ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບ ໃນວັນທີ 20 ມິຖຸນາ 2025 ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງວຽງຄໍາ ແລະ ຫ້ອງການກະ ສິກໍາເມືອງ ລົງເກັບຂໍ້ມູນຄອບຄົວ ທ່ານ ນ ດາວວອນ ແສງສຸລິຈັນ ຕົວແບບການປູກໝາກສີດາ ຢູ່ບ້ານດອນກວດ ເມືອງວຽງຄໍາ ແຂວງວຽງຈັນ, ທ່ານໄດ້ໃຫ້ຮູ້ວ່າ: ກ່ອນໜ້ານີ້ທ່ານໄດ້ເຮັດນາ ແລະ ເຮັດສວນປູກພືດລົ້ມລຸກເປັນອາຊີບ ກໍ່ພໍແຕ່ກຸ້ມຢູ່ກຸ້ມກິນ; ທ້າຍປີ 2019 ທ່ານຈຶ່ງຕັດສິນໃຈເຮັດສວນປູກໝາກສີດາ, ເຊິ່ງເບື້ອງຕົ້ນປູກ 150 ເບ້ຍ ໃນເນື້ອທີ່ 1 ໄລ່, ແນວພັນແມ່ນນໍາເຂົ້າຈາກປະເທດໃກ້ຄຽງ ຊື່ພັນກິມຈູ ໂດຍ ນໍາໃຊ້ທຶນຂອງຕົນເອງ 10,5 ລ້ານກີບ ເພື່ອຊື້ແນວພັນ, ກຽມດິນ, ເຮັດຮົ້ວ ແລະ ວາງລະບົບນໍ້າ; ມີແຮງງານຕົ້ນຕໍ 2 ຄົນ, […]
Category Archives: ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມເມືອງ
ໃນວັນທີ 12 ມິຖຸນາ 2025 ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ນຳທີມໂດຍ ທ່ານ ນ. ມະນີຈັນ ທຳມະໂຄດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ສົມທົບກັບຄະນະໂຄສະນາອົບຮົມ ເມືອງທຸລະຄົມ ລົງເກັບຂໍ້ມູນຄອບຄົວ ທ່ານ ປັນຈາ ລາດສະວົງ ຊຶ່ງທ່ານແມ່ນໜຶ່ງໃນຄອບຄົວຕົວແບບ ການປູກຖົ່ວລຽນ ບ້ານນາເຜີຍ ເມືອງທຸລະຄົມ ແຂວງວຽງຈັນ ທ່ານໄດ້ໃຫ້ຮູ້ວ່າ: ສວນແຫ່ງນີ້ມີເນື້ອທີ່ທັງໝົດ 25 ເຮັກຕ່າ, ໃນນັ້ນປູກຖົ່ວລຽນ 20 ເຮັກຕ່າ ແລະ 5 ເຮັກຕ່າ ແມ່ນປູກຢາງພາລາ, ແຕ່ກ່ອນທ່ານເຄີຍເຮັດວຽກນຳອົງການຈັດຕັ້ງສາກົນ ແລະ ທ່ານກໍ່ໄດ້ໝູນໃຊ້ເວລາຫວ່າງມາເຮັດສວນ; ເບື້ອງຕົ້ນປີ 2007 ແມ່ນປູກຕົ້ນໄມ້ກິນໝາກຫຼາຍຊະນິດພໍໄດ້ເກັບກິນຕາມລະດູການ ໃນນັ້ນ ໄດ້ປູກຕົ້ນຖົ່ວລຽນ 3 ຕົ້ນ, ໄລຍະ 7 ປີ ຕໍ່ມາ ຕົ້ນໄມ້ກໍ່ໄດ້ໃຫ້ຜົນຜະລິດ ພິເສດກໍ່ແມ່ນຕົ້ນຖົ່ວລຽນ ໄດ້ໃຫ້ຜົນຜະລິດເປັນທີ່ໜ້າພໍໃຈ ເມື່ອເອົາມາກິນກໍ່ເຫັນວ່າແຊບຄືກັບຂອງປະເທດເພື່ອນບ້ານ ທີ່ນຳເຂົ້າມາ, ຕົກມາປີ […]
ໃນວັນທີ 6 ກຸມພາ 2025 ທ່ານ ວັນລາຕີ ຄໍາວານວົງສາ ຄະນະພັກ, ຫົວໜ້າບັນນາທິການວາລະສານອາລຸນໃໝ່ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານໂຄສະນາ ແລະ ວາລະສານອາລຸນໃໝ່ຢູ່ແຂວງວຽງຈັນ ໃນການລົງເຄື່ອນໄຫວຄັ້ງນີ້ ໄດ້ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງ, ພາກສ່ວນທີ່ກຽ່ວຂ້ອງຂັ້ນແຂວງ, ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມເມືອງທຸລະຄົມ ແລະ ພາກສ່ວນທີ່ກຽ່ວຂ້ອງຂັ້ນເມືອງ.
