ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍຄະນະແອັດມິນ ເວັບໄຊ໌ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ໌) ປະຈຳໄຕມາດ 4 / 2025 ກໍຄືສະຫຼຸບລວມໝົດປີ 2025 ແລະ ວາງທິດທາງແຜນການ ໃນປີ 2026 ຂອງຄະນະໂຄສະນາອົບຮົມບັນດາແຂວງ ໃນທົ່ວປະເທດ

 

ໃນວັນທີ 8 ທັນວາ 2025 ເວລາ 8:30 ໂມງ ທ່ານ ສຳພັນ ມະນີຈັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຫົວໜ້າຂະແໜງສື່ມວນຊົນ, ຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ແລະ ພະນັກງານທີ່ຮັບຜິດຊອບ ເວັບໄຊ໌ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ໌) ປະຈຳໄຕມາດ 4 / 2025 ກໍຄືສະຫຼຸບລວມໝົດປີ 2025 ແລະ ວາງທິດທາງແຜນການ ໃນປີ 2026 ຂອງຄະນະໂຄສະນາອົບຮົມບັນດາແຂວງ ໃນທົ່ວປະເທດ; ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວຽກງານຂໍ້ມູນຂ່າວສານ.

ພາຍຫຼັງຄະນະຮັບຜິດຊອບກ່າວຈຸດປະສົງ, ສະເໜີແຂກ ກອງປະຊຸມໄດ້ຮັບຟັງການລາຍງານ, ປະກອບຄຳຄິດຄຳເຫັນແລກປ່ຽນ ຈາກຕາງໜ້າຜູ້ຊີ້ນຳວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ໌ ຄອຮ) ບັນດາ 17 ແຂວງ, 1 ນະຄອນຫຼວງ ເຊິ່ງໄດ້ຍົກໃຫ້ເຫັນເຖິງດ້ານດີຜົນສຳເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການເຄື່ອນໄຫວວຽກງານ ໄລຍະ 1 ປີຜ່ານມາ ກໍຄືໄຕມາດ 4 / 2025, ພ້ອມທັງລາຍງານສະພາບດານເຄື່ອນໄຫວ ພາຍຫຼັງການປັບປຸງການຈັດຕັ້ງໂຮມເອົາວຽກງານສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມຢູ່ແຕ່ລະແຂວງ ແລະ ສະເໜີແລກປ່ຽນບົດຮຽນທາງດ້ານວິຊາສະເພາະຈຳນວນໜຶ່ງ.

 

ກອງປະຊຸມທີ່ມີຄວາມໝາຍສຳຄັນນີ້ ໄດ້ຮັບຟັງການຄຳເຫັນຂອງຫົວໜ້າກົມສື່ມວນຊົນ; ໃຫ້ທິດຊີ້ນຳ, ມີຄຳເຫັນສັງລວມ ແລະ  ກ່າວປິດກອງປະຊຸມ ໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເພື່ອເປັນທິດເຍືອງທາງໃຫ້ແກ່ຄະນະຮັບຜິດຊອບ ນຳໄປພັດທະນາລະບົບ ເວັບໄຊ໌ ຂອງຕົນໃຫ້ພັດທະນາ ແລະ ສະໜອງຂໍ້ມູນຂ່າວສານອອກສູ່ສັງຄົມ ດີຂຶ້ນກວ່າເກົ່າ.

ກອງປະຊຸມໄດ້ປິດລົງຢ່າງຈົບງາມ ໃນເວລາ 11:45 ໂມງ ຂອງວັນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa