ວັນທີ 06 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງ, ໄດ້ມີພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ໃຫ້ໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ສີທົນ ແສງພະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີບັນດາຄະນະພັກຮາກຖານອ້ອມຂ້າງ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
Category Archives: ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ
ໃນຕອນບ່າຍ ຂອງວັນທີ 23 ຕຸລາ 2025, ເວລາ 13:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ III ປີ 2025 ຢູ່ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງ ມີມະຫາຊົນຜູ້ກ້າວໜ້າມາຈາກ 1 ໜ່ວຍພັກຮາກຖານ ແລະ 5 ຄະນະພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮຽນທັງໝົດ 17 ສະຫາຍ, ຍິງ 08 ສະຫາຍ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ ຮັ່ງລີ ແກ້ວວິໄລສັກ ຄະນະພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໃຫ້ກຽດເຜີຍແຜ່ເຊື່ອມຊຶມເອກະສານ 13 ຄໍາຖາມ-13 ຄໍາຕອບ ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບ ການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວ ໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ໃນວັນທີ 11 ກັນຍາ 2025 ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ຂອງຄະນະໂຄສະນາອົບຮົມແຂວງ 3 ທ່ານ ໄດ້ລົງຊຸກຍູ້ຕິດຕາມການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງໂພນໂຮງ; ໃນໂອກາດທີ່ສຳຄັນນີ້ໄດ້ຮັບກຽດຕ້ອນຮັບຈາກການນຳຂອງເມືອງ ຄື: ທ່ານ ກົງເພັດ ສໍປະດິດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂພນໂຮງ ທີ່ໄດ້ຕ້ອນຮັບ ແລະ ລາຍງານສະພາບວຽກງານການເມືອງ-ແນວຄິດ ໂດຍລວມຂອງເມືອງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຮັບຮູ້ຢ່າງຈະແຈ້ງ; ຫຼັງຈາກນັ້ນ ຄະນະຮັບຜິດຊອບຂອງແຂວງ ຈຶ່ງໄດ້ເຂົ້າຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງໂພນໂຮງ ຊຶ່ງປະກອບມີ ທ່ານ ນາງ ແສງວອນ ສີປະເສີດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງໂພນໂຮງ ເຂົ້າຮ່ວມ 2 ທ່ານ.
ໃນວັນທີ 10 ກັນຍາ 2025 ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ຂອງຄະນະໂຄສະນາອົບຮົມແຂວງ 3 ທ່ານ ໄດ້ລົງຊຸກຍູ້ຕິດຕາມການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງວັງວຽງ; ໃນໂອກາດທີ່ສຳຄັນນີ້ໄດ້ຮັບກຽດຕ້ອນຮັບຈາກການນຳຂອງເມືອງ ຄື: ທ່ານ ບຸນສີ ລັດດາວົງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງວັງວຽງ ທີ່ໄດ້ຕ້ອນຮັບ ແລະ ລາຍງານສະພາບວຽກງານການເມືອງ-ແນວຄິດ ໂດຍລວມຂອງເມືອງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຮັບຮູ້ຢ່າງຈະແຈ້ງ; ຫຼັງຈາກນັ້ນ ຄະນະຮັບຜິດຊອບຂອງແຂວງ ຈຶ່ງໄດ້ເຂົ້າຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງວັງວຽງ ຊຶ່ງປະກອບມີ ທ່ານ ອຳພອນ ອຸໄທທິດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານຄະນະໂຄສະນາອົບຮົມເມືອງວັງວຽງ ເຂົ້າຮ່ວມທັງໝົດ 7 ທ່ານ.
ໃນວັນທີ 10-11 ກັນຍາ 2025 ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນໄດ້ລົງຕິດຕາມ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະຢູ່ 2 ເມືອງຄື: ເມືອງເຟືອງ ແລະ ທຸລະຄົມ ນໍາພາໂດຍທ່ານ ຂັນໄຊ ຫຼວງຜ່ານ ຄະນະພັກ, ຄະນະໂຄສະນາອົບຮົມແຂວງວຽງຈັນ. ໂດຍປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 244/ຄອຮ ຂຈ, ລົງ ວັນທີ 05 ກັນຍາ 2025 ແລະ ຂໍ້ຕົກລົງຂອງຄະນະໂຄສະນາອົບຮົມແຂວງສະບັບເລກທີ 245/ຄອຮ ຂຈ, ລົງວັນທີ 05 ກັນຍາ 2025 ເຊິ່ງແບ່ງອອກເປັນ 2 ຈຸໃນການແບ່ງຄວາມຮັບຜິດຊອບລົງຊຸກຍູ້ວຽກງານວິຊາສະເພາະຢູ່ບັນດາເມືອງ ແລະ ໄດ້ນຳເອົາເອກະສານທີ່ກ່ຽວຂ້ອງນຳລົງໄປເຜີຍແຜ່ຊຸກຍູ້ຄື:
ວັນທີ 29 ສິງຫາ 2025 ແຂວວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ໂອນວຽກງານສື່ມວນຊົນ (ຖະແຫຼງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງທ່ານ ນາງ ພວງມະລີ ອັກຄະມົນຕີ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ; ມີຄະນະຮັບຜິດຊອບປັບປຸງການຈັດຕັ້ງຂອງແຂວງ, ແຂກຖືກເຊີນທີ່ຈາກບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບົດແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 58/ຄອສພ, ລົງວັນທີ 30 ເມສາ 2025 ວ່າດ້ວຍ ການສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ ໃນໄລຍະໃໝ່ ກົດບ່ອນນີ້ເພື່ອອ່ານ ຫຼື ດາວໂຫຼດເອກະສານ
ຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ເວລາ 8:00 ໂມງ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງວຽງຈັນ ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຫ້ອງວ່າການແຂວງ ແລະ ສະຫະພັນແມ່ຍິງແຂວງ ຈັດພິທີສະເຫຼີມສະຫຼອງ ວັນສໍາຄັນທາງປະຫວັດສາດ ຢູ່ແຂວງວຽງຈັນ ໃນການສະເຫຼີມສະຫຼອງຄັ້ງນີ້ ດໍາເນີນເປັນ 2 ວາລະຄື:
ໃນຕອນເຊົ້າ ຂອງວັນທີ 11 ກໍລະກົດ 2025, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປີ 2025 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ມີມະຫາຊົນຜູ້ກ້າວໜ້າມາຈາກ 4 ໜ່ວຍພັກຮາກຖານ ແລະ 2 ຄະນະພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮຽນທັງໝົດ 28 ສະຫາຍ, ຍິງ 20 ສະຫາຍ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນ ຮັ່ງລີ ແກ້ວວິໄລສັກ ຄະນະພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມທັງໃຫ້ກຽດເຜີຍແຜ່ເຊື່ອມຊຶມເອກະສານ 13 ຄໍາຖາມ-13 ຄໍາຕອບ ຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ວັນທີ 3 ກໍລະກົດ 2025, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ນໍາພາໂດຍ ທ່ານ ຂັນໄຊ ຫລວງຜ່ານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍພະນັກງານ 9 ທ່ານ, ຍິງ 5 ທ່ານ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ- ຂໍ້ມູນຂ່າວສານ (ເວັບໄຊສ) ປະຈຳໄຕມາດ II (4 -5-6) ປີ 2025 ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ (ຜ່ານລະບົບທາງໄກ) ໂດຍການເປັນປະທານ ຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ກອງປະຊຸມດໍາເນີນໄປດ້ວຍຈິດໃຈອັນເບິກບານມ່ວນຊື່ນຕໍ່ຜົນສໍາເລັດທີ່ຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາແຂວງໃນທົ່ວປະເທດຍາດໄດ້ໃນໄລຍະໄຕມາດ II ຜ່ານມາ. ໂດຍສະເພາະແມ່ນໄດ້ມີການແລກປ່ຽນຄໍາຄິດເຫັນກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂສະນາອົບຮົມບັນດາແຂວງໃນທົ່ວປະເທດ, ເປັນຕົ້ນແມ່ນການໂຮມເອົາວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມາຂຶ້ນກັບຄະນະໂຄສະນາອົບ ນັບທັງຢູ່ສູນກາງ ແລະ […]









