ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII (ວັນທີ 15-16 ຕຸລາ 2025)

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງວຽງຈັນ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 15-16 ຕຸລາ 2025 ຢູ່ທີ່ສະໂມສອນຂອງແຂວງ ພາຍໃຕ້ການເປັນຄະນະປະທານ ຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາຕາງໜ້າຄະນະຮັບຜິດຊອບຂັ້ນສູນກາງ, ເລຂາພັກແຂວງອ້ອມຂ້າງ, ພ້ອມດ້ວຍບັນດາຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 263 ສະຫາຍ, ຍິງ 36 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 22,864 ສະຫາຍ.

ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບກັນຮັບຮອງເອົາເນື້ອໃນທີ່ສຳຄັນ ເປັນຕົ້ນແມ່ນ ລາຍງານການເມືອງ,​ ແຜນພັດທະນາເສດຖະິດ-ສັງຄົມ, ບົດສຳຫຼວດການນຳພາລວມ ຂອງອົງຄະນະພັກແຂວງວຽງຈັນ ສະໄໝທີ VI ແລະ ການປະກອບຄຳຄິດຄຳເຫັນ ຕົວແບບຂົງເຂດວຽກງານ, ຕົວແບບການຜະລິດກະສິກຳເປັນສິນຄ້າ ແລະ ການບໍລິການທ່ອງທ່ຽວ ທີ່ພົ້ນເດັ່ນຢູ່ພາຍໃນແຂວງ ຊຶ່ງມີຫຼາຍເນື້ອໃນໄດ້ສະແດງເຖິງຜົນງານໄຊຊະນະທີ່ຍາດມາໄດ້ຢ່າງໜ້າພາກພູມໃຈ ຕາມແຜນການ 5 ປີຜ່ານມາ ເປັນຕົ້ນ ແຂວງໄດ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ພື້ນຖານໂຄງລ່າງທີ່ຈຳເປັນໄດ້ຮັບການປັບປຸງຢ່າງໜັກແໜ້ນ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາທີ່ດີຂຶ້ນເທື່ອລະກ້າວ ລວມຍອດຜະລິດຕະພັນພາຍໃນ (GDP) ຂອງແຂວງ 5 ປີ ຂະຫຍາຍຕົວສະເລ່ຍບັນລຸ 4.9 % ຕໍ່ປີ; ລວມມູນຄ່າ 5 ປີ 56,832 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 23,23 ລ້ານກີບ ຫຼື 1,038 ໂດລາ ແລະ ຄາດຄະເນວ່າ ໃນອີກ 5 ປີຕໍ່ໜ້າ ຄະນະບໍລິຫານງານພັກແຂວງ ສະໄໝທີ VII ຈະສືບຕໍ່ນຳພາພັດທະນາແຂວງວຽງຈັນ ຕາມ 5 ທ່າແຮງ ຄື: ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກຳ, ການທ່ອງທ່ຽວ, ການບໍລິການຂົນສົ່ງ ແລະ ໂລຈິຼດຕິກ, ອຸດສາຫະກຳ-ປຸງແຕ່ງ ທີ່ເປັນຕ່ອງໂສ້, ພະລັງງານໄຟຟ້າ… ໂດຍພາຍໃຕ້ຄຳຂັວນທີ່ວ່າ: “ ຍົກສູງບົດບາດນຳພາຂອງອົງຄະນະພັກແຂວງ ເພີ່ມຄວາມສາມັກຄີເປັນປຶກແຜ່ນ ສຸມໃສ່ການພັດທະນາຕາມທ່າແຮງບົ່ມຊ້ອນ ໃຫ້ເຂັ້ມແຂງກ້າວໄປສູ່ຄວາມເປັນເຈົ້າຕົນເອງ ຕາມທິດສີຂຽວ ແລະ ຍືນຍົງ ” ເສດຖະກິດໃນ 5 ປີ ຕໍ່ໜ້າ (2026-2030) ຈະຂະຫຍາຍຕົວຢ່າງຕໍ່ເນື່ອງ ມີຄຸນນະພາບ, ໝັ້ນທ່ຽງ-ຍືນຍົງ ສະເລ່ຍຢູ່ໃນລະດັບ 5 % ຕໍ່ປີ, ຄິດເປັນມູນຄ່າລວມ 5 ປີ ໃຫ້ໄດ້ 109,474 ຕື້ກີບ, ໃນນີ້ຮອດປີ 2030 ສູ້ຊົນໃຫ້ມີຈັງຫວະຂະຫຍາຍ ຕົວ 5,5%, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 49,04 ລ້ານກີບ ຫຼື 2.335 ໂດລາ;

ກອງປະຊຸມໃຫຍ່ໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງວຽງຈັນ ຊຸດທີ VII ຕາມການແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ປະກອບ ມີ 37 ສະຫາຍ, ຍິງ 4 ສະຫາຍ ຄື:

  1. ສະຫາຍ ພູທະນູເພັດ ໄຊສົມບັດ
  2. ສະຫາຍ ພອນແກ້ວ ຂຸນພົນ
  3. ສະຫາຍ ລຳໄມ ກູດລາວົງ
  4. ສະຫາຍ ສົມປະສົງ ສຸວົງຄຳຈັນ
  5. ສະຫາຍ ນ.ຈັນທະຄອນ ສີອຳພອນ
  6. ສະຫາຍ ພູວົງ ບຸນຊູ
  7. ສະຫາຍ ສີທົນ ແສງພະຈັນ
  8. ສະຫາຍ ຄໍາເພັດ ຈັນສົມພູ
  9. ສະຫາຍ ພົນຈັດຕະວາ ສົມຄິດ ດວງພະຈັນ
  10. ສະຫາຍ ສີວຽງໄຊ ອໍລະບູນ
  11. ສະຫາຍ ພັນເອກ ສຸດໃຈ ມະຫາວົງ
  12. ສະຫາຍ ນາງ ມະໄລສີ ທໍາມະໂຄດ
  13. ສະຫາຍ ຄໍາປຽ່ນ ແສງສະຫວັດ
  14. ສະຫາຍ ນາງ ວົງເດືອນ ວັດຕະໂສ
  15. ສະຫາຍ ສີສະຫວາດ ແສງພະຈັນ
  16. ສະຫາຍ ຄໍາເລ້ ໄຊຍະວົງສີ
  17. ສະຫາຍ ກົງຈັນ ພັນທະມິດ
  18. ສະຫາຍ ແກ້ວ ພິມມະວົງ
  19. ສະຫາຍ ຄໍາມອນ ສີສອນສັກ
  20. ສະຫາຍ ຄໍາປ່ຽນ ຈັນທະມັງຄຸນ
  21. ສະຫາຍ ພົມມະລາ ນັນທະວົງ
  22. ສະຫາຍ ອຳໄພ ໂສລັດຕະນະວົງ
  23. ສະຫາຍ ວິລະວຸດ ປະກິດ
  24. ສະຫາຍ ອ່ອນຕາ ທຳມະວົງສາ
  25. ສະຫາຍ ສອນໄຊ ຫຼວງອາໄພ
  26. ສະຫາຍ ສົມໝາຍ ໄຊຍະວົງ
  27. ສະຫາຍ ເຕັ່ງເມັ່ງ ຢ່າງລືໄຊ
  28. ສະຫາຍ ວໍຣະສອນ ສີອັກຄະສອນ
  29. ສະຫາຍ ຄຳພັນ ຊະນະໄພ
  30. ສະຫາຍ ຄຳ ຂັນທະວີວອນ
  31. ສະຫາຍ ນາງ ວັນເພັງ ພັນທະນາໄລ
  32. ສະຫາຍ ຄອນສະຫວັນ ສີອັກຄະສອນ
  33. ສະຫາຍ ສີສະໄຫວ ແກ້ວດາລາວິນ
  34. ສະຫາຍ ພັນເອກ ສຸດທາ ສີສະຫຼາດ
  35. ສະຫາຍ ບຸນຄໍ້າ ທຳມະວົງ
  36. ສະຫາຍ ໄພວັນ ປະຖັມມະວົງ
  37. ສະຫາຍ ສັນຕິພາບ ນິລະເກດ.

ກອງປະຊຸມ ຄັ້ງປະຖົມມະລຶກຄົບຄະນະບໍລິຫານງານພັກແຂວງ ໄດ້ເປັນເອກະສັນກັນຢ່າງສົມບູນ ເພື່ອເລືອກຕັ້ງເອົາຄະນະປະຈຳພັກແຂວງ, ເລືອກເອົາ ເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ເລືອກຕັ້ງປະທານ, ຮອງປະທານຄະນະກວດກາພັກແຂວງ ລະອຽດດັ່ງນີ້:

ກອງປະຊຸມດຳເນີນການປ່ອນບັດເລືອກຕັ້ງເອົາຄະນະປະຈຳພັກແຂວງ ຈຳນວນ 11 ສະຫາຍ ຄື :

  1. ສະຫາຍ ພູທະນູເພັດ ໄຊສົມບັດ
  2. ສະຫາຍ ພອນແກ້ວ ຂຸນພົນ
  3. ສະຫາຍ ລຳໄມ ກູດລາວົງ
  4. ສະຫາຍ ສົມປະສົງ ສຸວົງຄຳຈັນ
  5. ສະຫາຍ ນາງ ຈັນທະຄອນ ສີອຳພອນ
  6. ສະຫາຍ ພູວົງ ບຸນຊູ
  7. ສະຫາຍ ສີທົນ ແສງພະຈັນ
  8. ສະຫາຍ ຄໍາເພັດ ຈັນສົມພູ
  9. ສະຫາຍ ພົນຈັດຕະວາ ສົມຄິດ ດວງພະຈັນ
  10. ສະຫາຍ ສີວຽງໄຊ ອໍລະບູນ
  11. ສະຫາຍ ນາງ ມະໄລສີ ທໍາມະໂຄດ

ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ຊຶ່ງມີລາຍຊື່ລຸ່ມນີ້ :

  1. ສະຫາຍ ພູທະນູເພັດ ໄຊສົມບັດ ເປັນເລຂາຄະນະບໍລິຫານງານພັກແຂວງ
  2. ສະຫາຍ ພອນແກ້ວ ຂຸນພົນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ
  3. ສະຫາຍ ພູວົງ ບຸນຊູ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ

ກອງປະຊຸມຄັ້ງປະຖົມມະລຶກດຳເນີນການປ່ອນບັດເລືອກຕັ້ງປະທານ ແລະ ຮອງປະທານຄະນະກວດກາພັກແຂວງວຽງຈັນ ຊຶ່ງມີລາຍຊື່ລຸ່ມນີ້:

  1. ສະຫາຍ ລຳໄມ ກູດລາວົງ ເປັນປະທານຄະນະກວດກາພັກແຂວງ
  2. ສະຫາຍ ຄໍາປ່ຽນ ຈັນທະມັງຄຸນ ເປັນຮອງປະທານຄະນະກວດກາພັກແຂວງ
  3. ສະຫາຍ ເຄນ ເຮືອງຄໍາແສງ ເປັນຮອງປະທານຄະນະກວດກາພັກແຂວງ
  4. ສະຫາຍ ຈິດຕະວົງ ສີສົງຄາມ ເປັນຮອງປະທານຄະນະກວດກາພັກແຂວງ

ກອງປະຊຸມໃຫຍ່ທີ່ມີຄວາມໝາຍສຳຄັນ ຄັ້ງນີ້ ໄດ້ເປັນກຽດຢ່າງສູງ ຮັບຟັງການໂອ້ລົມຈາກ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນເຂັມຊີ້ທິດເຍືອງທາງ ເປັນບ່ອນອີງອັນແໜ້ນແກ່ນໃຫ້ແກ່ການເຄື່ອນໄຫວນຳພາ-ຊີ້ນໍາ ຂອງອົງຄະນະພັກແຂວງ ຕໍ່ການຈັ້ງຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໃຫ້ມີຜົນສຳເລັດຕາມທິດທາງ ແລະ ຄາດໝາຍທີ່ວາງໄວ້ຢ່າງແທ້ຈິງ.

ກອງປະຊຸມຮຽກຮ້ອງມາຍັງ ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ, ພະນັກງານ-ລັດຖະກອນ, ທະຫານ ຕຳຫຼວດ ທຸກຄົນ ແລະ ປະຊາຊົນບັນດາເຜົ່າ ທຸກທົ່ວໜ້າ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສ້າງຄວາມເປັນເອກະພາບສູງພາຍໃຕ້ການນຳພາຂອງພັກ, ພ້ອມກັນ ບຸກບືນຜ່ານຜ່າອຸປະສັກຫຍຸ້ງຍາກ ກ້າວຂຶ້ນດ້ວຍການເຊີດຊູນໍ້າໃຈຮັກຊາດ, ຮັກລະບອບປະຊາທິ ປະໄຕປະຊາຊົນ, ເປັນເຈົ້າການໃນການນໍາພາສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມກັນນຳໃຊ້ທຸກທ່າແຮງບົ່ມຊ້ອນທີ່ມີພາຍໃນແຂວງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເຂົ້າໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່, ສ້າງໃຫ້ແຂວງວຽງຈັນ ມີສະຖຽນລະພາບການເມືອງໜັກແໜ້ນ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ມີການຫັນປ່ຽນໃໝ່ທີ່ແຂງແຮງ ມີຄວາມຈະເລີນພັດທະນາ, ປະຊາຊົນບັນດາເຜົ່າມີຄວາມຜາສຸກ ສາມັກຄີປອງດອງ ສີວິໄລ ແລະ ຍຸຕິທຳ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa