ຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເກັບກໍາຂໍ້ມູນຄອບຄົວຕົວແບບຢູ່ ບ້ານດອນກວດ ເມືອງວຽງຄໍາ ແຂວງວຽງຈັນ

 

ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບ ໃນວັນທີ 20 ມິຖຸນາ 2025 ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງວຽງຄໍາ ແລະ ຫ້ອງການກະ ສິກໍາເມືອງ ລົງເກັບຂໍ້ມູນຄອບຄົວ ທ່ານ ນ ດາວວອນ ແສງສຸລິຈັນ ຕົວແບບການປູກໝາກສີດາ ຢູ່ບ້ານດອນກວດ ເມືອງວຽງຄໍາ ແຂວງວຽງຈັນ, ທ່ານໄດ້ໃຫ້ຮູ້ວ່າ: ກ່ອນໜ້ານີ້ທ່ານໄດ້ເຮັດນາ ແລະ ເຮັດສວນປູກພືດລົ້ມລຸກເປັນອາຊີບ ກໍ່ພໍແຕ່ກຸ້ມຢູ່ກຸ້ມກິນ; ທ້າຍປີ 2019 ທ່ານຈຶ່ງຕັດສິນໃຈເຮັດສວນປູກໝາກສີດາ,  ເຊິ່ງເບື້ອງຕົ້ນປູກ 150 ເບ້ຍ ໃນເນື້ອທີ່ 1 ໄລ່, ແນວພັນແມ່ນນໍາເຂົ້າຈາກປະເທດໃກ້ຄຽງ ຊື່ພັນກິມຈູ ໂດຍ ນໍາໃຊ້ທຶນຂອງຕົນເອງ 10,5 ລ້ານກີບ ເພື່ອຊື້ແນວພັນ, ກຽມດິນ, ເຮັດຮົ້ວ ແລະ ວາງລະບົບນໍ້າ; ມີແຮງງານຕົ້ນຕໍ 2 ຄົນ, ແຮງງານສໍາຮອງ 3 ຄົນ; ເບື້ອງຕົ້ນວິທີການປູກໝາກສີດາ ທ່ານໄດ້ສຶກສາຄວາມຮູ້ກ່ຽວກັບເຕັກນິກການປູກທາງອິນເຕີເນັດ ແລະ ນໍາຜູ້ທີ່ມີປະສົບການມາກ່ອນ ພ້ອມທັງທ່ານໄດ້ເຂົ້າຮ່ວມຝຶກອົບ ຮົມເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້, ການເຮັດນໍ້າຊີວະພາບ ແລະ ສະໝູນໄພ, ການຫຸ້ມຫໍ ແລະ ອື່ນໆ.

ຕໍ່ມາເຫັນວ່າການປູກໝາກສີດາໄດ້ຮັບຜົນດີສາມາດຂາຍເປັນສິນຄ້າສ້າງລາຍຮັບໃຫ້ຄອບຄົວຫຼາຍພໍສົມຄວນ, ປີ 2021 ໄດ້ຂະຫຍາຍເນື້ອທີ່ດິນຕື່ມອີກ 3 ໄລ່ ປູກຈໍານວນ 500 ເບ້ຍ ເຊິ່ງໄດ້ລົງທຶນຕື່ມອີກ 50 ລ້ານກີບ; ໃນປີ 2021 ສາມາດເກັບໝາກສີດາທີ່ປູກກ່ອນໜ້ານີ້ຂາຍໄດ້ 30 ລ້ານກີບ; ປີ 2022 ເກັບໝາກສີດາຂາຍໄດ້ 125 ລ້ານກີບ; ປີ 2023 ເກັບຂາຍໄດ້ 195 ລ້ານກີບ; ປີ 2024 ເກັບໝາກສີດາຂາຍໄດ້ 210 ລ້ານກີບ; ນອກຈາກການປູກໝາກສີດາແລ້ວ ທ່ານຍັງໄດ້ປູກໝາກກ້ຽງ, ລ້ຽງງົວ, ລ້ຽງໝູ ແລະ ເຮັດນານໍາອີກ.

