ໃນວັນທີ 5 ທັນວາ 2024 ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງແກ້ວອຸດົມ ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບ ກ່ຽວກັບການປູກ-ການລ້ຽງ ຢູ່ບ້ານແກ້ວກູ່, ເມືອງແກ້ວອຸດົມ, ແຂວງວຽງຈັນ; ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍໄດ້ລົງເກັບຂໍ້ມູນຄອບຄົວ ທ່ານ ດໍາລົງສັກ ມົງຄົນຄໍາ ຊຶ່ງທ່ານເປັນພະນັກງານຢູ່ຫ້ອງການກະສິກໍາ-ປ່າໄມ້ ເມືອງແກ້ວອຸດົມ, ເປັນຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງ ທ່ານໄດ້ເຮັດອາຊີບເສີມຄື: ການລ້ຽງໝູ, ປູກຢາງພາລາ ແລະ ສ້າງໜອງປາ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ.
ທ່ານ ດໍາລົງສັກ ມົງຄົນຄໍາ ໄດ້ໃຫ້ຮູ້ວ່າ ໃນປີ 2010 ໄດ້ປູກຢາງພາລາ 800 ຕົ້ນ, ປີ 2016 ສ້າງໜອງປາ ມາຮອດປີ 2019 ກໍ່ໄດ້ສ້າງຟາມໝູຈໍານວນ 2 ຟາມ ໃນເນື້ອທີ່ 2 ເຮັກຕາ; ໃນການເຮັດຟາມໝູ ແມ່ນໄດ້ເຊັນສັນຍາຮ່ວມກັບບໍລິສັດເບທາໂກ, ໃນສັນຍາແມ່ນທ່ານໄດ້ເປັນຜູ້ລ້ຽງ ແລະ ສ້າງໂຮງເຮືອນໃຫ້ໝູ ສ່ວນບໍລິສັດ ແມ່ນສະໜອງໝູນ້ອຍ ແລະ ຫົວອາຫານ ພ້ອມທັງຕະຫຼາດຈໍາໜ່າຍ ປັດຈຸບັນມີໝູຢູ່ 1.400 ໂຕ; ເບື້ອງຕົ້ນແມ່ນລົງທຶນ 1.400 ລ້ານກີບ ໃນນັ້ນເປັນທຶນຕົນເອງ 30% ແລະ ທຶນກູ້ຢືມຈາກທະນາຄານ 70% ໄດ້ແບ່ງເປັນສ່ວນ ເພື່ອປູກຢ່າງພາລາ, ເຮັດໜອງປາ ແລະ ໂຮງເຮືອນໃຫ້ໝູ, ໝູທີ່ນໍາມາລ້ຽງແມ່ນແນວພັນ 2 ສາຍເລືອດ, ການບໍາລຸງຮັກສາແມ່ນທ່ານໄດ້ເອົາໃຈໃສ່ໃນການປ້ອງກັນພະຍາດ, ອະນາໄມລ້າງຄອກໃຫ້ສະອາດຢູ່ເລື້ອຍໆ ການເຂົ້າອອກຂອງຄົນທົ່ວໄປ ຕ້ອງໄດ້ຂ້າເຊື້ອ ເພື່ອບໍ່ໃຫ້ນໍາເຊື້ອພະຍາດເຂົ້າສູ່ໝູ; ເວລາມີໝູເຈັບເປັນຕ້ອງໄດ້ສັກຢາປິ່ນປົວໃຫ້ທັນການ, ນັບແຕ່ອະນຸບານຈົນຮອດມື້ຂາຍ ແມ່ນໃຊ້ເວລາ 4 