ແຂວງວຽງຈັນຈັດພິທີຖ່າຍທອດສົດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ


ວັນທີ 5 ກຸມພາ 2026 ແຂວງວຽງຈັນໄດ້ຈັດພິທີຖ່າຍທອດສົດການແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງວຽງຈັນ.
ພິທີດັ່ງກ່າວ ແຂວງວຽງຈັນ ໄດ້ຮັບຊົມພິທີຖ່າຍທອດສົດ ໂດຍມີ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງວຽງຈັນ ພ້ອມດ້ວຍບັນດາຄະນະປະຈຳ, ກຳມະການພັກແຂວງ ແລະ ພະນັກງານທົ່ວແຂວງວຽງຈັນ ຕະຫຼອດຈົນບັນດາຫົວໜ້າພະແນກການ, ອົງການ, ກົມກອງ, ຫ້ອງການ, ໂຮງຮຽນ, ໂຮງໝໍ, ທະນາຄານ ແລະ ລັດວິສາຫາກິດເຂົ້າຮ່ວມ.
ການຈັດພິທີຄັ້ງນີ້ແມ່ນອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງວຽງຈັນ ສະບັບເລກທີ 1160/ຈຂ.ວຈ ລົງວັນທີ 5 ພະຈິກ 2021, ແຈ້ງການເຊີນຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 02/ຫສພ ລົງວັນທີ 3 ກຸມພາ 2026 ແລະ ທິດຊີ້ນຳຂອງສະຫາຍເລຂາຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງວັນທີ 4 ກຸມພາ 2025.
ພິທີດັ່ງກ່າວໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ກ່າວຈຸດປະສົງຂອງການຈັດພິທີ ແລະ ສະເໜີຜູ້ເຂົ້າຮ່ວມຮຽນເຊີນການນຳແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ຕໍ່ມາ, ສະຫາຍ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຕໍ່ຜູ້ເຂົ້າຮ່ວມ ໂດຍຜ່ານລະບົບຖ່າຍທອດສົດ.ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດແລະການພັດທະນາຂອງ ສສ ຫວຽດນາມໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ຫນ້າຮອດປີ2030.
ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ມີຄຳເຫັນຈາກຝ່າຍລາວ ກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ.
ການຈັດພິທີຖ່າຍທອດສົດຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມສຳພັນອັນດີງາມລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ຂອງການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ໃນຊຸມປີຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV ໃນເດືອນມັງກອນທີ່ຜ່ານມານີ້. ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ມີການຂະຫຍາຍຕົວຮອບດ້ານ, ເລິກເຊິ່ງ, ກ້າວສູ່ລະດັບສູງໃໝ່ ແລະ ມີຄຸນນະພາບໃໝ່ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ໃກ້ຊິດສະໜິດສະໜົມ ແລະ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ ທັງເປັນການຢືນຢັນຄືນ ກ່ຽວກັບ ການເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ,ພ້ອມທັງເປັນໂອກາດໃຫ້ບັນດາພະນັກງານ ແລະ ຜູ້ນຳຂອງແຂວງວຽງຈັນໄດ້ຮັບຊົມຜົນສຳເລັດຂອງກອງປະຊຸມສຳຄັນຂອງພັກພີ່ນ້ອງ ສສ ຫວຽດນາມ ເພື່ອນໍາໄປປັບໃຊ້ໃນການພັດທະນາທ້ອງຖິ່ນຕໍ່ໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa