Category Archives: ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ

ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ລົງຊຸກຍູ້ວຽກງານວິຊາສະເພາະ ຢູ່ຄະນະໂຄສະນາອົບຮົມເມືອງໂພນໂຮງ.

ໃນວັນທີ 11 ກັນຍາ 2025 ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ຂອງຄະນະໂຄສະນາອົບຮົມແຂວງ 3 ທ່ານ ໄດ້ລົງຊຸກຍູ້ຕິດຕາມການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງໂພນໂຮງ; ໃນໂອກາດທີ່ສຳຄັນນີ້ໄດ້ຮັບກຽດຕ້ອນຮັບຈາກການນຳຂອງເມືອງ ຄື: ທ່ານ ກົງເພັດ ສໍປະດິດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂພນໂຮງ ທີ່ໄດ້ຕ້ອນຮັບ ແລະ ລາຍງານສະພາບວຽກງານການເມືອງ-ແນວຄິດ ໂດຍລວມຂອງເມືອງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຮັບຮູ້ຢ່າງຈະແຈ້ງ; ຫຼັງຈາກນັ້ນ ຄະນະຮັບຜິດຊອບຂອງແຂວງ ຈຶ່ງໄດ້ເຂົ້າຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງໂພນໂຮງ ຊຶ່ງປະກອບມີ ທ່ານ ນາງ ແສງວອນ ສີປະເສີດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງໂພນໂຮງ ເຂົ້າຮ່ວມ 2 ທ່ານ.

ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ລົງຊຸກຍູ້ວຽກງານວິຊາສະເພາະ ຢູ່ຄະນະໂຄສະນາອົບຮົມເມືອງວັງວຽງ.

ໃນວັນທີ 10 ກັນຍາ 2025 ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ຂອງຄະນະໂຄສະນາອົບຮົມແຂວງ 3 ທ່ານ ໄດ້ລົງຊຸກຍູ້ຕິດຕາມການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງວັງວຽງ; ໃນໂອກາດທີ່ສຳຄັນນີ້ໄດ້ຮັບກຽດຕ້ອນຮັບຈາກການນຳຂອງເມືອງ ຄື: ທ່ານ ບຸນສີ ລັດດາວົງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງວັງວຽງ ທີ່ໄດ້ຕ້ອນຮັບ ແລະ ລາຍງານສະພາບວຽກງານການເມືອງ-ແນວຄິດ ໂດຍລວມຂອງເມືອງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຮັບຮູ້ຢ່າງຈະແຈ້ງ; ຫຼັງຈາກນັ້ນ ຄະນະຮັບຜິດຊອບຂອງແຂວງ ຈຶ່ງໄດ້ເຂົ້າຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງວັງວຽງ ຊຶ່ງປະກອບມີ ທ່ານ ອຳພອນ ອຸໄທທິດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງວັງວຽງ ເຂົ້າຮ່ວມທັງໝົດ 7 ທ່ານ.

ຄະນະໂຄສະນາອົບຮົມແຂວງວຽງຈັນໄດ້ລົງຕິດຕາມ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະຢູ່ ເມືອງເຟືອງ ແລະ ທຸລະຄົມ ແຂວງວຽງຈັນ

ໃນ​ວັນ​ທີ 10-11 ກັນ​ຍາ 2025 ​ຄະ​ນ​ະພັກ,  ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນໄດ້​ລົງຕິດ​ຕາມ, ​​ຊຸກ​ຍູ້​ການເຄື່ອນ​ໄຫວວຽກ​​ງານວິ​ຊາ​ສະ​ເພາະ​ຢູ່ 2 ເມືອງ​ຄື: ເມືອງ​ເຟືອງ ແລະ ທຸ​ລະ​ຄົມ ນໍາພາໂດຍທ່ານ ຂັນ​ໄຊ ຫຼວງ​ຜ່ານ ຄະ​ນະ​ພັກ, ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນ. ໂດຍ​ປະ​ຕິ​ບັດ​ຕາມ​ແຜນ​ການ​ເຄື່ອນ​ໄຫວຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງສະ​ບັບ​ເລກ​ທີ 244/ຄອ​ຮ ຂ​ຈ, ລົງ ​ວັນ​ທີ 05 ກັນ​ຍາ 2025  ແລະ  ​ຂໍ້​ຕົກ​ລົງ​ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງສະ​ບັບ​ເລກ​ທີ 245/ຄອ​ຮ ຂ​ຈ, ລົງ​ວັນ​ທີ 05 ກັນ​ຍາ 2025 ​ເຊິ່ງ​ແບ່ງ​ອອກ​ເປັນ 2 ຈຸໃນ​ການ​ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ລົງ​ຊຸກ​ຍູ້ວຽກ​ງານ​ວິ​ຊາ​ສະ​ເພາະ​ຢູ່​ບັນ​ດາ​ເມືອງ ແລະ ໄດ້​ນຳ​ເອົ​າເອ​ກະ​ສານ​ທີ່​​ກ່ຽວ​ຂ້ອງນຳລົງ​ໄປ​ເຜີຍ​ແຜ່​ຊຸກ​ຍູ້​ຄື:

ພິທີປະກາດໂອນວຽກງານສື່ມວນຊົນ (ຖະແຫຼງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງວຽງຈັນ

ວັນ​ທີ 29 ສິງ​ຫາ 2025 ແຂວ​ວຽງ​ຈັນ ໄດ້​ຈັດ​ພິ​ທີ​ປະ​ກາດ​ການ​ຈັດ​ຕັ້ງ ແລະ ໂອນ​ວຽກງານສື່ມວນ​ຊົນ (​ຖະ​ແຫຼງ​ຂ່າວ) ມາ​ຂຶ້ນ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຢ່າງ​ເປັນ​ທາງ​ການ ພາຍໃຕ້ການເປັນປະທານ​ຂອ​ງ​ທ່ານ ຄຳ​ພັນ ສິດ​ທິ​ດຳ​ພ​າ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ພັກ​ແຂວງ ເຈົ້າ​ແຂວງວຽງ​ຈັນ ແລະ ການເຂົ້າຮ່ວມຂອງທ່ານ ນາງ ພວງ​ມະ​ລີ ອັກ​ຄະ​ມົນ​ຕີ ຄະ​ນະ​ພັກ, ຫົວ​ໜ້າ​ກົມ​ຈັດ​ຕັ້ງ-ພະ​ນັກ​ງານ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ; ມີຄະ​ນະຮັບຜິດຊອບ​ປັບ​ປຸງ​ການ​ຈັດ​ຕັ້ງ​ຂອງ​ແຂວງ, ແຂກຖືກເຊີນທີ່ຈາກບັນດາ​ພະ​ແນກ​ການ, ອົງ​ການອ້ອມ​ຂ້າງ​ແຂວງ ແລະ ພະ​ນັກ​ງານ​ພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ບົດແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 58/ຄອສພ, ລົງວັນທີ 30 ເມສາ 2025 ວ່າດ້ວຍ ການສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ ໃນໄລຍະໃໝ່

ບົດແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 58/ຄອສພ, ລົງວັນທີ 30 ເມສາ 2025 ວ່າດ້ວຍ ການສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ ໃນໄລຍະໃໝ່ ກົດບ່ອນນີ້ເພື່ອອ່ານ ຫຼື ດາວໂຫຼດເອກະສານ

ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນ ສົມທົບກັບຫ້ອງວ່າການແຂວງ ແລະ ສະຫະພັນແມ່ຍິງແຂວງ​ ຈັດພິທີສະເຫຼີມສະຫຼອງ ວັນສໍາຄັນທາງປະຫວັດສາດ ຢູ່ແຂວງວຽງຈັນ

ຕອນ​ເຊົ້າ​ຂອງວັນ​ທີ 23 ກໍ​ລະ​ກົດ 2025 ເວ​ລາ 8:00 ໂມງ ທີ່​ຫ້ອງ​ປະ​ຊຸມກອງ​ບັນ​ຊາ​ການ​ທະ​ຫານ​ແຂວງວຽງ​ຈັນ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນ ສົມທົບກັບຫ້ອງວ່າການແຂວງ ແລະ ສະຫະພັນແມ່ຍິງແຂວງ​ ຈັດພິທີສະເຫຼີມສະຫຼອງ ວັນສໍາຄັນທາງປະຫວັດສາດ ຢູ່ແຂວງວຽງຈັນ ໃນການສະເຫຼີມສະຫຼອງຄັ້ງນີ້ ດໍາເນີນເປັນ 2 ວາລະຄື:

ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປີ 2025

ໃນຕອນເຊົ້າ ຂອງວັນທີ 11 ກໍລະກົດ 2025, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່​ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປີ 2025 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ມີມະຫາຊົນຜູ້ກ້າວໜ້າມາຈາກ 4 ໜ່ວຍພັກຮາກຖານ ແລະ 2 ຄະນະພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮຽນທັງໝົດ 28 ສະຫາຍ, ຍິງ 20 ສະຫາຍ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ ຮັ່ງລີ ແກ້ວວິໄລສັກ ຄະນະພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໃຫ້ກຽດເຜີຍແຜ່ເຊື່ອມຊຶມເອກະສານ 13 ຄໍາຖາມ-13 ຄໍາຕອບ ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ (ເວັບໄຊສ. ຄອຮ) ທົ່ວປະເທດ ປະຈຳໄຕມາດ II/2025

  ວັນທີ 3 ກໍລະກົດ 2025, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ນໍາພາໂດຍ ທ່ານ ຂັນໄຊ ຫລວງຜ່ານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍພະນັກງານ 9 ທ່ານ, ຍິງ 5 ທ່ານ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ- ຂໍ້ມູນຂ່າວສານ (ເວັບໄຊສ) ປະຈຳໄຕມາດ II (4 -5-6) ປີ 2025 ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ (ຜ່ານລະບົບທາງໄກ) ໂດຍການເປັນປະທານ ຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ກອງປະຊຸມດໍາເນີນໄປດ້ວຍຈິດໃຈອັນເບິກບານມ່ວນຊື່ນຕໍ່ຜົນສໍາເລັດ​ທີ່​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ບັນ​ດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ຍາດ​ໄດ້​ໃນ​ໄລ​ຍະ​ໄຕ​ມາດ II ຜ່ານ​ມາ. ໂດຍ​ສະ​ເພາະ​ແມ່ນ​ໄດ້​ມີການແລກປ່ຽນຄໍາຄິດເຫັນກ່ຽວກັບການປັບປຸງກົງຈັກ​ການ​ຈັດ​ຕັ້ງ ຂອງຄະນະໂຄສະນາອົບຮົມສູນ​ກາງ​ພັກ ແລະ ຄະ​ນະ​ໂສະ​ນາ​ອົບ​ຮົມ​ບັນ​ດາ​ແຂວງ​ໃນ​ທົ່ວ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ການໂຮມເອົາວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມາຂຶ້ນກັບຄະນະໂຄສະນາອົບ ນັບທັງຢູ່ສູນກາງ ແລະ […]

ຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເກັບກໍາຂໍ້ມູນຄອບຄົວຕົວແບບຢູ່ ບ້ານດອນກວດ ເມືອງວຽງຄໍາ ແຂວງວຽງຈັນ

  ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບ ໃນວັນທີ 20 ມິຖຸນາ 2025 ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງວຽງຄໍາ ແລະ ຫ້ອງການກະ ສິກໍາເມືອງ ລົງເກັບຂໍ້ມູນຄອບຄົວ ທ່ານ ນ ດາວວອນ ແສງສຸລິຈັນ ຕົວແບບການປູກໝາກສີດາ ຢູ່ບ້ານດອນກວດ ເມືອງວຽງຄໍາ ແຂວງວຽງຈັນ, ທ່ານໄດ້ໃຫ້ຮູ້ວ່າ: ກ່ອນໜ້ານີ້ທ່ານໄດ້ເຮັດນາ ແລະ ເຮັດສວນປູກພືດລົ້ມລຸກເປັນອາຊີບ ກໍ່ພໍແຕ່ກຸ້ມຢູ່ກຸ້ມກິນ; ທ້າຍປີ 2019 ທ່ານຈຶ່ງຕັດສິນໃຈເຮັດສວນປູກໝາກສີດາ,  ເຊິ່ງເບື້ອງຕົ້ນປູກ 150 ເບ້ຍ ໃນເນື້ອທີ່ 1 ໄລ່, ແນວພັນແມ່ນນໍາເຂົ້າຈາກປະເທດໃກ້ຄຽງ ຊື່ພັນກິມຈູ ໂດຍ ນໍາໃຊ້ທຶນຂອງຕົນເອງ 10,5 ລ້ານກີບ ເພື່ອຊື້ແນວພັນ, ກຽມດິນ, ເຮັດຮົ້ວ ແລະ ວາງລະບົບນໍ້າ; ມີແຮງງານຕົ້ນຕໍ 2 ຄົນ, […]

ຫົວໜ້າບັນນາທິການວາລະສານອາລຸນໃໝ່ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງວຽງຈັນ.

ໃນວັນທີ 6 ກຸມພາ 2025 ທ່ານ ວັນລາຕີ ຄໍາວານວົງສາ ຄະນະພັກ, ຫົວໜ້າບັນນາທິການວາລະສານອາລຸນໃໝ່ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານໂຄສະນາ ແລະ ວາລະສານອາລຸນໃໝ່ຢູ່ແຂວງວຽງຈັນ ໃນການລົງເຄື່ອນໄຫວຄັ້ງນີ້ ໄດ້ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງ, ພາກສ່ວນທີ່ກຽ່ວຂ້ອງຂັ້ນແຂວງ, ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມເມືອງທຸລະຄົມ ແລະ ພາກສ່ວນທີ່ກຽ່ວຂ້ອງຂັ້ນເມືອງ.

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa