ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ລົງຊຸກຍູ້ວຽກງານວິຊາສະເພາະ ຢູ່ຄະນະໂຄສະນາອົບຮົມເມືອງໂພນໂຮງ.
ໃນວັນທີ 11 ກັນຍາ 2025 ທ່ານ ນາງ ຮັ່ງລີ ແກ້ວວິໄລສັກ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ ຂອງຄະນະໂຄສະນາອົບຮົມແຂວງ 3 ທ່ານ ໄດ້ລົງຊຸກຍູ້ຕິດຕາມການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງໂພນໂຮງ; ໃນໂອກາດທີ່ສຳຄັນນີ້ໄດ້ຮັບກຽດຕ້ອນຮັບຈາກການນຳຂອງເມືອງ ຄື: ທ່ານ ກົງເພັດ ສໍປະດິດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂພນໂຮງ ທີ່ໄດ້ຕ້ອນຮັບ ແລະ ລາຍງານສະພາບວຽກງານການເມືອງ-ແນວຄິດ ໂດຍລວມຂອງເມືອງ ໃຫ້ແກ່ຄະນະຮັບຜິດຊອບຂັ້ນແຂວງ ໄດ້ຮັບຮູ້ຢ່າງຈະແຈ້ງ; ຫຼັງຈາກນັ້ນ ຄະນະຮັບຜິດຊອບຂອງແຂວງ [...]