ຝຶກອົບຮົມຄວວຽກງານໂຄສະນາປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ ປະຈຳປີ 2024 ວັນທີ 27-29 ສິງຫາ 2024

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2024 ເວລາ 8:00 ໂມງ ຢູ່ທີ່ສະໂມສອນຫ້ອງ ວ່າການ ແຂວງ ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາປາຖະກະຖາໃຫ້ແກ່ພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ ປະຈຳປີ 2024.

ໂດຍໄດ້ຮັບຕ້ອນ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ເຂົ້າຮ່ວມໃນຄັ້ງນີ້ມີ ສະຫາຍ ອານົງສັກ ອິນທະວົງ ກຳມະການພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ,

     

         ມີບັນດາຫົວໜ້າ, ຮອງຫົວໜ້າ, ພະແນກການອ້ອມຂ້າງແຂວງ ແລະ ຫົວໜ້າ, ຮອງຫົວໜ້າໂຄສະນາ 11 ຕົວເມືອງ ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ.

ຊຸດຝຶກອົບຮົມ ສະຫາຍ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ສະຫາຍ ຍັງໄດ້ກ່າວໃນພິທີເປີດຊຸດຝຶກອົບຮົມ ໃນຄັ້ງນີ້ ເພື່ອປັບປຸງລະດັບຄວາມຮູ້ຄວາມສາມາດ ກ່ຽວກັບການວຽກງານໂຄສະນາປາຖະກະຖາໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະນໍາຂອງພະແນກການ-ກົມກອງອ້ອມຂ້າງແຂວງ ແລະ ການນໍາບັນດາເມືອງ ໄດ້ມີຄວາມຮັບຮູ້ເຂົ້າໃຈ ທັນຍຸກທັນເຫດການ ແລະ ແທດເໝາະກັບສະພາບການປັດຈຸບັນ. ເຊິ່ງຊຸດອົບຮົມໃນຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າເຊື່ອມຊືມບັນດາເອກະສານ 5 ເອກະສານ ຄື: 1. ເອກະສານ ບັນຫາພື້ນຖານວຽກງານໂຄສະນາ, 2. ເອກະສານ ຝຶກຝົນຄວາມຮູ້ຄວາມສາມາດໃນການຂຽນເອກະສານ, 3. ເອກະສານຄຸນລັກສະນະ ແລະ ສິລະປະໃນການປາກເວົ້າ, 4. ເອກະສານໂຄສະນາຜ່ານສື່, 5. ເອກະສານບັນດານິຕິກຳ ແລະ ບາງບົດຮຽນໃນການເຄື່ອນໄຫວໂຄສະນາປາຖະກະຖາ, ໂຄສະນາເຄື່ອນທີ່ ແລະ ຜ່ານສື່. ເຂົ້າຮ່ວມທັງໝົດ 63 ທ່ານ, ຍິງ 19 ທ່ານ, ພ້ອມນີ້ທ່ານຍັງຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມໃຫ້ຍົກສູງວຽກງານໂຄສະນາປາຖະກະຖາ ໃຫ້ກຳໄດ້ເຖິງບັນດາເນື້ອໃນເອກະສານ ແລະ ນໍາເອົາເນື້ອໃນໄປໝູນໃຊ້ໃນອົງການກົມກອງຂອງຕົນ ແລະ ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ເພື່ອນໍາເອົາໄປປັບປຸງແບບແຜນວິທີການເຮັດວຽກໃຫ້ດີຂຶ້ນເປັນກ້າວໆ ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນເປັນເວລາ 2 ວັນເຄິ່ງ ເຊິ່ງນັກສຳມະນາກອນກໍ່ໄດ້ແລກປ່ຽນບົດຮຽນໃນການປະຕິບັດວຽກງານໂຕຈິງ, ມີການແບ່ງກຸ່ມ, ກຳນົດຫົວຂໍ້ປາຖະກະຖາໃຫ້ແຕ່ລະກຸ່ມ ແລະ ທົດລອງຂຶ້ນປາຖະກະຖາ ຊຶ່ງໄດ້ຮັບຜົນສໍາເລັດຕາມ ຈຸດປະສົງລະດັບຄາດໝາຍທີ່ວາງໄວ້, ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ສໍາເລັດລົງໃນວັນທີ 29 ສິງຫາ 2024 ເວລາ 12:00 ໂມງ ທີ່ສະໂມສອນຫ້ອງວ່າການແຂວງ ດ້ວຍຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

     

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa