ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານ ວຽກຄຸ້ມຄອງລະບົບເວບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ (ຜ່ານລະບົບທາງໄກ) ປະຈຳໄຕມາດ III / 2025 ໃນວັນທີ 4 ກັນຍາ 2025

ກອງປະຊຸມສ່ອງແສງລາຍງານ ວຽກຄຸ້ມຄອງລະບົບເວບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ (ຜ່ານລະບົບທາງໄກ) ປະຈຳໄຕມາດ III / 2025 ໄດ້ໄຂຂຶ້ນໃນວັນທີ 4 ກັນຍາ 2025 ເວລາ 8:00 ໂມງ, ພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ (ຄອສພ), ມີຄະນະຮັບຜິດຊອບຄຸ້ມຄອງເວບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມ 6 ທ່ານ, ຍິງ 3 ທ່ານ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ກ່ຽວກັບການເຄື່ອນໄຫວຄຸ້ມຄອງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ລົງເວບໄຊ໌ www.ptvtp.gov.la ໄລຍະ 3 ເດືອນຜ່ານມາ ແລະ ປັບປຸງການຈັດຕັ້ງ ໂຮມເອົາວຽກງານສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມ ເພື່ອຖອດຖອນບົດຮຽນຮ່ວມກັບບັນດາແຂວງທົ່ວປະເທດ ໃນການສືບຕໍ່ວາງທິດທາງແຜນການເຄື່ອນໄຫວວຽກງານ ປະຈຳໄຕມາດ IV/2025

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໃຫ້ທິດຊີ້ນຳ-ໂອ້ລົມ ຂອງທ່ານ ນາງ ພວງ​ມະ​ລີ ອັກ​ຄະ​ມົນ​ຕີ ຫົວ​ໜ້າ​ກົມ​ຈັດ​ຕັ້ງ-ພະ​ນັກ​ງານ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ປະທານກອງປະຊຸມ. ຊຶ່ງໄດ້ເນັ້ນໜັກເຖິງການປັບປຸງການຈັດຕັ້ງ, ປັບປຸງພາລະບົບບາດ ແລະ ແບ່ງງານ-ແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບຈຸດພິເສດຂອງແຕ່ລະທ້ອງຖິ່ນ ແລະ ເຮັດໃຫ້ການເຄື່ອນໄຫວວຽກງານແຕ່ລະດ້ານ ມີຄວາມໂລ່ງລ່ຽນ, ວ່ອງໄວ ໄປຄຽງຄູ່ກັບການສືບຕໍ່ເຮັດວຽກງານການເມືອງ-ແນວຄິດ ກັບພະນັກງານ, ສະມາຊິກພັກ ໂດຍສະເພາະຜູ້ທີ່ຖືກປັບປຸງ, ສັບຊ້ອນໜ້າທີ່ຕຳແໜ່ງຄືນໃໝ່ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງໃນການສືບຕໍ່ປະຕິບັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງ; ກອງປະຊຸມໄດ້ປິດລົງໃນເວລາ 11:30 ໂມງ ຂອງວັນດຽວກັນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa