7 ວິທີເພິ່ມຄວາມສຸກໃຫ້ສະໝອງ ແລ້ວຈະເຮັດໃຫ້ສະຫຼາດຂຶ້ນ

 

  1. ກິນອາຫານທີ່ດີ:

ການກິນອາຫານທີ່ດີ ນອກຈາກຈະເຮັດໃຫ້ສຸຂະພາບກແຂງແຮງດີ ຍັງສົ່ງຜົນໃຫ້ສະໝອງດີນຳອີກ; ທ່ານຮູ້ບໍ່ວ່າ ອາຫານທີ່ຜ່ານການປຸງແຕ່ງຫຼາຍຂັ້ນຕອນ, ມີຣົດຊາດຫວານ ແລະ ໄຂມັນຫຼາຍນັ້ນ ຖ້າກິນເປັນປະຈຳ ຈະເປັນສາເຫດທຳລາຍສະໝອງໄດ້ ເພາະອາຫານທີ່ຫວານ, ໄຂມັນຫຼາຍ ເຮັດໃຫ້ການຮຽນຮູ້ ແລະ ຄວາມຈຳຫຼຸດລົງ, ສ່ຽງຕໍ່ການເກີດພະຍາດອາວໄຊເມີ (Alzheimer’s Disease). ດັ່ງນັ້ນ, ທ່ານຄວນກິນອາຫານທີ່ມີຄຸນປະໂຫຍດຕໍ່ສະໝອງ ເຊັ່ນ: ຜັກ, ໝາກຖົ່ວ, ປາ ຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດ ອາວໄຊເມີ (Alzheimer’s Disease) ໄດ້ເຖິງ 50%.

  1. ສິ່ງແວດລ້ອມທີ່ດີ:

ຖ້າເຮົາຢູ່ໃນສະພາບແວດລ້ອມທີ່ເປັນພິດ ອາກາດບໍ່ດີ ແລະ ບັນຍາກາດບໍ່ດີ ແນ່ນອນວ່າມັນຈະສົ່ງຜົນເສຍ ຕໍ່ສະໝອງແນ່ນອນ ເພາະມີຄວາມສ່ຽງໃນການເຮັດວຽກຂອງປອດ ທີ່ໄດ້ຮັບມົນລະພິດເພີ່ມ. ດັ່ງນັ້ນ, ຖ້າ ຢາກໃຫ້ສະໝອງປອດໂປ່ງ, ໂລ່ງສະບາຍ ແລະ ຢູ່ໃນສະພາບແວດລ້ອມທີ່ດີ ຈະຊ່ວຍສ້າງສະໝອງໃຫ້ມີຄວາມຄິດສ້າງສັນຫຼາຍຂຶ້ນ.

  1. ເລີກດື່ມເຫຼົ້າ ແລະ ຢາສູບ:

ດື່ມເຫຼົ້າ ແລະ ສູບຢາສູບ ຈະເຮັດໃຫ້ສະໝອງບໍ່ດີ ໂດຍສະເພາະ ການດື່ມເຫຼົ້າເບຍ ຫຼື ສູບຢາ ສົ່ງຜົນກະທົບ ໂດຍກົງຕໍ່ສຸຂະພາບ ຍິ່ງອາຍຸຫຼາຍຂຶ້ນ ຍິ່ງສົ່ງຜົນກະທົບຕໍ່ສະໝອງໂດຍກົງ ເພາະເຄື່ອງດື່ມທາດເຫຼົ້າ ມີຜົນ ເຮັດໃຫ້ສະໝອງແກ່ກ່ອນໄວ ເຮັດໃຫ້ສະໝອງເຮັດວຽກຫຼຸດລົງ 40%, ມີຜົນຕໍ່ຂະບວນການຮຽນຮູ້ ແລະ ຄວາມຈຳ, ເຊິ່ງຈະເຫັນ ໄດ້ວ່າຄົນທີ່ມັກດື່ມເຫຼົ້າ ຫຼື ເບຍ ແລະ ສູບຢາຫຼາຍໆ ຄວາມຊົງຈຳຈະບໍ່ດີ ເມື່ອເວລາອາຍຸຫຼາຍຂຶ້ນ.

  1. ຢຸດຄວາມກັງວົນ ຫຼື ຄິດຫຼາຍ:

ຄົນເຮົາຖ້າມີອາການກັງວົນ ຫຼື ຄິດຫຼາຍ ຈະເຮັດໃຫ້ສະໝອງຝໍ່, ເຊິ່ງເຮົາສາມາດສັງເກດໄດ້ໃນເວລາທີ່ເຮົາກັງວົນເລື່ອງໃດເລື່ອງໜຶ່ງຫຼາຍ ຈະເຮັດໃຫ້ບໍ່ມີຄວາມສຸກເລີຍ ເພາະສະໝອງໄປຈົດຈໍ່ກັບຄວາມທຸກຈົນບໍ່ ເປີດຮັບເລື່ອງໃໝ່ໆ ເຮັດໃຫ້ສະໝອງຄິດເລື່ອງເກົ່າຊໍ້າໄປ-ຊໍ້າມາ ສົ່ງຜົນໃຫ້ຄວາມຮູ້ສຶກບໍ່ດີຕາມມາ ແລະ ມີຜົນໂດຍກົງຕໍ່ສຸຂະ ພາບທັງພາຍໃນ ແລະ ພາຍນອກ. ດັ່ງນັ້ນ, ຖ້າຮູ້ຕົວວ່າມີຄວາມກັງວົນ ຫຼື ເຄັ່ງຄຽດ ຕ້ອງພະຍາຍາມຫາກິດຈະກຳອື່ນໆ ມາເຮັດ ເຊັ່ນ: ອອກກຳລັງກາຍ ຫຼື ຝຶກນັ່ງສະມາທິຊ່ວຍຫຼຸດລະດັບຮໍໂມນຄວາມເຄັ່ງຄຽດໄດ້.

  1. ນອນຫຼັບພັກຜ່ອນໃຫ້ພຽງພໍ:

ການນອນບໍ່ພຽງພໍ ສົ່ງຜົນຕໍ່ສະໝອງທັນທີ ສັງເກດໄດ້ງ່າຍໆວ່າມື້ໃດທີ່ນອນໜ້ອຍ, ນອນບໍ່ພຽງພໍ ຈະເຮັດໃຫ້ຄວາມຈຳຂ້ອນຂ້າງບໍ່ດີ, ມີການຫຼົງລືມ ແລະ ສະໝອງສັ່ງການຊ້າຄິດບໍ່ທັນ ເມື່ອມີພຶດຕິກຳນອນບໍ່ພໍ ເປັນປະຈຳ ອາດສົ່ງຜົນຕໍ່ຄວາມຈໍາໄລຍະຍາວ ນໍາໄປສູ່ພະຍາດສະໝອງເສື່ອມກ່ອນໄວ ເພາະວ່າຖ້ານອນໜ້ອຍເປັນປະຈຳຈະເຮັດໃຫ້ສະໝອງແກ່ໄວຂຶ້ນ ຫຼຸດປະສິດທິພາບການເຮັດວຽກ ແລະ ໃນການຮັບຮູ້ນໍາອີກ.

  1. ອອກກໍາລັງກາຍເບົາໆ:

ຊ່ວຍໃຫ້ສະໝອງກະຕຸ້ນການເຮັດວຽກ ພະນັກງານຫ້ອງການທີ່ນັ່ງດົນໆ ຢູ່ຕໍ່ໜ້າຈໍຄອມພິວເຕີ ບໍ່ພຽງແຕ່ສົ່ງຜົນເສຍຕໍ່ສຸຂະພາບ ຍັງສົ່ງຜົນຕໍ່ສະໝອງພ້ອມ ເພາະເຮັດໃຫ້ສະໝອງມີພື້ນທີ່ໃນການສ້າງຄວາມຈໍາໃຫ້ ໜ້ອຍລົງ. ດັ່ງນັ້ນ, ຄວນລຸກຂຶ້ນໄປເຂົ້າຫ້ອງນໍ້າ ຫຼື ຖ້ານັ່ງດົນເກີນໄປຄວນລຸກມາຢຶດແຄ່ງຢຶດຂາແດ່ ເພື່ອໃຫ້ສາຍຕາໄດ້ພັກ ແລະ ສະໝອງບໍ່ເຮັດວຽກໜັກເກີນໄປ.

7.ຝຶກສະໝອງໃຫ້ເຮັດວຽກແດ່:

ຖ້າຢາກເຮັດໃຫ້ສະໝອງສະຫຼາດຕະຫຼອດເວລາ ຄວນໃຊ້ສະໝອງຫຼາຍໆ ໂດຍການທົດສອບສະໝອງໃນການແກ້ໂຈດຍາກໆ ເຊັ່ນ: ຫຼິ້ນເກມ, ການອ່ານໜັງສື ລ້ວນແລ້ວແຕ່ຝຶກສະໝອງໃຫ້ພັດທະນາຢູ່ສະເໝີ ລວມເຖິງການຄິດແຕ່ເລື່ອງດີໆ ມີປະໂຫຍດບໍ່ພາຕົນເອງໃຫ້ເຂົ້າໄປຢູ່ໃນເລື່ອງຄວາມເຄັ່ງຄຽດທີ່ມີແຕ່ຄວາມທຸກ ຮັບຮອງວ່າສະໝອງ ທີ່ຝໍ່ ຫຼື ຄວາມຈຳບໍ່ຄ່ອຍດີ ແລະ ມີການຄິດຊ້າ ຈະບໍ່ມາລົບກວນໃຈເຮົາແນ່ນອນ.

(ທີ່ມາຂອງຂໍ້ມູນ: www.lsecuritynews.com)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa