເຈົ້າການປັບປຸງເນື້ອໃນເອກະສານປາຖະກະຖາ ໃຫ້ແທດເໝາະກັບແຕ່ລະເປົ້າໝາຍ ແລະ ສອດ
ຄ່ອງກັບສະພາບຈຸດພິເສດ ຂອງທ້ອງຖິ່ນຕົນ.
-
ເປັນເຈົ້າການສ້າງແຜນການ, ໂຄງການລະອຽດ ຂອງຂະແໜງການຕົນ ເພື່ອຈັດຝຶກອົບຮົມຍົກລະດັບ
ໃຫ້ພະນັກງານຜູ້ທີ່ເຮັດວຽກງານໂຄສະນາ ເປັນຕົ້ນ ວຽກປາຖະກະຖາ, ໂຄສະນາເຄື່ອນທີ່, ໂຄສະນາຜ່ານສື່ ແລະ ວຽກງານອຶ່ນໆ ທີ່ກ່ຽວຂ້ອງ.
-
ຈັດຕັ້ງການໂຄສະນາເຄື່ອນທີ່ ແລະ ການໂຄສະນາຜ່ານສື່ຕ່າງໆ ເຊັ່ນ: ໂທລະພາບ, ວິທະຍຸ, ເວບໄຊສ໌, ເຟສບຸກ ແລະ ສື່ສິ່ງພິມຕ່າງໆ ໂດຍສົມທົບກັບພາກສ່ວນສື່ມວນຊົນຂອງແຂວງ, ກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພື່ອນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບການ, ກົດໝາຍຂອງລັດ, ບັນດາມະຕິ, ຄໍາສັ່ງ ແລະ ວຽກງານການເມືອງ-ແນວຄິດ ລົງໂຄສະນາເຜີຍແຜ່ຜ່ານສື່ ໃຫ້ທ່ວງທັນກັບສະພາບການ.
-
ຈັດຕັ້ງການໂຄສະນາເຄື່ອນທີ່ໃຫ້ປະຊາຊົນບັນດາເຜົ່າຢູ່ໃນຂົງເຂດຊຸມຊົນ, ເຂດຊານເມືອງ, ຈຸດສຸມພັດທະນາຂອງແຂວງ-ເມືອງ ແລະ ເຂດຫ່າງໄກສອກຫຼີກ ໃຫ້ຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ເກັບກຳຂໍ້ມູນຄອບຄົວຕົວແບບໃນການຜະລິດເປັນສິນຄ້າ ເພື່ອສ້າງເປັນສາລະຄະດີພາຍໃນທ້ອງຖິ່ນຕົນ ເປັນແຕ່ລະໄລຍະ.
-
ຊຸກຍູ້, ຕິດຕາມການເຄື່ອນໄຫວວຽກງານ ໂຄສະນາປາຖະກະຖາ ຜ່ານສື່, ເຄື່ອນທີ່ ຢູ່ບັນດາພະແນກການ ແລະ ເມືອງ ເປັນປົກກະຕິ; ພ້ອມທັງສະຫຼຸບວຽກງານໃນຂະແໜງການຕົນ ເພື່ອລາຍງານໃຫ້ ຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
-
ເປັນເຈົ້າການຄົ້ນຄວ້ານິຕິກຳຕ່າງໆ ຂອງຂັ້ນເທິງ ໃນແຕ່ລະໄລຍະ ສ້າງເປັນບົດຂ່າວ, ບົດຄວາມ, ສາລະໜ້າຮູ້ຕ່າງໆ ເພື່ອເຜີຍແຜ່ທາງລາຍການວິທະຍຸ ຄະນະໂຄສະນາອົບຮົມແຂວງ.
-
ຮັບຜິດຊອບຂຽນຂ່າວລົງເວບໄຊສ໌, ເຟສບຸກ ຂອງຄະນະໂຄສະນາອົບຮົມແຂວງ.
-
ຮັບຜິດຊອບວຽກງານວາລະສານອະລຸນໃໝ່ ແລະ ວາລະສານໂຄສະນາ.
ຄ. ໜ້າທີ່ຂອງຂະແໜງອົບຮົມ.
-
ເປັນເສນາທິການໂດຍກົງໃຫ້ແກ່ຄະນະປະຈໍາພັກແຂວງ ໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ພ້ອມທັງຕິດຕາມ, ສະຫຼຸບສັງລວມການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ຂອງຂັ້ນເທິງ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງລັດ, ຂອງແຂວງ ໃນແຕ່ລະໄລຍະ ເພື່ອລາຍງານໃຫ້ຄະນະປະຈໍາພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
-
ຄົ້ນຄວ້າກໍາແໜ້ນ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ແຕ່ລະສະໄໝ ເພື່ອສ້າງເປັນເອກະສານອົບຮົມໃຫ້ເປົ້າໝາຍຕ່າງໆ ໃນທົ່ວແຂວງ.
-
ຝຶກອົບຮົມບຳລຸງຍົກລະດັບຄວາມຮູ້ທາງດ້ານທິດສະດີແນວທາງ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດ ຖະກອນຢູ່ຂັ້ນແຂວງ, ເມືອງ ຕາມເອກະສານອົບຮົມເປົ້າໝາຍຕ່າງໆ ຂອງກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ.
-
ປະສານສົມທົບກັບພະແນກການ, ອົງການຕ່າງໆ ເພື່ຶອຈັດຕັ້ງຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ.
-
ສົມທົບກັບພະແນກສຶກສາ ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ການຮຽນ-ການສອນ ວິຊາສຶກສາພົນລະເມືອງ, ວິຊາສັງຄົມການເມືອງ ຢູ່ບັນດາໂຮງຮຽນອະຊີວະສຶກສາ, ໂຮງຮຽນສາມັນຢູ່ຂັ້ນແຂວງ.
-
ສ້າງແຜນການເຄື່ອນໄຫວຂອງຂະແໜງການຕົນ ໃນການຈັດຕັ້ງຝຶກອົບຮົມເປົ້າໝາຍຕ່າງໆ; ພ້ອມທັງ
ສະຫຼຸບຕີລາຄາ, ປະເມີນຜົນການຝຶກອົບຮົມໃນແຕ່ລະຄັ້ງ ເພື່ອລາຍງານຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
ງ. ໜ້າທີ່ຂອງຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ.
-
ສະຫຼຸບ ແລະ ວາງທິດທາງແຜນການວຽກງານໂຄສະນາອົບຮົມ, ວຽກງານການເມືອງ-ແນວຄິດ ປະຈໍາເດືອນ, 3 ເດືອນ, 6 ເດືອນ, 1 ປີ ແລະ 5 ປີ ເພື່ອລາຍງານຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ.
-
ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ທີ່ພົ້ນເດັ່ນ ຂອງພະນັກງານ, ສະມາຊິກພັກ, ປະຊາ ຊົນບັນດາເຜົ່າ ການລາຍງານຂອງບັນດາພະແນກການ, ອົງການ, ກົມກອງ ແລະ ເມືອງ, ທີ່ເກີດຂຶ້ນໃນແຕ່ລະໄລຍະ, ພ້ອມທັງຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ສະເໜີມາດຕະການແກ້ໄຂ ເພື່ອສະຫຼຸບສັງລວມລາຍງານຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ທັນກັບສະພາບການ.
-
ເປັນເຈົ້າການສ້າງແຜນການ, ໂຄງການລະອຽດຂອງຂະແໜງການຕົນ ເພື່ອຈັດຝຶກອົບຮົມຍົກລະດັບໃຫ້ພະນັກງານຜູ້ທີ່ເຮັດວຽກງານສັງລວມ, ເກັບກຳຫາງສຽງສັງຄົມ ແລະ ວຽກງານໄອທີ.
-
ຕິດຕາມ, ກວດກາເຕັກນິກການເຊື່ອມຕໍ່ລະບົບເຄືອຂ່າຍເອເລັກໂຕຣນິກ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ກັບຄະນະໂຄສະນາອົບຮົມແຂວງ ແລະ ເມືອງ.
-
ຈັດຕັ້ງບໍາລຸງຍົກລະດັບວິຊາການໄອທີ ໃຫ້ພະນັກງານໂຄສະນາອົບຮົມ ຮູ້ນຳໃຊ້ເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ.