ກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຄັ້ງທີ VIII

ໃນວັນທີ 1 ກໍລະກົດ 2024 ຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ລົງຕິດຕາມຊຸກຍູ້ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເພື່ອດໍາເນີນກອງປະຊຸມທາບທາມ ຮ່າງລາຍງານການເມືອງ, ບົດສໍາຫຼວດນໍາພາຊີ້ນໍາລວມຂອງໜ່ວຍພັກ, ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ແລະ ທາບທາມບຸກຄະລາກອນທີ່ອອກຮັບສະໝັກເລືອກຕັ້ງ ຄະນະພັກຊຸດໃໝ່ ຄັ້ງທີ VIII ຮອບທີ I ຢູ່ທີ່ຫ້ອງປະຊຸມກວດກາພັກແຂວງ

ໃຫ້ກຽດເປັນປະທານໂດຍ ສະຫາຍ ສົມດີ ແກ້ວດາລາວິນ ກຳມະການປະຈຳພັກແຂວງ ປະທານກວດກາພັກແຂວງ ທັງເປັນຄະນະຮັບຜິດຊອບກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະຮັບຜິດຊອບຊີ້ນໍາ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ອະນຸກຳມະການເນື້ອໃນ ແລະ ບຸກຄະລາກອນ ພ້ອມດ້ວຍຄະນະພັກ, ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 25 ສະຫາຍ ຍິງ 14 ສະຫາຍ.

      

ໃນການດໍາເນີນກອງປະຊຸມດັ່ງນີ້ຄະນະພັກໄດ້ຂື້ນຜ່ານຮ່າງບົດລາຍງານການເມືອງ, ບົດສຳຫຼວດການນໍາພາຊີ້ນໍາລວມ, ແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ ພ້ອມດຽວກັນນັ້ນອະນຸກຳມະການເນື້ອໃນຂັ້ນແຂວງ ໄດ້ ປະກອບຄໍາຄິດຄໍາເຫັນ ເພື່ອເປັນບ່ອນອີງໃນການປັບປຸງເນື້ອໃນເອກະສານຕ່າງໆໃຫ້ຖືກຕ້ອງຕາມໂຄງຮ່າງ ແລະ ສະ ພາບຕົວຈິງໃນປັດຈຸບັນ ແລະ ໃສ່ເປັນບ່ອນອີງທີ່ແໜ້ນແກ່ນໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຄັ້ງທີ VIII ໃຫ້ສຳເລັດຕາມຈຸດປະສົງລະດັບຄາດໝາຍ

ຫຼັງຈາກນັ້ນກໍ່ໄດ້ກ້າວເຂົ້າສູ່ການທາບທາມບຸກຄະລະກອນຜູ້ທີ່ອອກສະໝັກຮັບເລືອກຕັ້ງຄະນະພັກຊຸດໃໝ່ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຄັ້ງທີ VIII ກອງປະຊຸມໄດ້ດໍາເນີນເປັນເວລາ 1 ຕອນ ສໍາເລັດຕາມແຜນທີ່ກຳນົດໄວ້ ແລະ ປິດລົງໃນວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa