ພິທີໄດ້ຈັດຂຶ້ນໃນວັນທີ 21 ພະຈິກ 2024 ທີ່ສະໂມສອນຫ້ອງວ່າການແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ທອງສະຫວັນ ວົງສໍາພັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກພັກ-ພະນັກງານ ແຂວງວຽງຈັນ, ມີບັນດາພະແນກການ, ພະນັກງານທີ່ຖືກຍົກຍ້າຍ ພ້ອມດ້ວຍຄະນະພັກ-ຄະນະນຳ ເມືອງແກ້ວອຸດົມ ເຂົ້າຮ່ວມ.
Category Archives: ຂ່າວສານພາຍໃນແຂວງ
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 13 ສະໄໝທີ VI ໄດ້ດຳເນີນເປັນເວລາ 1 ວັນເຄິ່ງ (14 – 15 ພະຈິກ 2024) ພາຍໃຕ້ການນຳພາດຳເນີນກອງປະຊຸມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງວຽງຈັນ; ຜ່ານການສະຫຼຸບລາຍງານ, ການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຂອງບັນດາສະຫາຍຄະນະບໍລິຫານງານພັກແຂວງ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຢັ້ງຢືນເຖິງຜົນສຳເລັດແຫ່ງການນຳພາ-ຊີ້ນຳ ວຽກງານຮອບດ້ານຂອງແຂວງ ໃນ 9 ເດືອນ 2024 ຜ່ານມາ ຊຶ່ງສະແດງອອກ:
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 13 ສະໄໝທີ VI ໄດ້ໄຂຂຶ້ນໃນວັນທີ 14 ພະຈິກ 2024, ຢູ່ທີ່ສະໂມສອນຫ້ອງວ່າການແຂວງ, ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ມີບັນດາສະຫາຍຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກ 2 ກອງບັນຊາການ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ເຂົ້າຮ່ວມທັງໝົດ 61 ສະຫາຍ, ຍິງ 7 ສະຫາຍ.
ໃນວັນທີ 1 ຕຸລາ 2024, ເວລາ 8:00 ໂມງ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະກວດກາພັກແຂວງ, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ; ພ້ອມດ້ວຍ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີແຂກຖືກເຊີນ ຕາງໜ້າໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 1 ຕຸລາ 2024, ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະກວດກາພັກແຂວງ, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ການເຂົ້າຮ່ວມ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າຄະນະຈັດຕັ້ງແຂວງ, ຕາງໜ້າພະແນກພາຍໃນແຂວງ, ແຂກຖືກເຊີນຈາກພະແນກການອ້ອມຂ້າງ ແລະ ສະມາຊິກພັກ, ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນເຊົ້າ ວັນທີ 26 ກັນຍາ 2024, ເວລາ 8:30 ໂມງ ໄດ້ຈັດກອງປະຊຸມຂຶ້ນທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງວຽງຈັນ; ການເຂົ້າຮ່ວມຂອງ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ; ມີບັນດາສະຫາຍ ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນຄະນະກວດກາພັກແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 45 ສະຫາຍ, ຍິງ 20 ສະຫາຍ.
ໃນຕອນເຊົ້າ ຂອງວັນທີ 13 ກັນຍາ 2024, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2024, ຂຶ້ນຢູ່ທີ່ສະໂມສອນ ວິທະຍາໄລເຕັກນິກແຂວງວຽງຈັນ ພາຍໃຕ້ການເປັນປະທານ ແລະ ບັນຍາຍເອກະສານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມີຄະນະຮັບຜິດຊອບ ຄະນະໂຄສະນາອົບຮົມແຂວງ (ຂະແໜງອົບຮົມ) ແລະ ມະຫາຊົນຜູ້ກ້າວໜ້າ ຈາກ 11 ພາກສ່ວນ ຈໍານວນ 38 ສະຫາຍ, ຍິງ 11 ສະຫາຍ ຄື: ໜ່ວຍພັກ ສະຫະພັນກຳມະບານແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງ, ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ, ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ໜ່ວຍພັກ ທະນາຄານການຄ້າ, ໜ່ວຍພັກ […]
ໃນຕອນເຊົ້າຂອງວັນທີ 27 ສິງຫາ 2024 ເວລາ 8:00 ໂມງ ຢູ່ທີ່ສະໂມສອນຫ້ອງວ່າການແຂວງ ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແຂວງວຽງຈັນ ປະຈຳປີ 2024 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ສະຫາຍ ອານົງສັກ ອິນທະວົງ ກຳມະການພັກ, ຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ, ມີ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ ແລະ ຫົວໜ້າ-ຮອງຫົວໜ້າ ຄະນະໂຄສະນາອົບຮົມ 11 ເມືອງ ພ້ອມດ້ວຍພະນັກ ງານພາຍໃນຄະນະໂຄສະນາອົບແຂວງ ເຂົ້າຮ່ວມທັງໝົດ 63 ທ່ານ, ຍິງ 19 ທ່ານ.
ໃນວັນທີ 1 ກໍລະກົດ 2024 ຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ລົງຕິດຕາມຊຸກຍູ້ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເພື່ອດໍາເນີນກອງປະຊຸມທາບທາມ ຮ່າງລາຍງານການເມືອງ, ບົດສໍາຫຼວດນໍາພາຊີ້ນໍາລວມຂອງໜ່ວຍພັກ, ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ແລະ ທາບທາມບຸກຄະລາກອນທີ່ອອກຮັບສະໝັກເລືອກຕັ້ງ ຄະນະພັກຊຸດໃໝ່ ຄັ້ງທີ VIII ຮອບທີ I ຢູ່ທີ່ຫ້ອງປະຊຸມກວດກາພັກແຂວງ
ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2024 ເວລາ 8:30 ໂມງ ທີ່ຫ້ອງປະຊຸມໃ ຫຍ່ຫ້ອງວ່າການແຂວງ, ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ, ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ ແລະ ຂອງສາກົນ ຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ, ວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ, ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາໂດຍ ທ່ານ ທອງສະຫວັນ ວົງສໍາພັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ-ລັດຖະກອນ, ມີບັນດາທ່ານ ກຳມະການພັກແຂວງ, ນາຍ ແລະ ພົນທະ ຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງ ຂອງບັນດາພະແນກການ, […]