ເດືອນເຄິ່ງ, ສະເລ່ຍໝູ່ໜຶ່ງໂຕຈະກິນອາຫານປະມານ 7 ເປົາຕໍ່ 4 ເດືອນເຄິ່ງ ຈະໄດ້ນໍ້າໜັກປະມານ 120 ກິໂລກຼາມຂຶ້ນໄປ; ແຮງງານຫຼັກແມ່ນທ່ານໄດ້ຈ້າງກໍາມະກອນປະຈໍາ ໂດຍໃຫ້ຄ່າແຮງງານເປັນງວດ, ໜຶ່ງປີຈະຂາຍໝູສອງງວດປະມານ 400-500 ລ້ານກີບຕໍ່ປີ; ຂາຍຢາງພາລາໄດ້ 80-90 ລ້ານກີບຕໍ່ປີ ແລະ ຂາຍປາໄດ້ 20-30 ລ້ານກີບຕໍ່ປີ ລວມລາຍຮັບທັງໝົດ 620 ລ້ານກີບຕໍ່ປີ ລົບລາຍຈ່າຍທັງໝົດ 150 ລ້ານກີບຕໍ່ປີ ຈະເຫຼືອລາຍຮັບປະມານ 470 ລ້ານກີບຕໍ່ປີ; ສົມທຽບປັດຈຸບັນກັບເມື່ອກ່ອນ ແມ່ນມີອັນປ່ຽນແປງຫຼາຍຢ່າງ ຈາກລາຍຮັບໃນໄລຍະຜ່ານມາປັດຈຸບັນແມ່ນສາມາດຊື້ລົດ ແລະ ຊື້ດິນໄວ້ປຸກເຮືອນ ພ້ອມທັງມີທຶນສົ່ງລູກຮຽນໄດ້ຕາມຈຸດປະສົງ.
ແຮງຈູງໃຈທີ່ເຮັດໃຫ້ ທ່ານ ດໍາລົງສັກ ມົງຄົນຄໍາ ເລືອກໃນອາຊີບນີ້ກໍ່ຍ້ອນວ່າ ໂຕທ່ານເອງ ໄດ້ມີບົດຮຽນ ແລະ ປະສົບການໃນການປະຕິບັດຕົວຈິງຢູ່ທີ່ສູນຮ່ວມມືວຽງຈັນຮາຍເຍືອງ ບວກກັບຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງໄດ້ຊຸກຍູ້ ແລະ ອໍານວຍຄວາມສະດວກ ຊ່ວຍໃຫ້ການແນະນໍາທາງດ້ານວິຊາການ ດັ່ງນັ້ນຈຶ່ງຕັດສິນໃຈລົງມືເຮັດການປູກ-ການລ້ຽງນີ້ຈົນໄດ້ຮັບຜົນສໍາເລັດ ທ່ານຍັງໃຫ້ຮູ້ອີກວ່າໃນຕໍ່ໜ້າຈະປັບປຸງໜອງປາ ແລະ ຟາມໝູ ໃຫ້ສົມບູນແບບ ແລະ ທັນສະໄໝຂຶ້ນ ຜ່ານມາແມ່ນໃຊ້ແຮງງານຄົນໃນການຍົກອາຫານໄປເກືອໝູ ແຕ່ປັດຈຸບັນນີ້ ແມ່ນໃຊ້ໄຊໂລ ເປັນການຫຼຸດຜ່ອນແຮງງານສະດວກສະບາຍຕື່ມອີກ
ທ່ານ ດໍາລົງສັກ ມົງຄົນຄໍາ ຍັງເຊີນຊວນພໍ່ແມ່ປະຊາຊົນ ແລະ ໝູ່ເພື່ອນ ມາເຮັດກ່ຽວກັບການປູກ-ການລ້ຽງນີ້ ເພາະທ່ານເຫັນວ່າຜົນໄດ້ຮັບກໍ່ເປັນໜ້າເພິ່ງພໍໃຈຫຼາຍ, ຖ້າຫາກທ່ານໃດສົນໃຈຢາກມາແລກປ່ຽນບົດຮຽນ, ຄວາມຮູ້ປະສົບການທາງດ້ານການປູກ-ການລ້ຽງ ທ່ານກໍ່ຍິນດີໃຫ້ຄໍາປຶກສາ ແລະ ໃຫ້ບົດຮຽນ.