ພິທີຮັບຊົມການຖ່າຍທອດສົດພິທີດັ່ງກ່າວ ໄດ້ມີຂຶ້ນວັນທີ 9 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ສະຫາຍ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາການນຳອາວຸໂສບຳນານ, ພະນັກງານຫຼັກແຫຼ່ງພາຍໃນແຂວງເຂົ້າຮ່ວມ.
ໃນພິທີໄດ້ຮັບຊົມການສະແດງສິລະປະວັນນະຄະດີ ຈາກນັ້ນສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວຈຸດປະສົງພິທີໂຮມຊຸມນຸມ.
ຈາກນັ້ນ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.2347