ໃນວັນທີ 5 ທັນວາ 2024 ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງແກ້ວອຸດົມ ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບ ກ່ຽວກັບການປູກ-ການລ້ຽງ ຢູ່ບ້ານແກ້ວກູ່, ເມືອງແກ້ວອຸດົມ, ແຂວງວຽງຈັນ; ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍໄດ້ລົງເກັບຂໍ້ມູນຄອບຄົວ ທ່ານ ດໍາລົງສັກ ມົງຄົນຄໍາ ຊຶ່ງທ່ານເປັນພະນັກງານຢູ່ຫ້ອງການກະສິກໍາ-ປ່າໄມ້ ເມືອງແກ້ວອຸດົມ, ເປັນຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງ ທ່ານໄດ້ເຮັດອາຊີບເສີມຄື: ການລ້ຽງໝູ, ປູກຢາງພາລາ ແລະ ສ້າງໜອງປາ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ.
ໃນວັນທີ 4 ທັນວາ 2024 ທີມງານຄະນະໂຄສະນາອົມຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມເມືອງໂພນໂຮງ ລົງເຄື່ອນໄຫວເກັບກໍາຂໍ້ມູນ ຄອບຄົວຕົວແບບກ່ຽວກັບການລ້ຽງງົວ ຢູ່ບ້ານໂພນຫໍ, ເມືອງໂພນໂຮງ, ແຂວງວຽງຈັນ,ນໍາທີມໂດຍ ທ່ານ ນ ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ໂດຍໄດ້ລົງເກັບຂໍ້ມູນ ຄອບຄົວທ່ານ ພັນທະບູນ ວົງໄຊ ຊຶ່ງແມ່ນໜຶ່ງໃນຄອບຄົວຕົວແບບໃນການສ້າງເສດຖະກິດຄອບຄົວ ຂອງປະຊາຊົນ ບ້ານ ໂພນຫໍ, ເມືອງໂພນໂຮງ, ແຂວງວຽງຈັນ.
ໃນຕອນເຊົ້າຂອງວັນທີ 27 ສິງຫາ 2024 ເວລາ 8:00 ໂມງ ຢູ່ທີ່ສະໂມສອນຫ້ອງວ່າການແຂວງ ໄດ້ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງແຂວງວຽງຈັນ ປະຈຳປີ 2024 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ສະຫາຍ ອານົງສັກ ອິນທະວົງ ກຳມະການພັກ, ຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ, ມີ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ ແລະ ຫົວໜ້າ-ຮອງຫົວໜ້າ ຄະນະໂຄສະນາອົບຮົມ 11 ເມືອງ ພ້ອມດ້ວຍພະນັກ ງານພາຍໃນຄະນະໂຄສະນາອົບແຂວງ ເຂົ້າຮ່ວມທັງໝົດ 63 ທ່ານ, ຍິງ 19 ທ່ານ.
ໃນຕອນເຊົ້າເວລາ 08:30 ໂມງ ຂອງວັນທີວັນທີ 11 ກໍລະກົດ 2024, ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມເມືອງກາສີ ເປີດຊຸດອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ເມືອງກາສີ ປະຈໍາປີ 2024, ຢູ່ທີ່ສະໂມສອນເມືອງກາສີ, ໂດຍເປັນປະທານຮ່ວມຂອງທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ, ເຈົ້າເມືອງກາສີ, ທ່ານ ນ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ,
ວັນທີ 10 ກໍລະກົດ 2024 ເວລາ 6:00 ໂມງ ຕອນແລງທີ່ຜ່ານມາ ກອງໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໄຫວສາຍໂປຼເຈັກເຕີ ແລະ ສ້າງກິດຈະກຳຖາມ-ຕອບ ຢູ່ບ້ານນາຊາຍຂາວ ເມືອງກາສີ ການເຄື່ອນໄຫວວຽກງານໃນຄັ້ງນີ້ ນໍາພາໂດຍ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານຈາກ ຂັ້ນແຂວງ ແລະ ເມືອງ ການລົງຄັ້ງນີ້ແມ່ນນໍາໃຊ້ສາລະຄະດີຈໍານວນ 4 ເລື່ອງຄື: 1. ຜົນງານ 40 ປີ ແຂວງວຽງຈັນ, 2. ເສັ້ນທາງລົດໄຟລາວ-ຈີນ, 3. ການຄ້າມະນຸດ, 4. ຜົນຮ້າຍຂອງຢາເສບຕິດ, ມີຜູ້ເຂົ້າຮ່ວມທັງໝົດ168 ຄົນ, ຍິງ 87 ຄົນ. ພາຍຫຼັງຮັບຊົມສາລະຄະດີກໍ່ຍັງມີກິດຈະກຳຖາມ-ຕອບກ່ຽວກັບເນື້ອໃນ-ສາລະຄະດີຕ່າງໆ. ຜ່ານການລົງເຄື່ອນໄຫວຂອງກອງໂຄສະນາເຄື່ອນທີ່ໃນຄັ້ງນີ້ ເຫັນວ່າ ການນໍາຂັ້ນເມືອງ, ອໍານາດການປົກຄອງບ້ານ ໄດ້ພ້ອມກັນໃຫ້ຄວາມສໍາຄັນ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເອົາໃຈໃສ່ໃນການຕິດຕາມ, ຮ່ວມກິດຈະກຳຖາມ-ຕອບ […]
ໃນວັນທີ 15-16 ພຶດສະພາ 2024 ທີ່ສະໂມສອນຫ້ອງວ່າການເມືອງໝື່ນ ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການກໍ່ສ້າງບ້ານພັດທະນາ ໃຫ້ກັບເລຂາພັກບ້ານ ໃນທົ່ວເມືອງ. ເປັນກຽດເຂົ້າຮ່ວມເປັນປະທານໃນພິທີຂອງ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ທ່ານ ສອນໄຊ ຫຼວງອາໄພ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານກໍ່ສ້າງພັກ-ພະນັກງານ, ມີບັນດາ ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ເລຂາພັກບ້ານ 22 ບ້ານ ທົ່ວເມືອງໝື່ນເຂົ້າຮ່ວມ.
ໃນວັນທີ 29 – 30 ເມສາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຂອງຄະນະຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບຄອມພິວເຕີ ແລະ ການບຳລຸງຮັກສາຄອມພິວເຕີ, ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ (ຄອສພ), ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຂັ້ນສູນກາງ-ແຂວງ, ນັກຝຶກອົບຮົມຈາກ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມ 11 ເມືອງ ເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 18 ທ່ານ, ເປັນນັກສຳມະນາກອນ 22 ທ່ານ, ຍິງ 15 ທ່ານ.
- 1
- 2