ໃນວັນທີ 10-11 ກັນຍາ 2025 ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນໄດ້ລົງຕິດຕາມ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະຢູ່ 2 ເມືອງຄື: ເມືອງເຟືອງ ແລະ ທຸລະຄົມ ນໍາພາໂດຍທ່ານ ຂັນໄຊ ຫຼວງຜ່ານ ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນ.
ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 244/ຄອຮ ຂຈ, ລົງ
ວັນທີ 05 ກັນຍາ 2025 ແລະ ຂໍ້ຕົກລົງຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 245/ຄອຮ ຂຈ, ລົງວັນທີ 05 ກັນຍາ 2025 ເຊິ່ງແບ່ງອອກເປັນ 2 ຈຸໃນການແບ່ງຄວາມຮັບຜິດຊອບລົງຊຸກຍູ້ວຽກງານວິຊາສະເພາະຢູ່ບັນດາເມືອງ ແລະ ໄດ້ນຳເອົາເອກະສານທີ່ກ່ຽວຂ້ອງນຳລົງໄປເຜີຍແຜ່ຊຸກຍູ້ຄື:
- ບົດແນະນຳວ່າດ້ວຍ ດ້ານສ້າງຈິດໃຈເອກະລາດ ເປັນເຈົ້າຕົນເອງ ວຽກງານໂຄສະນາອົບຮົມໃນໄລຍະໃໝ່.
2.ມະຕິຕົກລົງຂອງຄະນະປະຈຳພັກແຂວງວຽງຈັນ ສະບັບເລກທີ 059/ຄປພ ວຈ, ລົງວັນທີ 1 ມີນາ 2025 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ແລະ ທິດທາງໃນຕໍ່ໜ້າຄື: ປັບປຸງພາລະບົດບາດ, ການເຄື່ອນໄຫວ ແລະ ການຈັດຕັ້ງຂອງບາງຂະແໜງການ.
- ເອກະສານທີ່ກ່ຽວຂ້ອງໃນການໂຮມວຽກສື່ມວນຊົນ( ວຽກຖະແຫຼ່ງຂ່າວ ) ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ, ເມືອງ.
- ແຈ້ງການແນະນຳ ສະບັບເລກທີ 186/ຄອຮ ວຈ, ລົງວັນທີ 28 ກໍລະກົດ 2025 ເລື່ອງ ການເຜີຍແຜ່ ແລະ ຄຸ້ມຄອງການນຳໃຊ້ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງ.
5.ເອກະສານ, ນິຕິກຳຂອງຄະນະໂຄສະນາອົບຮົມແຂວງອີກຈຳນວນໜຶ່ງ.
ຈຸດປະສົງໃນການລົງຕິດຕາມ, ຊຸກຍູ້ກໍເພື່ອນຳພາ-ຊີ້ນຳວຽກງານວິຊາສະເພາະໃຫ້ແກ່ພະນັກງານຄະນະໂຄ ສະນາອົບຮົມເມືອງເຄ່ືອນໄຫວເຮັດໜ້າທີ່ຕາມພາລະບົດບາດ, ສິດ-ໜ້າທີ່ ໃຫ້ສູງຂຶ້ນເລື້ອຍໆ ແລະ ເພື່ອເປັນການສ້າງທັດສະນະ ແລະ ຄວາມຮັບຮູ້ໃໝ່ ກ່ຽວກັບທິດສະດີ, ແນວທາງ, ແນໃສ່ສ້າງຄວາມເປັນເອກະພາບ, ຄວາມເປັນເຈົ້າການນຳພາຈັດຕັ້ງປະຕິບັດວຽກງານທີ່ໄດ້ມອບໝາຍ ໃຫ້ປະກົດຜົນເປັນຈິງ ແລະ ມີຄຸນນະພາບ. ການລົງຊຸກຍູ້ວຽກງານວິຊາສະເພາະຂອງຄະນະໂຄສະນາອົບຮົມແຂວງໃນຄັ້ງນີ້ ມີຄວາມໝາຍ ຄວາມສຳຄັນຫຼາຍ ແລະ ເປັນຂີດໝາຍທີ່ດີໃຫ້ແກ່ພະນັກງານ-ລັດຖະກອນໃນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ເປັນການຊຸກຍູ້ສົງເສີມ, ຜັນຂະຫຍາຍພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໃຫ້ມີການເຊື່ອມຈອດ ແລະ ມີການປະສົນສົມທົບ ແລະ ມີລັກສະນະກົມກຽວກັນ ເຫັນດີໃຫ້ມີການລົງຊຸກຍູ້ວຽກງານວິຊາສະເພາະຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງໃນຄັ້ງຕໍ່ໆໄປ.