ທ່ານ ນ ດາວວອນ ແສງສຸລິຈັນ ເຫັນວ່າ ການເຮັດສວນປູກໝາກສີດາມີຜົນໄດ້ຮັບທີ່ດີຫຼາຍ ສາມາດເຮັດໃຫ້ຄອບຄົວໄດ້ຮັບການພັດທະນາຫຼາຍດ້ານ ປັດຈຸບັນຄອບຄົວຂອງທ່ານ ມີເຮືອນ 1 ຫຼັງ, ມີດິນທໍາການຜະລິດເປັນຂອງຕົນເອງຈໍານວນໜຶ່ງ, ມີລົດໃຫຍ່ 1 ຄັນ ສາມາດສົ່ງລູກຮຽນຈົບປະລິນ ຍາຕີສໍາເລັດ ພ້ອມທັງໄດ້ຮັບໃບຢັ້ງຢືນຄອບຄົວຕົວແບບ ດ້ານການປູກໝາກສີດາຈາກທ່ານເຈົ້າເມືອງວຽງຄໍາ ໃນປີ 2023 ແລະ 2024.

ແຮງຈູງໃຈທີ່ທ່ານເລືອກໃນອາຊີບນີ້ ກໍ່ຍ້ອນວ່າ: ໝາກສີດາເປັນພືດທີ່ປູກແລ້ວໄດ້ເກັບກິນໄວ, ປູກໜຶ່ງປີກໍ່ເກັບຜົນຜະລິດຂາຍໄດ້ແລ້ວ ບວກກັບຫ້ອງການກະສິກໍາເມືອງ ກໍ່ໄດ້ຊຸກຍູ້ ແລະ ອໍານວຍຄວາມສະດວກ ຊ່ວຍໃຫ້ການແນະນໍາທາງດ້ານວິຊາການ ດັ່ງນັ້ນ ຈຶ່ງເຮັດໃຫ້ທ່ານມີບົດຮຽນ ແລະ ປະສົບການ ເພື່ອນໍາມາໝູນໃຊ້ໃນການປູກໝາກສີດາ ຈົນໄດ້ຮັບຜົນສໍາເລັດ.

ທ່ານ ນ ດາວວອນ ແສງສຸລິຈັນ ກໍ່ແມ່ນຜູ້ໜຶ່ງ ທີ່ໄດ້ເຂົ້າຮ່ວມເປັນສະມາຊິກໂຄງການສົ່ງເສີມກະສິກໍາຍືນຍົງ ແລະ ພັດທະນາຊີວິດການເປັນຢູ່ເຂດຊົນນະບົດ(ໂຄງການຊາລີ), ໂຄງການລ້ຽງສັດໃຫຍ່ແບບບໍ່ປ່ອຍ; ແຜນໃນຕໍ່ໜ້າທ່ານຈະຂະຫຍາຍເນື້ອທີ່ປູກໝາກສີດາຕື່ມອີກ ເພື່ອໃຫ້ມີລາຍຮັບສູງຂຶ້ນກວ່າເກົ່າ ພ້ອມທັງຈະປັບປຸງເຕັກນິກການບົວລະບັດຮັກສາ ເພື່ອເພີ່ມຜົນຜະລິດໃຫ້ໄດ້ຫຼາຍຂຶ້ນກວ່າເກົ່າ ແລະ ທ່ານຍັງເຊີນຊວນ ໃຫ້ພໍ່ແມ່ປະຊາຊົນ ຫຼື ຊາວກະສິກອນ ຜູ້ທີ່ມີຄວາມສົນໃຈຢາກປູກໝາກສີດາ ທ່ານກໍ່ຍິນດີໃຫ້ຄໍາປຶກສາ ແລະ ຖອດຖອນບົດຮຽນໃຫ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa