ຄະໂຄສະນາອົມຮັມແຂວງ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

ໃນຕອນເຊົ້າ ຂອງວັນທີ 29 ເມສາ 2025, ເວລາ 08:00 ໂມງ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ສັງກັດຢູ່ຮາກຖານພັກ ແລະ ໜ່ວຍພັກຮາກຖານອ້ອມຂ້າງແຂວງ ຈຳນວນ 14 ສະຫາຍ, ຍິງ 7 ສະຫາຍ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຢູ່ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ພາຍໃຕ້ການເປັນປະທານແລະ ໃຫ້ກຽດເຜີຍແຜ່ເຊື່ອມຊຸມໂດຍ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ມີມະຫາຊົນຜູ້ກ້າວໜ້າທີ່ມາຈາກ: ໜ່ວຍພັກຮາກຖານແມ່ຍິງແຂວງວຽງຈັນ 02 ສະຫາຍ, ຍິງ 02 ສະຫາຍ, ໜ່ວຍພັກຮາກຖານແນວລາວສ້າງຊາດແຂວງ 02 ສະຫາຍ, ຍິງ 02 ສະຫາຍ, ຮາກຖານພັກ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ 01 ສະຫາຍ, ຍິງ 0 ສະຫາຍ, ຮາກຖານພັກ ຫ້ອງວ່າການ ແຂວງ 01 ສະຫາຍ, ຍິງ 0 ສະຫາຍ, ຮາກຖານພັກ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ 03 ສະຫາຍ, ຍິງ 01 ສະຫາຍ, ຮາກຖານພັກ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ 05 ສະຫາຍ, ຍິງ 02 ສະຫາຍ.

ພິທີ ໄດ້ດໍາເນີນໄປດ້ວຍບັນຍາກາດອັນມີເນື້ອໃນ ແລະ ມີຄວາມໝາຍຄວາມສໍາຄັນ ເຊິ່ງເອກະສານທີ່ນໍາມາຮຽນໃນຄັ້ງນີ້ ປະກອບມີ 13 ຄໍາຖາມ-13 ຄໍາຕອບ ໂດຍປະຕິບັດຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໂດຍແນ່ໃສ່ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.

ພາຍຫຼັງສໍາເລັດການຮໍ່າຮຽນແລ້ວ ສະຫາຍ ນາງ ຮັ່ງລີ ແກ້ວວິໄລສັກ, ຄະນະໜ່ວຍພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ກໍ່ໄດ້ມອບໃບຢັ້ງຢືນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນໃນຄັ້ງນີ້, ຕອນທ້າຍສະຫາຍໄດ້ໂອ້ລົມຕໍ່ມະຫາຊົນຜູ້ກ້າວໜ້າ ທີ່ຮຽນສະໜັບສະໜູນແລ້ວໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ພ້ອມກັນນັ້ນ ກໍ່ໃຫ້ຢຶດໝັ້ນປະຕິບັດບັນດາສິດໜ້າທີ່ ຂໍ້ຫ້າມຕ່າງໆ ຂອງສະມາຊິກພັກ ເພື່ອໃຫ້ຕົນເອງ ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງໜັກແໜ້ນ ເປັນທີ່ໄວ້ວາງໃຈ ຈາກມະຫາຊົນ ແລະ ຄະນະພັກຂັ້ນເທິງ, ພິທີດັ່ງກ່າວໄດ້ປິດລົງໃນເວລາ 11: 30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa