ໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດພິທີມອບ-ຮັບ ໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ວັນທີ 06 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການແຂວງ, ໄດ້ມີພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ໃຫ້ໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ, ໂດຍການເປັນປະທານຂອງສະຫາຍ ສີທົນ ແສງພະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີບັນດາຄະນະພັກຮາກຖານອ້ອມຂ້າງ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ສະຫາຍ ນາງ ມະນີຈັນ ທຳມະໂຄດ ຮອງເລຂາໜ່ວຍພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດສະຫລຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງປີ 2025 ຊຶ່ງໄລຍະຜ່ານມາ ຄະນະໜ່ວຍພັກໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບການຂອງພັກ, ກົດໝາຍຂອງລັດ ມາເຊື່ອມຊຶມໃຫ້ແກ່ພະນັກງານ-ສະມາຊິກພັກຂອງຕົນ ໃຫ້ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ, ເຊື່ອໝັ່ນຕໍ່ການນຳພາຂອງພັກ, ມີທັດສະນະຫຼັກໝັ້ນ, ເປັນເອກະພາບຕໍ່ແນວທາງປ່ຽນໃໝ່ຂອງພັກ ແລະ ເປັນເຈົ້າການປົກປ້ອງແນວທາງ, ຍຶດໝັ້ນຈຸດໝາຍສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ; ນຳພາສະມາຊິກພັກປະຕິບັດຕາມ 5 ຫຼັກ, 3 ທິດນຳຂອງພັກ ຢືດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ ກົດໝາຍຂອງລັດ ຢ່າງເຂັ້ມງວດ, ປັບປຸງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ສ້າງສະມາຊິກພັກໃຫ້ກາຍເປັນແບບຢ່າງນຳໜ້າ.

ຜ່ານການປະເມີນຜົນການຈັດຕັ້ງປະຕິບັດ ການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ມາດຖານ ຄື: ດ້ານການເມືອງ ຕີລາຄາໄດ້ 2 ຄະແນນ, ດ້ານແນວຄິດ ຕີລາຄາໄດ້ 1,5 ຄະແນນ, ດ້ານການຈັດຕັ້ງ ຕີລາຄາໄດ້ 1,5 ຄະແນນ, ດ້ານແບບແຜນການນຳພາ ຕີລາຄາໄດ້ 1,8 ຄະແນນ ແລະ ນຳພາປະຕິບັດໜ້າທີ່ການເມືອງ ຕີລາຄາໄດ້ 2,9 ຄະແນນ. ສັງລວມຜົນຂອງການຕີລາຄາປະເມີນຜົນຂອງສະມາຊິກພັກ ແລະ ໜ່ວຍພັກ: ໜ່ວຍພັກມີ ສະມາຊິກພັກແຂງ 21 ສະຫາຍ, ຍິງ 13 ສະຫາຍ, ກວມ 100%, ໜ່ວຍພັກ ມີຄະແນນ 9,7 ຄະແນນ ຈັດປະເພດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ສຳລັບທິດທາງໃນຕໍ່ໜ້າ ສ້າງສະມາຊິກແຂງ ໃຫ້ໄດ້ 95% ຂຶ້ນໄປ ແລະ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ 9,5 ຄະແນນ ຂຶ້ນໄປ.

ໃນພິທີໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ໃຫ້ແກ່ໜ່ວຍພັກ ໂດຍ ສະຫາຍ ສີທົນ ແສງພະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ແລະ ຮັບໂດຍ ສະຫາຍ ນາງ ມະນີຈັນ ທຳມະໂຄດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມອບໃບຍ້ອງຍໍທ່ານເຈົ້າແຂວງວຽງຈັນ ໃຫ້ບຸກຄົນຜູ້ທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວຽກງານຂອງຄະນະໂຄສະນາອົບຮົມແຂວງ ປະຈຳປີ 2024 ຈຳນວນ 21 ສະຫາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa