ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ເພື່ອກະກຽມດຳເນີນຊີວິດການເມືອງທ້າຍສະໄໝ ແລະ ກອງປະຊຸມໃຫຍ່ ຂອງ 2 ໜ່ວຍພັກຮາກຖານ ຄື: ໜ່ວຍພັກຮາກຖານ ຄະນະກວດກາພັກແຂວງ ແລະ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ.

ໃນຕອນເຊົ້າ ວັນທີ 26 ກັນຍາ 2024, ເວລາ 8:30 ໂມງ ໄດ້ຈັດກອງປະຊຸມຂຶ້ນທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງວຽງຈັນ; ການເຂົ້າຮ່ວມຂອງ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ; ມີບັນດາສະຫາຍ ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນຄະນະກວດກາພັກແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 45 ສະຫາຍ, ຍິງ 20 ສະຫາຍ.

ກອງປະຊຸມໄດ້ເຜີຍແຜ່ເຊື່ອມຊຶມເອກະສານ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວ ສະມາຊິກພັກ ມີຄວາມຮັບຮູ້ເຂົ້າໃຈ,​ ສ້າງເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ເພີ່ມທະວີຄວາມຮັບຜິດຊອບນຳພາ-ຊີ້ນຳ ຂອງຄະນະໜ່ວຍພັກ ຢ່າງປອດໃສ, ເຂັ້ມແຂງ, ໜັກແໜ້ນ.​ ສ້າງຄວາມເຊື່ອໝັ້ນສັດທາ ຈາກມະຫາຊົນຕໍ່ພັກເຮົາ. ບັນດາເນື້ອໃນເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມ ປະກອບມີ 3 ບົດ ຄື:

ບົດທີ 1: ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ສະເໜີໂດຍ ສະຫາຍ ວິກອນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການແຂວງ, ຕາງໜ້າອະນຸກຳມະການບຸກຄະລາກອນ ກອງປະຊຸມໃຫຍ່ 3 ຂັ້ນ ແຂວງວຽງຈັນ.

 

ບົດທີ 2: ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ສະເໜີໂດຍ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ບົດທີ 3: ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ, ສະມາຊິກພັກ ສະເໜີໂດຍ ສະຫາຍ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງວຽງຈັນ.

ຕອນທ້າຍກອງປະຊຸມ ສະຫາຍ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ, ປະທານກວດກາພັກແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງວຽງຈັນ ໄດ້ມີຄຳເຫັນໂອ້ລົມ ເພື່ອເປັນທິດທາງໃຫ້ແກ່ ຄະນະໜ່ວຍພັກຮາກຖານ ແລະ ສະມາຊິກພັກ ທຸກສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ. ເດັດດ່ຽວຕອບຕ້ານກົນອຸບາຍທຳລາຍມ້າງເພ ຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ; ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນພັກ ຢ່າງເດັດຂາດທັນການ ເພື່ອຍົກສູງບົດບາດ, ຄວາມສາມາດນຳພາຂອງພັກ ແລະ ເຊີດຊູຄວາມສັກສິດ ໃນການຄຸ້ມຄອງຂອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃຫ້ມີຄຸນນະພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ; ກອງປະຊຸມໄດ້ປິດລົງຢ່າງເປັນທາງການ ເວລາ 11:30 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa