ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບ ໃນວັນທີ 20 ມິຖຸນາ 2025 ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງວຽງຄໍາ ແລະ ຫ້ອງການກະ ສິກໍາເມືອງ ລົງເກັບຂໍ້ມູນຄອບຄົວ ທ່ານ ນ ດາວວອນ ແສງສຸລິຈັນ ຕົວແບບການປູກໝາກສີດາ ຢູ່ບ້ານດອນກວດ ເມືອງວຽງຄໍາ ແຂວງວຽງຈັນ, ທ່ານໄດ້ໃຫ້ຮູ້ວ່າ: ກ່ອນໜ້ານີ້ທ່ານໄດ້ເຮັດນາ ແລະ ເຮັດສວນປູກພືດລົ້ມລຸກເປັນອາຊີບ ກໍ່ພໍແຕ່ກຸ້ມຢູ່ກຸ້ມກິນ; ທ້າຍປີ 2019 ທ່ານຈຶ່ງຕັດສິນໃຈເຮັດສວນປູກໝາກສີດາ, ເຊິ່ງເບື້ອງຕົ້ນປູກ 150 ເບ້ຍ ໃນເນື້ອທີ່ 1 ໄລ່, ແນວພັນແມ່ນນໍາເຂົ້າຈາກປະເທດໃກ້ຄຽງ ຊື່ພັນກິມຈູ ໂດຍ ນໍາໃຊ້ທຶນຂອງຕົນເອງ 10,5 ລ້ານກີບ ເພື່ອຊື້ແນວພັນ, ກຽມດິນ, ເຮັດຮົ້ວ ແລະ ວາງລະບົບນໍ້າ; ມີແຮງງານຕົ້ນຕໍ 2 ຄົນ, […]
Category Archives: ບັນດາຂະແໜງການພາຍໃນ ຄອຮ.ຂ
ໃນວັນທີ 12 ມິຖຸນາ 2025 ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ນຳທີມໂດຍ ທ່ານ ນ. ມະນີຈັນ ທຳມະໂຄດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ສົມທົບກັບຄະນະໂຄສະນາອົບຮົມ ເມືອງທຸລະຄົມ ລົງເກັບຂໍ້ມູນຄອບຄົວ ທ່ານ ປັນຈາ ລາດສະວົງ ຊຶ່ງທ່ານແມ່ນໜຶ່ງໃນຄອບຄົວຕົວແບບ ການປູກຖົ່ວລຽນ ບ້ານນາເຜີຍ ເມືອງທຸລະຄົມ ແຂວງວຽງຈັນ ທ່ານໄດ້ໃຫ້ຮູ້ວ່າ: ສວນແຫ່ງນີ້ມີເນື້ອທີ່ທັງໝົດ 25 ເຮັກຕ່າ, ໃນນັ້ນປູກຖົ່ວລຽນ 20 ເຮັກຕ່າ ແລະ 5 ເຮັກຕ່າ ແມ່ນປູກຢາງພາລາ, ແຕ່ກ່ອນທ່ານເຄີຍເຮັດວຽກນຳອົງການຈັດຕັ້ງສາກົນ ແລະ ທ່ານກໍ່ໄດ້ໝູນໃຊ້ເວລາຫວ່າງມາເຮັດສວນ; ເບື້ອງຕົ້ນປີ 2007 ແມ່ນປູກຕົ້ນໄມ້ກິນໝາກຫຼາຍຊະນິດພໍໄດ້ເກັບກິນຕາມລະດູການ ໃນນັ້ນ ໄດ້ປູກຕົ້ນຖົ່ວລຽນ 3 ຕົ້ນ, ໄລຍະ 7 ປີ ຕໍ່ມາ ຕົ້ນໄມ້ກໍ່ໄດ້ໃຫ້ຜົນຜະລິດ ພິເສດກໍ່ແມ່ນຕົ້ນຖົ່ວລຽນ ໄດ້ໃຫ້ຜົນຜະລິດເປັນທີ່ໜ້າພໍໃຈ ເມື່ອເອົາມາກິນກໍ່ເຫັນວ່າແຊບຄືກັບຂອງປະເທດເພື່ອນບ້ານ ທີ່ນຳເຂົ້າມາ, ຕົກມາປີ […]
ໃນຕອນເຊົ້າ ຂອງວັນທີ 29 ເມສາ 2025, ເວລາ 08:00 ໂມງ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ສັງກັດຢູ່ຮາກຖານພັກ ແລະ ໜ່ວຍພັກຮາກຖານອ້ອມຂ້າງແຂວງ ຈຳນວນ 14 ສະຫາຍ, ຍິງ 7 ສະຫາຍ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຢູ່ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ພາຍໃຕ້ການເປັນປະທານແລະ ໃຫ້ກຽດເຜີຍແຜ່ເຊື່ອມຊຸມໂດຍ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ມີມະຫາຊົນຜູ້ກ້າວໜ້າທີ່ມາຈາກ: ໜ່ວຍພັກຮາກຖານແມ່ຍິງແຂວງວຽງຈັນ 02 ສະຫາຍ, ຍິງ 02 ສະຫາຍ, ໜ່ວຍພັກຮາກຖານແນວລາວສ້າງຊາດແຂວງ 02 ສະຫາຍ, ຍິງ 02 ສະຫາຍ, ຮາກຖານພັກ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ 01 ສະຫາຍ, ຍິງ 0 ສະຫາຍ, ຮາກຖານພັກ […]
ໃນວັນທີ 5 ທັນວາ 2024 ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງແກ້ວອຸດົມ ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບ ກ່ຽວກັບການປູກ-ການລ້ຽງ ຢູ່ບ້ານແກ້ວກູ່, ເມືອງແກ້ວອຸດົມ, ແຂວງວຽງຈັນ; ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍໄດ້ລົງເກັບຂໍ້ມູນຄອບຄົວ ທ່ານ ດໍາລົງສັກ ມົງຄົນຄໍາ ຊຶ່ງທ່ານເປັນພະນັກງານຢູ່ຫ້ອງການກະສິກໍາ-ປ່າໄມ້ ເມືອງແກ້ວອຸດົມ, ເປັນຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງ ທ່ານໄດ້ເຮັດອາຊີບເສີມຄື: ການລ້ຽງໝູ, ປູກຢາງພາລາ ແລະ ສ້າງໜອງປາ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ.
ໃນວັນທີ 4 ທັນວາ 2024 ທີມງານຄະນະໂຄສະນາອົມຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງໂພນໂຮງ ລົງເຄື່ອນໄຫວເກັບກໍາຂໍ້ມູນ ຄອບຄົວຕົວແບບກ່ຽວກັບການລ້ຽງງົວ ຢູ່ບ້ານໂພນຫໍ, ເມືອງໂພນໂຮງ, ແຂວງວຽງຈັນ,ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໂດຍໄດ້ລົງເກັບຂໍ້ມູນ ຄອບຄົວທ່ານ ພັນທະບູນ ວົງໄຊ ຊຶ່ງແມ່ນໜຶ່ງໃນຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວ ຂອງປະຊາຊົນ ບ້ານ ໂພນຫໍ, ເມືອງໂພນໂຮງ, ແຂວງວຽງຈັນ.
ໃນຕອນເຊົ້າ ຂອງວັນທີ 19 ທັນວາ 2024 ທີ່ຜ່ານມາ, ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານສະພາບໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ປະຈຳໄຕມາດ IV/2024 ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ (ຜ່ານລະບົບທາງໄກ) ໂດຍການເປັນປະທານ ຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ນໍາພາເຂົ້າຮ່ວມໂດຍ ທ່ານ ນ. ມະນີຈັນ ທໍາມະໂຄດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານ ເຂົ້າຮ່ວມທັງໝົດ 9 ທ່ານ, ຍິງ 7 ທ່ານ.
ໃນຕອນເຊົ້າຂອງວັນທີ 28 ພະຈິກ 2024 ເວລາ 8:30 ໂມງ ແລະ ດໍາເນີນໄປເປັນເວລາ 1 ຕອນ ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ, ຄະນະໂຄສະນາອົບຮົມແຂວງ ໄປສົມທົບກັບຫ້ອງວ່າການແຂວງ, ຈັດພິທີ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ໃຫ້ກຽດເປັນປະທານ ແລະ ຂື້ນປາຖະກະຖາ ໂດຍ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີບັນດາທ່ານ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານຫຼັກແຫຼ່ງ ຂອງບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ພ້ອມດ້ວຍນັກຮຽນ-ນັກສຶກສາ […]
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມວິທີການຂຽນຂ່າວ, ບົດຄວາມ ລົງເຜິຍແຜ່ໃນສື່ເອເລັກໂຕຼນິກ ຮ່ວມກັບຄະນະໂຄສະນາອົບຮົມທົ່ວປະເທດ ຈັດຂຶ້ນໂດຍ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 4-7 ພະຈິກ 2024 ຜ່ານລະບົບກອງປະຊຸມທາງໄກ
ໃນວັນທີ 24 ກັນຍາ 2024 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເຊື່ອມຊຶມເອກະສານທີ່ສຳຄັນ, ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ, ພາຍໃຕ້ການເປັນປະທານ ຂອງທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍພັກ, ຄະນະນໍາ ພ້ອມດ້ວຍພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 12 ທ່ານ. ກອງປະຊຸມຄັ້ງນີ້ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານທີ່ສຳຄັນຂອງຂັ້ນເທິງ ເປັນຕົ້ນແມ່ນ: ດໍາລັດ ເລກທີ 300/ລບ, ລົງວັນທີ 13 ກຸມພາ 2027 ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະເໜີໂດຍ ທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ;
ໃນຕອນເຊົ້າ ຂອງວັນທີ 13 ກັນຍາ 2024, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2024, ຂຶ້ນຢູ່ທີ່ສະໂມສອນ ວິທະຍາໄລເຕັກນິກແຂວງວຽງຈັນ ພາຍໃຕ້ການເປັນປະທານ ແລະ ບັນຍາຍເອກະສານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມີຄະນະຮັບຜິດຊອບ ຄະນະໂຄສະນາອົບຮົມແຂວງ (ຂະແໜງອົບຮົມ) ແລະ ມະຫາຊົນຜູ້ກ້າວໜ້າ ຈາກ 11 ພາກສ່ວນ ຈໍານວນ 38 ສະຫາຍ, ຍິງ 11 ສະຫາຍ ຄື: ໜ່ວຍພັກ ສະຫະພັນກຳມະບານແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງ, ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ, ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ໜ່ວຍພັກ ທະນາຄານການຄ້າ, ໜ່ວຍພັກ […]
- 1
- 2